ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເຊື່ອວ່າຖົ່ວລຽນເປັນໝາກໄມ້ປະຈໍາລະດູອີກຊະນິດໜຶ່ງທີ່ທຸກຄົນລໍຖ້າທີ່ຈະກິນ ທຸລຽນເປັນໝາກໄມ້ທີ່ແຊບ, ຫວານ, ມີທາດບຳລຸງ ແລະ ໃຫ້ພະລັງງານສູງ, ເປັນທີ່ນິຍົມກັນຢ່າງກວ້າງຂວາງ ແຕ່​ຖ້າ​ກິນ​ຫຼາຍ​ເກີນ​ໄປ ຫຼື​ ກິນ​ບໍ່​ຖືກ​ຕ້ອງອາດ​ຈະ​ເປັນ​ອັນ​ຕະ​ລາຍເຮົາມາເບິ່ງສິ່ງທີ່ຫ້າມກິນກັບຖົ່ວລຽນເດັດຂາດເພາະອາດຈະເຮັດໃຫ້ເປັນອັນຕະລາຍເຖິງຊີວິດໄດ້

  1. ຫ້າມກິນກັບນໍ້າອັດລົມ
    ຖົ່ວລຽນກັບນໍ້າອັດລົມບໍ່ຄວນກິນຄູ່ກັນ ເພາະທຸລຽນເປັນໝາກໄມ້ທີ່ມີນ້ຳຕານ ແລະ ໄຂມັນສູງ, ກິນແລ້ວຍ່ອຍຍາກ ໃນຂະນະທີ່ນ້ຳອັດລົມກໍມີນ້ຳຕານຫຼາຍ ແລະ ມີກົດຄາບອນນິກ, ຖ້າກິນຮ່ວມກັນນອກຈາກຈະເຮັດໃຫ້ແໜ້ນທ້ອງ ຫຼື ທ້ອງອືດແລ້ວ, ຮ່າງກາຍຈະໄດ້ຮັບນ້ຳຕານຫຼາຍເກີນຄວາມຈຳເປັນ ເຊິ່ງສົ່ງຜົນໃຫ້ລະດັບນໍ້າຕານໃນເລືອດເພີ່ມຂຶ້ນຢ່າງໄວ ຖ້າມີພະຍາດເບົາຫວານ ຫຼືພະຍາດຫົວໃຈ ສາມາດເຮັດໃຫ້ເກີດອາການຊ໊ອກ.
  2. ຫ້າມກິນກັບລຳໄຍ
    ເຫດຜົນ​ທີ່​ທ່ານ​ບໍ່​ຄວນ​ກິນ​​ລຳ​ໄຍ ​ເປັນ​ໝາກ​ໄມ້​ທີ່​ມີ​ນ້ຳ​ຕານ​ສູງ ກິນແລ້ວໄດ້ຮັບພະລັງງານສູງຢ່າງໄວ ສາມາດເຮັດໃຫ້ເກີດຄວາມຮ້ອນໃນຮ່າງກາຍ ສະນັ້ນ, ບໍ່ຄວນຮ່ວມກັນຈະດີກວ່າ ໂດຍສະເພາະແມ່ນຄົນທີ່ເປັນພະຍາດເບົາຫວານທີ່ຕ້ອງຄວບຄຸມລະດັບນໍ້າຕານ.
  3. ຫ້າມກິນກັບຫມາກໄມ້ທີ່ຫວານຫຼາຍ
    ນອກຈາກລຳໄຍແລ້ວ ໝາກໄມ້ທີ່ມີນ້ຳຕານສູງອື່ນໆເຊັ່ນ: ລີ້ນຈີ່, ລຳໄຍ, ເງາະ ແລະ ໝາກມ່ວງສຸກ, ກບໍ່ຄວນກິນກັບຖົ່ວລຽນ ເພາະຮ່າງກາຍຈະໄດ້ຮັບນໍ້າຕານຫຼາຍໃນຊ່ວງເວລາສັ້ນໆ ເຮັດໃຫ້ລະດັບນໍ້າຕານໃນເລືອດສູງຂື້ນໃນໄລຍະເວລາສັ້ນໆ ຖ້າບໍ່ໄດ້ເຜົາຜານ ມັນຈະຖືກເກັບໄວ້ ແລະ ກາຍເປັນໄຂມັນໃນຮ່າງກາຍ ຫຼື ຖ້າເປັນພະຍາດເບົາຫວານ. ອາດຈະມີອາການເປັນລົມ ຫຼື ໝົດສະຕິ.
  4. ຫ້າມກິນກັບຂອງຫວານ
    ບັນຫາກໍແມ່ນປະລິມານນໍ້າຕານ ຖ້າຢາກກິນທຸລຽນ ກໍຄວນຫຼີກຫຼ້ຽງຂອງຫວານ, ຂະໜົມປັງ, ເຄື່ອງດື່ມຫວານໆ ແລະ ເບເກີຣີ. ເພື່ອປ້ອງກັນບໍ່ໃຫ້ຮ່າງກາຍໄດ້ຮັບນໍ້າຕານຫຼາຍເກີນໄປ, ຖ້າສາມາດຫຼີຫຼ້ຽງໄດ້ ມັນຈະດີຕໍ່ຮ່າງກາຍ ໂດຍການຄວບຄຸມລະດັບນໍ້າຕານໃນເລືອດຢ່າງເຂັ້ມງວດ. ເພາະ​ອາດ​ເປັນ​ອັນຕະລາຍເຖິງຊີວິດໄດ້.
  5. ຫ້າມກິນກັບເຄື່ອງດື່ມທີ່ມີທາດເຫຼົ້າ
    ເຄື່ອງດື່ມທີ່ມີເອວກໍຮໍເຊັ່ນ: ເຫຼົ້າ, ເບຍ ບໍ່ຄວນບໍລິໂພກກັບທຸລຽນ ເພາະທຸລຽນມີຄາໂບໄຮເດດ ແລະ ໄຂມັນ. ໃຫ້ພະລັງງານສູງ ໃນເວລາດຽວກັນເຄື່ອງດື່ມທີ່ມີເອວກໍຮໍເອງໃຫ້ພະລັງງານສູງ ແລະ ຖືກດູດຊຶມໄວ, ດັ່ງນັ້ນຂະບວນການເຜົາຜານຂອງຮ່າງກາຍຕ້ອງເຮັດວຽກຫນັກ ເຮັດໃຫ້ອຸນຫະພູມຮ່າງກາຍເພີ່ມຂຶ້ນເຮັດໃຫ້ເກີດອາການເຊັ່ນ: ຮູ້ສຶກຮ້ອນ, ວິນຫົວ, ສັ່ນ, ປວດຮາກ ແລະ ຮາກ ໃນບາງກໍລະນີ, ອາດມີປະຕິກິລິຍາຮຸນແຮງທີ່ເຮັດໃຫ້ເກີດບັນຫາທາງເດີນຫາຍໃຈ.

ແຫຼ່ງຂໍ້ມູນ:ກົມອະນາໄມ