ໂຮງໝໍສູນກາງ 103 ກອງທັບ ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ.




ວັນທີ 14 ກໍລະກົດ 2025, ໂຮງໝໍສູນກາງ 103 ກອງທັບ ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ. ໂດຍການເປັນປະທານ ແລະ ໃຫ້ກຽດຂຶ້ນປາຖະກະຖາຂອງສະຫາຍ ພັນເອກ ນາງ ປາ ວົງສະແຫວງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີສະຫາຍ ພັນເອກ ໄພວັນ ໄຊພູບານ ຄະນະອໍານວຍການ, ຫົວໜ້າຫ້ອງພະລາທິການ-ເຕັກນິກໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ ,ຫ້ອງ,ພະແນກການຕະຫຼອດເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງໂຮງໝໍສູນກາງ 103 ກອງທັບ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ນາງ ປາ ວົງສະແຫວງ ໄດ້ເລົ່າຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025) ເພື່ອໃຫ້ສະມາຊິກສະຫະພັນແມ່ຍິງກອງທັບໄດ້ເຊື່ອມຊຶມມູນເຊື້ອອັນດີງາມ ແລະ ຮຽນຮູ້ຈາກຜົນງານອັນດີເດັ່ນຂອງແມ່ຍິງລາວແຕ່ໃນອະດີດຈົນເຖິງປັດຈຸບັນ ເຊິ່ງຍົກໃຫ້ເຫັນເຖິງພາລະບົດບາດ ຂອງສະມາຄົມແມ່ຍິງລາວຮັກຊາດ ເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີຢ່າງກວ້າງຂວາງລະຫວ່າງແມ່ຍິງລາວບັນດາເຜົ່າ, ມີນໍ້າໃຈຮັກຊາດ, ຮັກສັນຕິພາບ ໂດຍບໍ່ຈໍາແນກຜູ້ຮັ່ງຜູ້ມີ, ຜູ້ທຸກຈົນ, ຊົນຊັ້ນ, ຊົນຊາດ, ສາສະໜາ ໂດຍຮ່ວມກັບປວງຊົນລາວທັງຊາດ ຍາດເອົາເອກະລາດ, ອະທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນການປະກອບສ່ວນຂອງແມ່ຍິງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເຊັ່ນ: ການຈັດຕັ້ງແມ່ຍິງໄດ້ເຂົ້າຮ່ວມຄົ້ນຄວ້າ ແລະ ສະເໜີໃຫ້ດັດແປງກົດໝາຍການເລືອກຕັ້ງຄືນໃໝ່ ໂດຍໃຫ້ແມ່ຍິງລາວບັນດາເຜົ່າທີ່ມີອາຍຸ 18 ປີ ຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ອາຍຸ 21 ປີ ຂຶ້ນໄປມີສິດສະໝັກຮັບເລືອກຕັ້ງເປັນຜູ້ແທນລາດສະດອນ; ໃນປີ 1959 ຈັກກະພັດອາເມລິກາ ໄດ້ທໍາລາຍຄວາມຖືກຕ້ອງປອງດອງຊາດ ແລະ ກໍ່ສົງຄາມກາງເມືອງຂຶ້ນຢ່າງຮ້າຍກາດ ເຊິ່ງພວກສັດຕູໄດ້ຈັບຄຸມຂັງບັນດາຜູ້ນໍາຂອງຝ່າຍແນວລາວຮັັກຊາດທີ່ເຂົ້າລວມລາວ ຕໍ່ກັບເຫດການດັ່ງກ່າວ ຄະນະນໍາອົງການຈັດຕັ້ງແມ່ຍິງ ໄດ້ເຄື່ອນໄຫວປຸກລະດົມແມ່ຍິງຕໍ່ສູ້ຖືກກົດໝາຍ, ເຄິ່ງກົດໝາຍ ແລະ ປິດລັບ ເຊັ່ນ: ເຮັດໃບສະເໜີເຖິງສະພາຜູ້ແທນລາດຊະດອນ ແລະ ລັດຖະບານວຽງຈັນ ເພື່ອເລັ່່ງທວງໃຫ້ປ່ອຍບັນດາທ່ານຜູ້ນໍາ ແລະ ພະນັກງານຂອງຝ່າຍແນວລາວຮັກຊາດ ໃຫ້ເປັນອິດສະຫຼະ. ນອກນີ້, ຍັງໄດ້ປະກອບສ່ວນເຄື່ອນໄຫວຊອກວິທີທາງ ເພື່ອສ້າງເງື່ອນໄຂໃຫ້ບັນດາທ່ານຜູ້ນໍາ ແລະ ພະນັກງານຝ່າຍແນວລາວຮັດຊາດ ໂຕນໜີອອກຈາກຄຸກໂພນເຄັງ ໄປສູ່ເຂດປົດປ່ອຍຢ່າງປອດໄພ.
ໃນຕອນທ້າຍຂອງພິທີ ສະຫາຍ ພັນເອກ ນາງ ປາ ວົງສະແຫວງ ໄດ້ອວຍໄຊໃຫ້ພອນບັນດາສະຫາຍພະນັກງານແມ່ຍິງທົ່ວໂຮງໝໍ ຕະຫຼອດເຖິງຄະນະພັກ-ຄະນະອໍານວຍການ ແລະ ພະນັກງານອ້າຍນັກຮົບທຸກສະຫາຍ ໃຫ້ມີສຸຂະພາບແຂງແຮງ, ມີຜົົນສໍາເລັດໃນທຸກວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ພ້ອມໄດ້ເນັ້ນຢໍ້າໃຫ້ພະນັກງານແພດໝໍໃນທົ່ວໂຮງໝໍສູນກາງ 103 ກອງທັບ ຈົ່ງພ້ອມກັນບຸກບືນ, ສູ້ຊົນປະຕິບັດໜ້າທີ່ອັນມີກຽດສະຫງ່າຂອງຕົນ ເພື່ອສ້າງສາພັດທະນາໂຮງໝໍສູນກາງ 103 ກອງທັບ ໃຫ້ນັບມື້ ນັບເຕີບໃຫຍ່ເຂັ້ມແຂງທາງດ້ານເຕັກນິກ ແລະ ວິທະຍາສາດຮອບດ້ານຂຶ້ນໄປເລື້ອຍໆ.
ຂ່າວ: ໂຊກທະວີ ແກ້ວບຸດຕະລາດ.