ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ສຳເລັດລົງດ້ວຍໝາກຜົນອັນຈົບງາມ.






ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ໄດ້ຈັດຂຶ້ນ ແລະ ສຳເລັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 13 ພຶດສະພາ 2025 , ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສີສົມບັດ ໄຊປັນຍາ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ແລະ ເປັນກຽດເຂົ້າຮ່ວມ ຂອງສະຫາຍ ພົນໂທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີສະຫາຍ ມອນໄຊ ລາວມົວຊົງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາສະຫາຍຄະນະພັກ ບັນດາກົມກອງອ້ອມຂ້າງກະຊວງ, ຊາວໜຸ່ມແຮກສ່ຽວ, ອະດີດພະນັກງານການນໍາຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ, ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນເອກ ສີສົມບັດ ໄຊປັນຍາ ໄດ້ກ່າວເປີດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ສະໄໝທີ IV ເຊິ່ງກອງປະຊຸມໄດ້ຕີລາຄາຄືນຢ່າງຮອບດ້ານ ແລະ ເລິກເຊິ່ງກ່ຽວກັບ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ແຕ່ປີ 2019-2024 ແລະ ວາງທິດທາງຄາດໝາຍສູ້ຊົນ ແຜນພັດທະນາຊາວໜຸ່ມ, ເຍົາວະຊົນແຕ່ປີ (2024-2029) ເພື່ອແນໃສ່ສຶກສາອົບຮົມຊາວໜຸ່ມ ໃຫ້ກາຍເປັນບຸກຄະລາກອນທີ່ດີເດັ່ນ ເປັນຜູ້ສືບທອດປ່ຽນແທນວຽກງານປຸກລະດົມຂະບວນການຊາວໜຸ່ມ-ໄວໜຸ່ມໃຫ້ເປັນຂະບວນຟົດຟື້ນ ແລະ ປະກົດຜົນເປັນຈິງ ຕາມທີ່ພັກລັດວາງອອກຕາມແຕ່ລະໄລຍະ.
ໃນວາລະກອງປະຊຸມໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານ ເປັນຕົ້ນແມ່ນ: ວຽກງານສຶກສາອົບຮົມການເມືອງແນວຄິດ ຄະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ກໍຄືສະມາຊິກຊາວໜຸ່ມທຸກສະຫາຍ ໃຫ້ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ກຳແໜ້ນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍ ຂອງພັກ, ມະຕິ, ຄໍາສັ່ງ, ຂໍ້ກຳນົດກົດລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກະຊວງປ້ອງກັນຄວາມສະຫງົບ, ພ້ອມທັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນຊາວໜຸ່ມທົ່ວປະເທດ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V ໂດຍຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະໃນກົມກອງຢ່າງເລິກເຊິ່ງ ແລະ ມີຜົນສໍາເລັດ, ໃນນີ້, ໄດ້ຖືເອົາການດໍາເນີນຊີວິດປະຈຳເດືອນ, ປະຈຳໄຕມາດ ແລະ ປະຈຳປີ ເປັນປົກກະຕິ ແລະ ໄດ້ໂຄສະນາຜ່ານທາງສື່ມວນຊົນ ໂດຍການຫັນເອົາແນວທາງ, ມະຕິຄໍາສັ່ງພັກ-ລັດ, ຂອງກະຊວງປ້ອງກັນຄວາມສະຫງົບ, ຂອງສູນກາງຊາວໜຸ່ມຂຽນເປັນບົດ, ເປັນຂ່າວໄດ້ທັງໝົດ 968 ຂ່າວ, ຜ່ານການຈັດລາຍການໂທລະພາບການພັດທະນາອົງການຈັດຕັ້ງ ມະຫາຊົນກະຊວງ ປກສ, ອອກໜັງສືພິມ ປກສ ລວມທັງໝົດ 1,936 ຄັ້ງ ແລະ ອຶ່ນໆ. ຜ່ານການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໃນໄລຍະ 05 ປີທີ່ຜ່ານມາໄດ້ມີບຸກຄົນ ແລະ ນິຕິບຸກຄົນທີ່ມີຜົນງານປະກອບສ່ວນ ໃນວຽກງານຊາວໜຸ່ມ ໄດ້ຮັບຫຼຽນໄຊ 09 ໜ່ວຍ, ຫຼຽນກາ 500 ໜ່ວຍ, ໃບຍ້ອງຍໍຂັ້ນກະຊວງ ປກສ 125 ໃບ, ຂັ້ນສູນກາງຊາວໜຸ່ມ 49 ໃບ, ຂັ້ນກົມ 75 ໃບ ແລະ ຂັ້ນຄະນະບໍລິຫານງານຊາວໜຸ່ມ 1,356 ໃບ, ໄດ້ປະກາດໜ່ວຍ 4 ບຸກທີ່ຂຶ້ນກັບ 17 ກົມກອງອ້ອມຂ້າງກະຊວງໃນປີ 2020 ໄດ້ 150 ໜ່ວຍ, ປີ 2021 ໄດ້ 190 ໜ່ວຍ, ປີ 2022 ໄດ້ 179 ໜ່ວຍ, 2023 ໄດ້ 203 ໜ່ວຍ, ປະກາດ ຄະນະຊາວໜຸ່ມ 4 ບຸກ ໃນປີ 2020 ໄດ້ 18 ກົມກອງ, 2021 ໄດ້ 16 ກົມກອງ, 2022 ໄດ້ 15 ກອງ , 2023 ໄດ້ 15 ກົມກອງ, ປະກາດກົມກອງທີ່ໄດ້ຮັບທຸງໄຊນໍາໜ້າ 4 ບຸກໄດ້ 15 ກົມກອງ ແລະ ຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບກໍໄດ້ປະກາດເປັນກະຊວງ 4 ບຸກ ພ້ອມທັງຮັບທຸງໄຊນຳໜ້າ 4 ບຸກຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ 3 ປີ ຊ້ອນ.
ພ້ອມນີ້, ໃນວາລະກອງປະຊຸມກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບຫຼຽນຊາວໜຸ່ມຕະລຸມບອນໃຫ້ແກ່ຄະນະຊີ້ນໍາ ແລະ ໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ຈໍານວນ 30 ສະຫາຍ. ຈາກນັ້ນ, ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ສະໄໝທີ VI ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່ ຈໍານວນ 23 ສະຫາຍ, ໂດຍກອງປະຊຸມປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາຄະນະປະຈຳຂອງຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ 11 ສະຫາຍ ແລະ ເລືອກເອົາ ສະຫາຍ ພັນເອກ ສີສົມບັດ ໄຊປັນຍາ ເປັນເລຂາຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພັນໂທ ບຸນທັນ ຟອງປະດິດ ເປັນຮອງເລຂາ ແລະ ເປັນປະທານກວດກາ ຄະນະບໍລິຫານງານຊາວໜຸ່ມ, ສະຫາຍ ພັນໂທ ໂອລົດ ດວງໄຊ ເປັນຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ແລະ ສະຫາຍ ພັນໂທ ວຽງຄຳ ນະວົງໄຊ ເປັນ ຮອງປະທານກວດກາ ຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ.
ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົງ ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບຊຸດໃໝ່ ໃຫ້ເພີ່ມທະວີເອົາໃຈໃສ່ວຽກງານສຶກສາອົບຮົມນໍາພາແນວຄິດໃຫ້ສະມາຊິກຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນທົ່ວກໍາລັງປ້ອງກັນຄວາມສະຫງົບໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ປະເທດຊາດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ເຊື່ອໝັ້ນຕໍ່ອະນາຄົດອັນສົດໃສຂອງຊາດລາວກໍຄືລະບອບໃໝ່ຂອງພວກເຮົາ, ນີ້ແມ່ນວຽກຕົ້ນຕໍເປັນກົກຂອງຄະນະຊາວໜຸ່ມທີ່ຕ້ອງໄດ້ເຮັດເປັນປະຈໍາຫຼາຍຮູບຫຼາຍສີ ໃຫ້ແທດເໝາະກັບຈຸດພິເສດ.
ຂ່າວ-ພາບ:ບິກໄຊ.