ກຽມພ້ອມແຕ່ຫົວທີ ຮັບມືກັບໄພພິບັດຈາກທຳມະຊາດ ຮັບປະກັນໃຫ້ສູນເສຍໜ້ອຍທີ່ສຸດໂດຍ: ຜາຕຸງ

ເຖົ້າແກ່ ປູ່ຍ່າຕານາຍເຄີຍເຕືອນໄວ້ ໃຫ້ລະວັງ ນ້ຳກາງເດືອນແປດ, ເດືອນເກົ້າເຂົ້າສູ່ເດືອນສິບ ຫຼື ເດືອນກໍລະກົດ-ເດືອນກັນຍາ-ເດືອນຕຸລາຂອງແຕ່ລະປີ, ເພາະວ່າໄລຍະນີ້ຢູ່ໃນໄລຍະລະດູຝົນ ຕົກແຮງຕົກໜັກ ເຮັດໃຫ້ຫ້ວຍນ້ຳລຳເຊຍັງ ແຕ່ລະສາຍເຕັມໄປດ້ວຍມວນນ້ຳ ແລະ ຈະມີນ້ຳຖ້ວມໃນຫຼາຍພື້ນທີ່ ອັນນຳໄປສູ່ຄວາມເດືອດຮ້ອນ ແລະ ຄວາມສູນເສຍ ທາງດ້ານຊີວິດ ແລະ ຊັບສິນ ກໍຄືການດຳລົງຊີວິດຂອງປະຊາຊົນເປັນບໍລິເວນກວ້າງ.
ຈາກການຕິດຕາມສະພາບດິນຟ້າອາກາດຜ່ານມາແຕ່ລະປີ ຢູ່ໃນໄລຍະນີ້ມັກເກີດມີລົມພາຍຸພັດຜ່ານເຮັດໃຫ້ມີຝົນຕົກໜັກ ແລະ ມັກຈະມີເກີດນ້ຳຖ້ວມຢູ່ຫຼາຍພື້ນທີ່ທົ່ວປະເທດ ຖ້ວມເຮືອນຊານ ບ້ານຊ່ອງ ເນື້ອທີ່ການຜະລິດ ຜົນຜະລິດ ພື້ນຖານໂຄງລ່າງຂອງການພັດທະນາຖືກເສຍຫາຍເປັນຈຳນວນຫຼາຍ, ຊຶ່ງແຕ່ລະປີລັດຖະບານ, ພາກເອກະຊົນ ແລະ ອົງການຈັດ ຕັ້ງຕ່າງໆ ທັງພາຍໃນແລະສາກົນໄດ້ສຸມທຶນຮອນອັນມະຫາສານ ເຂົ້າຊ່ວຍເຫຼືອຟື້ນຟູປົວແປງ ສິ່ງທີ່ເສຍຫາຍໄປນັ້ນໃຫ້ດີຂຶ້ນມາຕະຫຼອດ,ດັ່ງນັ້ນ ປະຊາຊົນເຮົາຈົ່ງມີສະຕິລະມັດລະວັງກຽມຮັບມືໄວ້ແຕ່ຫົວທີ ເພື່ອຮັບມືກັບໄພທຳມະຊາດໂດຍສະເພາະແມ່ໄພນ້ຳຖ້ວມທີ່ອາດຈະເກີດຂຶ້ນໃນຕໍ່ໜ້າກໍເປັນໄດ້.
ບົດຮຽນອັນລ້ຳຄ່າທີ່ພວກເຮົາປະສົບພົບພໍ້ໃນປີຜ່ານມາແມ່ນໄພນ້ຳຖ້ວມ ເຊິ່ງມັນເກີດຂຶ້ນຢູ່ຫຼາຍເຂດຫຼາຍແຂວງທົ່ວປະເທດ ອ່າວໜັກແດ່ແມ່ນຢູ່ບັນດາແຂວງທາງເຂດພາກເໜືອໂດຍສະເພາະແມ່ນແຂວງ ຫຼວງນ້ຳທາ, ນ້ຳຖ້ວມສ້າງຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ພື້ນຖານໂຄງລ່າງທາງດ້ານເສດຖະກິດຫຼາຍຢ່າງ ຖະໜົນຫົນທາງ ລະບົບຄົມມະນາຄົມ ແລະອື່ນໆສູນເສຍເປັນມູນຄ່າຫຼາຍຕື້ກີບ ນອກຈາກນັ້ນແແລ້ວຍັງມີບັນດາແຂວງພາກກາງ ແລະ ພາກໃຕ້ກໍປະສົບບັນຫາເຊັ່ນດຽວກັນ.