ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເຄີຍສັງເກດໂຕເອງບໍ່ວ່າມື້ໃດທີ່ນອນໜ້ອຍ ສະໝອງຈະລືມນັ້ນ ລືມນີ້ຕະຫລອດ, ມີອາການຊຶມໆ ມຶນງົງ ເຊິ່ງນັ້ນອາດມາຈາກການນອນບໍ່ພໍ ເພາະການນອນເປັນສ່ວນໜຶ່ງຂອງຊີວິດສະໝອງ ແລະ ຮ່າງກາຍ ເຊິ່ງຈະໃຊ້ເວລາໃນການນອນເພື່ອບໍາລຸງຮັກສາສ່ວນຕ່າງໆໃຫ້ດີຂຶ້ນ ເພື່ອໃຫ້ຮ່າງກາຍມີປະສິດທິພາບໃນການເຮັດວຽກ

ແນວໃດກໍຕາມການນອນບໍ່ເປັນເວລາ ອາດສ່ຽງເປັນອັລໄຊເມີ   ຍິ່ງສະໝອງບໍ່ໄດ້ພັກ ບໍ່ໄດ້ຮັບການພັກຜ່ອນຢ່າງເຕັມທີ່ ຈະຍິ່ງສົ່ງຜົນໃຫ້ມີບັນຫາກ່ຽວກັບຄວາມຈື່ຈໍາ ແລະ ເສື່ອມໄວກວ່າປົກກະຕິ ລວມທັງການໃຊ້ຊີວິດປະຈໍາວັນ, ລະບົບຄວາມຈໍາອາດມີການຫລົງລືມຕະຫລອດ   ລະວັງຈະສົ່ງຜົນໃນໄລຍະຍາວເດີ້

ມາປັບປ່ຽນພຶດຕິກໍາການນອນເຫລົ່ານີ້ ເພື່ອສຸຂະພາບຂອງສະໝອງທີ່ດີຂຶ້ນ!