ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະເເດງສິລະປະວັນນະຄະດີ ຊົມເຊີຍກອງປະຊຸມດຳເນີນຊີວິດການເມືອງທົ່ວກອງທັບ ເເລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ.

ການສະເເດງສິລະປະວັນນະຄະດີ ຊົມເຊີຍກອງປະຊຸມດຳເນີນຊີວິດການເມືອງທົ່ວກອງທັບ ເເລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນຕອນເເລງຂອງວັນທີ 14 ກໍລະກົດ 2025, ຢູ່ທີ່ໂຮງລະຄອນສິລະປະກອນກອງທັບ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍ ກຳມະການສູນກາງພັກ, ບັນດາສະຫາຍຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາສະຫາຍເລຂາ, ຮອງເລຂາ ຄະນະພັກບັນດາອົງການ, ຫ້ອງການ, ກົມອ້ອມຂ້າງກະຊວງ, ຄະນະພັກກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບ ຕະຫຼອດຮອດພະນັກງານ-ນັກຮົບກົມກອງອ້ອມຂ້າງເຂົ້າຮ່ວມ.

ຈຸດປະສົງການສະແດງສິລະປະໃນຄັ້ງນີ້ ກໍເພື່ອເປັນການສ້າງບັນຍາກາດຕາມແຜນການກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 5757/ກປທ, ລົງວັນທີ 17/09/2024, ແຜນການຈັດຕັ້ງດໍາເນີນຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ສະບັບເລກທີ 3933/ກປທ, ລົງວັນທີ 24 ມິຖຸນາ 2025, ທັງເປັນການປະກອນສ່ວນໂຄສະນາເຜີຍແຜ່ ມູນເຊື້ອ, ສິລະປະ-ວັດທະນະທຳ, ຮີດຄອງປະເພນີຂອງຊາດ, ຜົນງານອັນໃຫຍ່ຫຼວງ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະຜ່ານມາ ເຊິ່ງລາຍການສະແດງຂອງກອງສິລະປະກອນກອງທັບທີ່ນໍາມາສະແດງໃນຄັ້ງນີ້ມີ 14 ລາຍການຄື: ເສບດົນຕຣີຄຣາຊິກ 3 ບົດເພັງ: ເພັງຈົດຈໍາບຸນຄຸນພັກ, ແດນແຫ່ງອິດສະຫຼະ, ດາວລ້ອມເດືອນ, ລະຄອນເວທີແພມົນຂອງໃຜ, ເພັງລຸງໄກສອນວິລະບູລຸດໃນດວງໃຈ, ນັກຮົບປະຊາ, ບົດຟ້ອນນັກຮົບນິລະນາມ, ເພັງຊື່ລາວດັງກ້ອງ, ຂັບກຶມມຸເຈີມອາຍ(ປະກອບຟ້ອນ), ເພັງປາກັບນໍ້າ, ລຳສີພັນດອນ(ປະກອບຟ້ອນ), ເພັງແສງສະຫວ່າງຂອງພັກ, ອ້າຍທະຫານກ້າກັ່ນ, ຊີວິດບານໃໝ່(ເພັງ ມົ້ງປະກອບຟ້ອນ), ຊາວໜຸ່ມຄູ່ກັບການພັດທະນາປະກອບເຕັ້ນ, ປືນໃຫຍ່ເຄື່ອນທັບ,ທະຫານຊາຍແດນ ເເລະ ກອງທັບລາວກ້າວເດີນ.

ໂດຍ: ສຸກສາຄອນ.