3 ອົງການຈັດຕັ້ງມະຫາຊົນກອງທັບ ຈັດພິທີປູກຕົ້ນໄມ້.





3 ອົງການຈັດຕັ້ງມະຫາຊົນກອງທັບ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ, ໃນວັນທີ 4 ມິຖຸນາ 2025, ຢູ່ທີ່ເດີ່ນກິລາກົມໃຫຍ່ການເມືອງກອງທັບ ໂດຍການນໍາພາຂອງ ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຫົວໜ້າຫ້ອງການກຳມະບານກອງທັບ, ມີບັນດາສະຫາຍຄະນະຫ້ອງການຊາວໜຸ່ມກອງທັບ, ຫ້ອງການສະຫະພັນແມ່ຍິງກອງທັບ ແລະ ຫ້ອງການກໍາມະບານກອງທັບ ແລະ ບັນດາສະຫາຍສະມາຊິກຊາວໜຸ່ມ – ສະມາຊິກສະຫະພັນແມ່ຍິງ – ສະມາຊິກກຳມະບານກອງທັບເຂົ້າຮ່ວມ.
ສະຫາຍ ພັນໂທ ສຸລິບັນ ສໍພາບປັນຍາ ຮອງຫົວໜ້າຫ້ອງການຊາວຫນຸ່ມກອງທັບ ໄດ້ກ່າວວ່າ: ຈຸດປະສົງຂອງການສ້າງຂະບວນການໃນຄັ້ງນີ້ ນອກຈາກເປັນການສ້າງກິດຈະກຳເນື່ອງໃນໂອກາດວັນເດັກສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີແລ້ວ, ຍັງເປັນການສ້າງຜົນງານເພື່ອສ້າງຜົນງານປະດັບເອ້ໃຫ້ 3 ວັນປະຫວັດສາດຂອງພັກ, ຂອງຊາດໃນປີ 2025 ທັງເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ 6 ຂອງອົງຄະນະພັກກະຊວງປ້ອງກັນປະເທດທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ, ສໍາລັບຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ມີຕົ້ນໄມ້ປະດັບ 42 ຕົ້ນ, ນອກນີ້ຍັງໄດ້ມີການອະນາໄມ ແລະ ປັບປຸງເດີ່ນກິລາຂອງກົມໃຫຍ່ການເມືອງກອງທັບເພື່ອໃຫ້ມີຄວາມສະອາດງາມຕາຕື່ມອີກ.
ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຫົວໜ້າຫ້ອງການກຳມະບານ, ໄດ້ມີຄໍາເຫັນອີກວ່າ: ການຈັດກິດຈະກຳຂອງ 3 ອົງການຈັດຕັ້ງມະຫາຊົນກອງທັບໃນຄັ້ງນີ້ ກໍເພື່ອປົກປັກຮັກສາ ແລະ ພັດທະນາພື້ນທີ່ ໃນຂອບເຂດກົມໃຫຍ່ການເມືອງກອງທັບໃຫ້ກາຍເປັນພື້ນທີ່ສີຂຽວແບບຍືນຍົງ, ເປັນການສາຮັກສາຄວາມອຸດົມສົມບູນທາງທໍາມະຊາດ, ຈຶ່ງຂໍຮຽກຮ້ອງ ໃຫ້ບັນດາສະຫາຍ ພ້ອມກັນເອົາໃຈໃສ່ສຶກສາອົບຮົມໃຫ້ຄົນຮຸ້ນໜຸ່ມ ແລະ ລູກຫຼານ ເຫັນໄດ້ຄວາມໝາຍ ຄວາມສໍາຄັນ ແລະ ຄຸນປະໂຫຍດຂອງປ່າໄມ້ ແນໃສ່ເພື່ອປູກຈິດສໍານຶກໃຫ້ເຂົາເຈົ້າມີແນວຄິດຮັກທຳມະຊາດ, ຮັກພູຜາປ່າໄມ້, ຮັກບ້ານເກີດເມືອງນອນປະກອບສ່ວນສ້າງສາປະເທດຊາດມີຄວາມອຸດົມສົມບູນທາງທໍາມະຊາດຕະຫຼອດໄປ.