ກະຊວງປ້ອງກັນປະເທດ ປາຖະກະຖາວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ 115 ປີ

ວັນທີ 17 ກໍລະກົດ 2024 ນີ້, ກະຊວງປ້ອງກັນປະເທດ ຈັດຕັ້ງປາຖະກະຖາ ວັນຄ້າຍວັນເກີດ ຂອງທ່ານປະທານ ສຸພານຸວົງ ຄົບຮອບ 115 ປີ (13/7/1909-13/7/2024), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາກະຊວງປ້ອງກັນປະເທດ, ກົມໃຫຍ່, ຫ້ອງວ່າການ, ກົມ, ກອງ, ຫ້ອງການ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ ແລະ ພະນັກງານ-ນັກຮົບ ອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ສະຫາຍ ພົນຕີ ສອນທອງ ພົມລາວົງ…