ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນ ວັນທີ 9 ມິຖຸນາ 2025.

ໂດຍປະຕິບັດຕາມມາດຕາ 60 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບປັບປຸງ ປີ 2020ແລະ ປະຕິບັດຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ158/ຄປຈ, ລົງວັນທີ 26 /05/2025ວ່າດ້ວຍການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX.ປະຕິບັດຕາມເນື້ອໃນຈິດໃຈດັ່ງກ່າວບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ປະສານສົມທົບກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງໃນການກະກຽມເນື້ອໃນທີ່ຈະນໍາສະເໜີຕໍ່ກອງປະຊຸມໃນຄັ້ງນີ້. ມາເຖິງປັດຈຸບັນ ເຫັນວ່າການກະກຽມແມ່ນຄົບຖ້ວນ, ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍແລ້ວ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດໃນການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 5 ມິຖຸນາ ວ່າ: ໃນນາມເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ແຈ້ງມາຍັງບັນດາທ່ານພະນັກງານ, ທະຫານ, ຕຳຫຼວດ,ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຮັບຊາບກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:
– ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີອ IX ຈະໄດ້ໄຂຂຶ້ນ ວັນທີ 9 ເຖິງ ວັນທີ 26 ມິຖຸນາ2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 14 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
– ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້: ພາກວຽກງານລັດຖະບານ ມີຈໍານວນ 6 ບົດ ຄື:
1) ບົດລາຍງານຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025;
2) ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030)
3) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ
4) ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ
5) ບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ
6) ບົດລາຍງານການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່.
ພາກວຽກງານສ້າງ ແລະ ປັບປຸງກົດໝາຍ ມີຈໍານວນ10 ສະບັບ ໃນນີ້: ຮ່າງກົດໝາຍສ້າງໃໝ່ 5 ສະບັບ ຄື:
1) ກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ
2) ກົດໝາຍວ່າດ້ວຍ ສັງຄົມສົງເຄາະ
3) ກົດໝາຍວ່າດ້ວຍ ພະນັກງານໄອຍະການປະຊາຊົນ
4) ກົດໝາຍວ່າດ້ວຍ ສາມັນສຶກສາ
5) ກົດໝາຍວ່າດ້ວຍ ການປູກຝັງ.
+ ຮ່າງກົດໝາຍປັບປຸງ 5 ສະບັບ ຄື:
1) ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ
2) ກົດໝາຍວ່າດ້ວຍ ອາກອນລາຍໄດ້
3) ກົດໝາຍວ່າດ້ວຍ ປ້າຍ
4) ກົດໝາຍວ່າດ້ວຍ ສານປະຊາຊົນສູງສຸດ
5) ກົດໝາຍວ່າດ້ວຍຊົນລະປະທານ.
ພາກວຽກງານສະພາແຫ່ງຊາດ ມີຈໍານວນ 2 ບົດ ຄື:
1) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX;
2) ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X.
ມະຕິກອງປະຊຸມສະພາແຫ່ງຊາດ ມີຈຳນວນ 17ສະບັບ ໃນນີ້ມີ: ມະຕິຮັບຮອງເອົາວຽກງານລັດຖະບານ ມີ 6 ສະບັບ ຄື:
1) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025
2) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025
3) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ
4) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ
5) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ
6) ມະຕິວ່າດ້ວຍການຮັບຮອງເອົາ ບົດລາຍງານການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່.
ມະຕິຮັບຮອງເອົາວຽກງານສະພາແຫ່ງຊາດ ມີ 1 ສະບັບ ຄື:
ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX. ມະຕິ ວ່າດ້ວຍການຮັບຮອງເອົາຮ່າງກົດໝາຍ ຈໍານວນ 10 ສະບັບ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ໃຫ້ຮູ້ຕື່ມວ່າ: ໃນນາມຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ, ຂໍເຊີນຊວນບັນດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງພ້ອມກັນຕິດຕາມການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IXຄັ້ງນີ້. ຂໍແຈ້ງໃຫ້ບັນດາທ່ານຊາບວ່າໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍຮັບຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດ ເຊິ່ງບັນດາທ່ານສາມາດສົ່ງຄໍາຄິດຄໍາເຫັນແລະ ຄໍາສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:
• ສາຍດ່ວນ: 156 ໃນໂມງລັດຖະການ.
• App: Laona
