ຄຸນປະໂຫຍດໝາກຂາມປ້ອມ.

ໝາກຂາມປ້ອມ ນອກຈາກຈະເປັນໝາກໄມ້ແລ້ວ ຍັງຖືກຈັດເປັນສະໝຸນໄພພື້ນບ້ານອີກຊະນິດໜຶ່ງ ທີ່ມີປະສິດທິພາບໃນການແກ້ໄອ, ມີວິຕາມິນຊີສູງ ແລະ ຍັງຊ່ວຍຕໍ່ຕ້ານອະນຸມູນອິດສະຫລະອີກດ້ວຍ
ເຊິ່ງປະໂຫຍດຂອງໝາກຂາມປ້ອມມີດັ່ງນີ້:
- ຊ່ວຍບັນເທົາອາການເຈັບຄໍ, ໄອ ແລະ ລະລາຍຂີ້ກະເທີ່
- ຊ່ວຍໃຫ້ຊຸ່ມຄໍ
- ບັນເທົາອາການຄັນຄໍ
- ເປັນສ່ວນປະກອບສໍາຄັນໃນການຮັກສາ ແລະ ປ້ອງກັນໄຂ້ຫວັດໃຫຍ່
ນອກຈາກນີ້ສ່ວນຕ່າງໆຂອງຕົ້ນໝາກຂາມປ້ອມຍັງມີປະໂຫຍດທີ່ສໍາຄັນ ໂດຍສະເພາະແຮ່ທາດຫລາຍຊະນິດທີ່ຈໍາເປັນຕໍ່ຮ່າງກາຍ ຈຶ່ງຖືກນໍາມາເປັນສ່ວນປະກອບສໍາຄັນໃນການຮັກສາພະຍາດອື່ນໆອີກດ້ວຍ