ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສື່ມວນຊົນກອງທັບປະຊາຊົນລາວ ໄດ້ຮັບການຍົກລະດັບຄວາມຮູ້ດ້ານວິຊາສະເພາະ

ນັກຝຶກອົບຮົມວິທະຍຸກະຈາຍສຽງ, ໂທລະພາບກອງທັບປະຊາຊົນລາວ ຈຳນວນ 20 ສະຫາຍ ໄດ້ຮັບການຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະສື່ມວນຊົນ ວິທະຍຸກະຈາຍສຽງ, ໂທລະພາບ ຢູ່ສສ ຫວຽດນາມ.

ພິທີເປີດຊຸດອົບຮົມວຽກງານວິທະຍຸກະຈາຍສຽງ,ໂທລະພາບໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2025 ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2025 ທີ່ສູນ 871 ກອງທັບປະຊາຊົນຫວຽດນາມ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໂດຍມີ ສະຫາຍ ພັນເອກ ພິເສດ ຟາມວັນຕູ ຫົວໜ້າອໍານວຍການສູນວິທະຍຸ, ໂທລະພາບກອງທັບປະຊາຊົນຫວຽດນາມ, ສະຫາຍ ພັນເອກ ວູ້ດຶກເກືອງ ຮອງຫົວໜ້າກອງ 871 ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ມີສະຫາຍ ພັນໂທ ນາງ ພັດສະພອນ ຈັນທະວົງ ຫົວໜ້າຄະນະນັກຝຶກອົບຮົມວຽກງານສື່ມວນຊົນກອງທັບປະຊາຊົນລາວ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ນັກຝຶກອົບຮົມຈາກກອງວິທະຍຸ ແລະ ໂທລະພາບກອງທັບປະຊາຊົນລາວ ເຂົ້າຮ່ວມ.

ຊຸດອົບຮົມດັ່ງກ່າວ ຈະໄດ້ດໍາເນີນໄປເປັນເວລາ 1 ເດືອນ ຈຶ່ງຈະສໍາເລັດຕາມແຜນການທີ່ວາງໄວ້, ເຊິ່ງນັກຝຶກອົບຮົມຈະໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນປະສົບການກ່ຽວກັບຂັ້ນຕອນການຜະລິດລາຍການວິທະຍຸ, ການຈັດທຳລາຍການອອກອາກາດສົດ, ການເກັບກໍາຂໍ້ມູນ, ການນຳສະເໜີຂ່າວ, ບົດສາລະຄະດີ (ໃນຮູບແບບໃໝ່), ເຕັກນິກການຖ່າຍພາບ, ຮູບແບບການສຳພາດ, ການລາຍງານຂ່າວໃນການປະຕິບັດຫນ້າທີ່ພາກສະໜາມ, ຂະບວນການຜະລິດລາຍການສົດໂທລະພາບ ແລະ ວຽກງານອື່ນໆ, ນອກນີ້ນັກຝຶກອົບຮົມຈະໄດ້ລົງທັດສະນະຢ້ຽມຢາມ ບັນດາກົມກອງຈຳນວນໜຶ່ງຕື່ມອີກ, ເພື່ອເຮັດໃຫ້ສື່ມວນຊົນຂອງກອງທັບປະຊາຊົນລາວ ໄດ້ຮັບການພັດທະນາດີຂຶ້ນ, ສາມາດເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ທັງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄືສູນວິທະຍຸກະຈາຍສຽງ, ໂທລະພາບກອງທັບປະຊາຊົນຫວຽດນາມ ກັບກອງວິທະຍຸກະຈາຍສຽງ, ໂທລະພາບກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວເຂົ້າສູ່ລ່ວງເລິກຢ່າງບໍ່ຢຸດຢັ້ງ.