ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສັງເກດຕົວເອງດ່ວນ! ເລັບມີຮອຍຊໍ້າລຸກລາມ ອາດເປັນມະເຮັງຜິວໜັງ

  • ສາວເລົ່າປະສົບການ ໄປຮ້ານເລັບ ຊ່າງສັງເກດເຫັນເສັ້ນບາງໆໃນເລັບ ກ່ອນເຕືອນໃຫ້ໄປພົບແພດ ຈົນຮູ້ວ່າເປັນມະເຮັງຜິວໜັງ
  • ນີ້ແມ່ນລັກສະນະເລັບຂອງ ສະເຕຊີ່ ບອສ ຜູ້ຍິງໄວອາຍຸ 32 ປີ ໃນສະກ໋ອດແລນ ທີ່ມີເສັ້ນສີນໍ້າຕານອ່ອນໆໃນເລັບນິ້ວໂປ້ເບື້ອງຂວາ ແຕ່ຜູ້ຍິງຄົນນີ້ບໍ່ໄດ້ສົນໃຈ ຄິດວ່າເປັນຮອຍຊໍ້າທໍາມະດາ ເລີຍບໍ່ໄດ້ໄປພົບແພດ
  • ແຕ່ເມື່ອລາວໄປຮ້ານເລັບ ຊ່າງເຮັດເລົບຈຶ່ງໄດ້ເຕືອນຍິງຄົນດັ່ງກ່າວວ່າຄວນໄປຫາໝໍໂດຍດ່ວນ, ເມື່ອຜູ້ຍິງຄົນດັ່ງກ່າວໄປກວດກໍພົບວ່າຮອຍສີດໍາທີ່ເກີດຂຶ້ນຢູ່ນິ້ວໂປ້ນັ້ນແມ່ນມະເຮັງຜິວໜັງ (Subungual Melanoma) ເຊິ່ງເປັນພະຍາດທີ່ຫາຍາກທີ່ເກີດຂຶ້ນໃນເລັບ
  • ສະມາຄົມໝໍຜິວໜັງປະເທດໄທ ໄດ້ບອກໄວ້ວ່າມະເຮັງຜິວໜັງທີ່ເກີດຂຶ້ນໃນເລັບ ສາມາດພົບໄດ້ໃນຄົນອາຊີ ຫລື ຄົນຜິວດໍາ ແຕ່ບໍ່ຄ່ອຍເກີດຂຶ້ນ, ສ່ວນຫລາຍເລັບທີ່ມີແຖບສີນໍ້າຕານ ຫລື ສີດໍາຂຶ້ນມາອາດຈະຍັງບໍ່ເຖິງຂັ້ນເປັນເນື້ອຮ້າຍ ແຕ່ການກວດເບິ່ງເລັບເປັນປະຈໍາ ຈະຊ່ວຍໃຫ້ເຮົາໄປພົບແພດໄດ້ໄວຂຶ້ນ

ວິທີສັງເກດເລັບ

  • ສັງເກດແຖບສີນໍ້າຕານບໍລິເວນເລັບ ຖ້າມີຄວາມກວ້າງ, ສີບໍ່ສະໝໍ່າສະເໝີ ຂອບບໍ່ຊັດເຈນ ຫລື ມີການປ່ຽນສີ ແລະ ຂະໜາດ ຄວນພົບແພດໂດຍໄວ
  • ແນວໃດກໍຕາມຖ້າເລັບມີສີຜິດປົກກະຕິ ບໍ່ໄດ້ໝາຍຄວາມວ່າຈະເປັນມະເຮັງຜິວໜັງສະເໝີໄປ ອາດເກີດຈາກ:
  • ຜິວໜັງອັກເສບຂອບເລັບ ຫລື ເປັນຜົນມາຈາກການໃຊ້ຢາບາງຊະນິດເຊັ່ນ Azidothymidine (AZT)ເປັນຕົ້ນ
  • ພາວະເລືອດອອກກ້ອງເລັບ ທີ່ອາດເກີດຈາກການກະທົບໃສ່ຂອງແຂງ ຈະເຮັດໃຫ້ເລັບມີສີແດງເຂັ້ມ ຫລື ນໍ້າຕານເຂັ້ມ
  • ພາວະເລັບຂຽວ ທີ່ເກີດຈາກການຕິດເຊື້ອແບັກທີເຣຍ ຫລື ເຊື້ອລາ ມັກເກີດໃນເລັບມືທີ່ມີການໃຊ້ວຽກດຸເຊັ່ນ: ຜູ້ທີ່ເຮັດວຽກເຮືອນ ທີ່ມືມີຄວາມປຽກຊຸ່ມຢູ່ຕະຫລອດ
  • ເຖິງແມ່ນວ່າມະເຮັງຊະນິດນີ້ຈະບໍ່ຄ່ອຍພົບເຫັນປານໃດ ແຕ່ກໍຮຸນແຮງເທົ່າມະເຮັງຜິວໜັງຊະນິດອື່ນ ທີ່ສາມາດເຮັດໃຫ້ຜູ້ປ່ວຍເຖິງຂັ້ນເສຍຊີວິດໄດ້

#ມະເຮັງຜິວໜັງ #ເລັບ