ລັດຖະບານ ສຸມໃສ່ໂຄສະນາເຜີຍເເຜ່ກົດໝາຍ ໃນທົ່ວປະເທດ ໃຫ້ເປັນມາດຕະການອັນລະອຽດ ໃນທຸກຂົງເຂດວຽກງານ

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາເເຫ່ງຊາດ, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ລາຍງານວ່າ: ພາຍຫຼັງທີ່ຄະນະປະຈຳສະພາແຫ່ງຊາດໄດ້ອອກ ຄໍາແນະນໍາ ວ່າດ້ວຍການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ ກົດໝາຍ ສະບັບເລກທີ 01/ຄປຈ, ລົງວັນທີ 03/01/2024; ຜ່ານການສັງລວມຕີລາຄາການ ໂຄສະນາເຜີຍແຜ່ກົດໝາຍຂອງແຕ່ລະຂະແໜງການ ພາຍຫຼັງປັບປຸງລັດຖະທຳມະນູນ ປີ 2015 ເປັນຕົ້ນມາ ເຫັນວ່າແຕ່ສູນກາງຮອດທ້ອງຖິ່ນ ໄດ້ຖືເອົາການໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ, ລະບຽບການ ແລະ ມາດຕະການອັນລະອຽດ ໃນທຸກຂົງເຂດວຽກງານ, ເຊິ່ງປັດຈຸບັນກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ…