ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວໃນການເຂົ້າຮ່ວມສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ໂດຍອີງຕາມທິດຊີ້ນໍາຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບວາງອອກ ເວົ້າລວມ ເວົ້າສະເພາະ ກໍຄືຂັ້ນເທິງໄດ້ມອບໝາຍໜ້າທີ່ໃຫ້ໃຫ້ກອງພັນໃຫຍ່ 11 ເຂົ້າຮ່ວມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ, ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫຼາຍດ້ານ ເປັນຕົ້ນແມ່ນ: ການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເຫັນໄດ້ຄວາມໝາຍຄວາມສຳຄັນທີ່ເປັນມູນເຊື້ອລະຫວ່າງສອງກອງທັບລາວ-ຫວຽດນາມໃນຕະຫຼອດໄລຍະຜ່ານມາ, ເປັນການປັບປຸງແບບແຜນຂອງກອງທັບໃຫ້ເຂັ້ມແຂງເປັນຕົ້ນລະບຽບບຸກຄົນ, ລວມໝູ່, ອົບຮົມຫັດແອບໃຫ້ມີຄວາມຊໍານິຊໍານານ ເພື່ອກຽມພ້ອມປະຕິບັດໜ້າທີ່ການເມືອງຂອງກົມກອງໃຫ້ມີປະສິດທິພາບສູງ, ພ້ອມທັງເປັນການສືບຕໍ່ຮັດແໜ້ນສາຍພົວພັນທີ່ເປັນປະຫວັດສາດມູນເຊື້ອລະຫວ່າງສອງກອງທັບລາວ-ຫວຽດນາມ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ສະຫາຍ ພັນໂທ ໂພທະເລ ທໍາມະວົງສາ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 11 ທັງເປັນຄະນະຮັບຜິດຊອບຊີ້ນຳກ້ອນກຳລັງກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ໃຫ້ສຳພາດໃນວັນທີ 21 ພຶດສະພາ ຜ່ານມາວ່າ: ພາຍຫຼັງທີ່ສຳເລັດໃນການເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ (30 ເມສາ 1975 – 30 ເມສາ 2025) ທີ່ນະຄອນຫຼວງໂຮ່ຈີມິນ ສສ ຫວຽດນາມ ໃນລະຫວ່າງວັນທີ 18 ເມສາ – 1 ພຶດສະພາ 2025 ຜ່ານມາ, ເຊິ່ງຝ່າຍກອງທັບປະຊາຊົນລາວ ມີຈຳນວນພົນເຂົ້າຮ່ວມທັງໝົດ 121 ສະຫາຍ (ນັບທັງຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການ), ກຳລັງສວນສະໜາມຕົວຈິງມີ 112 ສະຫາຍ. ຜ່ານການເຂົ້າຮ່ວມກ້ອນສວນສະໜາມດັ່ງກ່າວ ໄດ້ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ດັ່ງນີ້: ຂໍ້ຫຍຸ້ງຍາກແມ່ນ ເວລາໃນການຝືກຊ້ອມຍັງມີໜ້ອຍ, ວັດຖຸອຸປະກອນໃນການຮັບປະກັນຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງການຝືກຊ້ອມ ແລະ ການສື່ສານດ້ານພາສາ ກັບບັນດາປະເທດ ທີ່ເຂົ້າຮ່ວມສວນສະໜາມຍັງມີຄວາມຫຍຸ້ງຍາກ. ແຕ່ເຖິງຢ່າງໃດກໍຕາມ, ຄະນະຮັບຜິດຊອບພ້ອມດ້ວຍພະນັກງານ-ນັກຮົບທຸກສະຫາຍ ກໍໄດ້ພ້ອມກັນບຸກບືກສູ້ຊົນຈັດຕັ້ງປະຕິວຽກງານດັ່ງກ່າວ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. ສະນັ້ນ, ຜົນສຳເລັດທີ່ສາມາດຍາດມາໄດ້ໃນຄັ້ງນີ້ ກໍຍ້ອນຂັ້ນເທິງ ໄດ້ລົງໃກ້ຊິດຕິດແທດ ໂດຍສະເພາະແມ່ນກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ກໍໄດ້ແຕ່ງຕັ້ງວິຊາການລົງສົມທົບຕິດຕາມ ຝຶກຊ້ອມ, ພະນັກງານ-ນັກຮົບທຸກສະຫາຍ ແມ່ນໄດ້ມີແນວຄິດຕື່ນຕົວປະຕິບັດຕາມຄໍາສັ່ງຂອງຜູ້ບັນຊາແຕ່ລະຂັ້ນ ແລະ ມີຄວາມເປັນເອກະພາບສູງ, ຄະນະຮັບຜິດຊອບໄດ້ມີແຜນການ ແລະ ມອບໝາຍໜ້າທີ່ໃຫ້ບຸກຄົນຮັບຜິດຊອບເປັນຢ່າງດີ ແລະ ວຽກງານຮັບປະກັນແມ່ນຂັ້ນເທິງເປັນຜູ້ຕອບສະໜອງໃຫ້ຢ່າງພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງກົມກອງ, ຂັ້ນເທິງອຳນວຍຄວາມສະດວກດ້ານການເດີນທາງໄປ-ກັບ ແຕ່ນະຄອນຫຼວງວຽງຈັນ ເຖິງ ສສ ຫວຽດນາມ ແລະ ມີການປະສານງານຢ່າງຮອບດ້ານ.

ສ່ວນຝ່າຍກອງທັບ ສສ ຫວຽດນາມ ໄດ້ອໍານວຍຄວາມສະດວກຮອບດ້ານນັບທັງຄວາມປອດໄພ, ການເດີນທາງ, ທີ່ພັກອາໄສ ແລະ ວັດຖຸຮັບປະກັນຈຳນວນໜຶ່ງ, ສະຖານທີ່ຝຶກຊ້ອມ ຈຶ່ງເຮັດໃຫ້ການເຂົ້າຮ່ວມສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ທີ່ນະຄອນຫຼວງໂຮ່ຈີມິນ ສສ ຫວຽດນາມ ໄດ້ໝາກຜົນຕາມແຜນການທີ່ກຳນົດໄວ້.

ໂດຍ: ບິກໄຊ ສົມພູ