ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ໝໍໄທເຕືອນໄພກິນຫອຍນາງລົມດິບ ສ່ຽງຕິດເຊື້ອໃນກະແສເລືອດ.

ສູນຕໍ່ຕ້ານຂ່າວປອມໄທເຕືອນໄພ ຈາກການລາຍງານຂອງ ທ່ານຫມໍ ເຈດ (ດຣ. ເຈດ ບຸນຍະວົງສະວິໂຣຈນ໌) ຫລັງຈາກອອກມາເຕືອນຜ່ານເພດ “ຫມໍເຈດ” ເຖິງຄວາມອັນຕະລາຍຈາກການກິນຫອຍນາງລົມດິບ ທີ່ອາດເຮັດໃຫ້ຕິດເຊື້ອແບັກທີເຣຍ “Vibrio vulnificus” ຊຶ່ງພົບໃນນ້ຳທະເລ ແລະນ້ຳກຣ່ອຍ ຖ້າເຊື້ອເຂົ້າສູ່ຮ່າງກາຍ ສາມາດເຮັດໃຫ້ເສຍຊີວິດໄດ້ ໃນບໍ່ເທົ່າໃດຊົ່ວໂມງ, ໂດຍມີອັດຕາການເສຍຊີວິດສູງເຖິງ 50% ຫາກບໍ່ໄດ້ຮັບການຮັກສາທັນເວລາ.

ນອກຈາກນັ້ນ ນາຍແພດສຸວັນຊັຍ ວັດທະນາຢິ່ງເຈຣິນໄຊ ອະທິບະດີກົມອານາໄມ ຍັງໄດ້ກ່າວວ່າ ປະຊາຊົນບາງກຸ່ມຍັງນິຍົມກິນເນື້ອສັດທີ່ປຸງແບບສຸກໆດິບໆ ເຊັ່ນ: ລາບຫມູ, ກ້ອຍຊີ້ນ ຫລື ອາຫານປະເພດຢຳຕ່າງໆ ທີ່ພຽງແຕ່ລວກໆ ແລ້ວໃສ່ເຄື່ອງປຸງ ໂດຍມັກຈະເນັ້ນລົດເຜັດຈັດ ຫຼື ສົ້ມຈັດ, ລວມທັງອາຫານແປກໆ ທີ່ບໍ່ໄດ້ຜ່ານການປຸງສຸກ ຫຼື ຜ່ານຄວາມຮ້ອນໃນເວລາສັ້ນໆ ເຊັ່ນ ກຸ້ງແຊ່ນ້ຳປາ ເຮັດໃຫ້ເພີ່ມຄວາມສ່ຽງຕໍ່ການປົນເປື້ອນເຊື້ອໂຣກທີ່ອັນຕະລາຍ ແລະ ສານພິດ ຫຼື ຢາຂ້າແມງໄມ້ທີ່ຕົກຄ້າງ ເຊິ່ງອາດເຮັດໃຫ້ຖອກທ້ອງ ແລະ ອາຫານເປັນພິດໄດ້.

ດັ່ງນັ້ນ, ຈຶ່ງຈໍາເປັນຕ້ອງລະມັດລະວັງ ໃນການບໍລິໂພກອາຫານເປັນພິເສດ ຄື:

  • ລ້າງລ້າງວັດຖຸດິບກ່ອນແຕ່ງກິນ ເພື່ອຫຼຸດຜ່ອນການປົນເປື້ອນຈາກເຊື້ອພະຍາດ ແລະສານພິດ.
  • ປຸງອາຫານໃຫ້ສຸກແບບທົ່ວເຖິງ ໂດຍສະເພາະຊີ້ນສັດ.
  • ຫຼີກລ່ຽງການບໍລິໂພກອາຫານດິບ ເຊັ່ນ: ຫອຍນາງລົມດິບ, ລາບດິບ, ກ້ອຍຊີ້ນດິບ …
  • ເລືອກຊື້ວັດຖຸດິບ ຈາກແຫຼ່ງທີ່ເຊື່ອຖືໄດ້ ເຊັ່ນ: ຕະຫຼາດທີ່ໄດ້ຮັບການຮັບຮອງ ຫຼື ຮ້ານຂາຍອາຫານສະອາດ.