ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ
Admin

Admin

ສອງກອງທັບ ຈີນ-ລາວ ຄວນຈື່ຈໍາບົດຮຽນປະຫວັດສາດ ແລະ ກ້າວໄປຂ້າງໜ້າດ້ວຍຄວາມມຸ່ງໝັ້ນ ຮ່ວມກັນປະກອບສ່ວນໃຫ້ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ

ຈີນ ແລະ ລາວ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນໍ້າຕິດຈອດກັນ, ທັງສອງປະເທດ ໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ ແລະ ການປົດປ່ອຍປະເທດຊາດ, ມີການຮຽນຮູ້ແລກປ່ຽນບົດຮຽນໃນການປະຕິຮູບເປີດກວ້າງແບບໃໝ່, ຈິ່ງເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ອັນງົດງາມຂອງການເປັນມິດສະຫາຍບ້ານໃກ້ເຮືອນຄຽງທີ່ດີ. ນັບມື້ນັບເຂັ້ມແຂງຍືນຍາວຍິ່ງໆຂຶ້ນ, ປະຊາຊົນທັງສອງປະເທດກໍໄດ້ສ້າງມິດຕະພາບອັນເລິກເຊິ່ງນີ້ໄວ້ ເປັນຂີດໝາຍໃນໜ້າປະຫວັດສາດ ຜ່ານມາ, ທັງສອງປະເທດຕ່າງກໍໄດ້ຜ່ານຄວາມຫຍຸ້ງຍາກລຳບາກ, ເຄີຍຖືກຮຸກຮານ ຈາກປະເທດມະຫາອຳນາດ ແລະ ຖືກປົກຄອງ ຫຼື ແຊກແຊງກິດຈະການພາຍໃນ ຈາກພວກລ່າເມືອງຂຶ້ນ, ພ້ອມກັນນັ້ນກໍໄດ້ຕໍ່ສູ້ຢ່າງກ້າຫານເພື່ອເອກະລາດແຫ່ງຊາດ. ຫຼັງຈາກສົງຄາມຝິ່ນໃນປີ 1840, ປະເທດຈີນຄ່ອຍໆກາຍເປັນສັງຄົມແບບເຄິ່ງອານານິຄົມ-ເຄິ່ງສັກດີນາ, ພວກລ່າເມືອງຂຶ້ນໄດ້ບັງຄັບໃຫ້ປະເທດຈີນເຊັນສັນຍາທີ່ບໍ່ສະເໝີພາບ ເພື່ອແບ່ງແຍກແຜ່ນດິນ ແລະ ເອົາຄ່າທົດແທນ, ເຮັດໃຫ້ຊາດຈີນຕົກຢູ່ໃນສະພາບທຸກຍາກລຳບາກຢ່າງໜັກໜ່ວງ, ສ່ວນປະເທດລາວ ໃນປີ 1893 ຝຣັ່ງໄດ້ບັງຄັບໃຫ້ສະຫຍາມເຊັນ “ສົນທິສັນຍາຝຣັ່ງ-ສະຫຍາມ”…

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຂອງບັນດາກອງສື່ມວນຊົນໃນກອງທັບ ປະຈໍາ 6 ເດືອນຕົ້ນປີ 2025

ກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງບັນດາສື່ມວນຊົນກອງທັບ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ໄດ້ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມກອງວິທະຍຸກະຈາຍສຽງກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະກົມໂຄສະນາອົບຮົມ, ຫ້ອງການກົມໃຫຍ່, ຫ້ອງການເມືອງ, ຫ້ອງການບໍລິຫານ, ພະແນກການກົມ, ບັນດາສະຫາຍຄະນະພັກ-ຄະນະບັນຊາ 8 ກອງສື່ກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບການເຄື່ອນໄຫວວຽກງານສື່ມວນຊົນໃນກອງທັບ ເຊິ່ງໃນ 6 ເດືອນຕົ້ນປີ 2025…

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານທົ່ວກອງທັບ ຄັ້ງທີ VI ສຳເລັດດ້ວຍໝາກຜົນອັນຈົບງາມ

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານທົ່ວກອງທັບ ຄັ້ງທີ VI ໄດ້ໄຂຂຶ້ນ ແລະ ສຳເລັດລົງຢ່າງຈົບງາມ ໃນວັນທີ 30 ກໍລະກົດ 2025 , ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນກະຊວງປ້ອງກັນປະເທດ ແລະ ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ມີບັນດາສະຫາຍຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ, ບັນດາສະຫາຍພະນັກງານອາວຸໂສບຳນານ, ແຂກຮັບເຊີນທີ່ມາຈາກສູນກາງສະຫະພັນກໍາມະບານບັນດາກະຊວງ, ອົງການ, ບໍລິສັດ, ລັດວິສາຫະກິດ, ໂຮງຈັກ, ໂຮງງານ, ກົມກອງຜະລິດ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ.…

ໝໍໄທເຕືອນໄພກິນຫອຍນາງລົມດິບ ສ່ຽງຕິດເຊື້ອໃນກະແສເລືອດ.

ສູນຕໍ່ຕ້ານຂ່າວປອມໄທເຕືອນໄພ ຈາກການລາຍງານຂອງ ທ່ານຫມໍ ເຈດ (ດຣ. ເຈດ ບຸນຍະວົງສະວິໂຣຈນ໌) ຫລັງຈາກອອກມາເຕືອນຜ່ານເພດ “ຫມໍເຈດ” ເຖິງຄວາມອັນຕະລາຍຈາກການກິນຫອຍນາງລົມດິບ ທີ່ອາດເຮັດໃຫ້ຕິດເຊື້ອແບັກທີເຣຍ “Vibrio vulnificus” ຊຶ່ງພົບໃນນ້ຳທະເລ ແລະນ້ຳກຣ່ອຍ ຖ້າເຊື້ອເຂົ້າສູ່ຮ່າງກາຍ ສາມາດເຮັດໃຫ້ເສຍຊີວິດໄດ້ ໃນບໍ່ເທົ່າໃດຊົ່ວໂມງ, ໂດຍມີອັດຕາການເສຍຊີວິດສູງເຖິງ 50% ຫາກບໍ່ໄດ້ຮັບການຮັກສາທັນເວລາ. ນອກຈາກນັ້ນ ນາຍແພດສຸວັນຊັຍ ວັດທະນາຢິ່ງເຈຣິນໄຊ ອະທິບະດີກົມອານາໄມ ຍັງໄດ້ກ່າວວ່າ ປະຊາຊົນບາງກຸ່ມຍັງນິຍົມກິນເນື້ອສັດທີ່ປຸງແບບສຸກໆດິບໆ ເຊັ່ນ: ລາບຫມູ, ກ້ອຍຊີ້ນ ຫລື ອາຫານປະເພດຢຳຕ່າງໆ ທີ່ພຽງແຕ່ລວກໆ ແລ້ວໃສ່ເຄື່ອງປຸງ ໂດຍມັກຈະເນັ້ນລົດເຜັດຈັດ ຫຼື ສົ້ມຈັດ, ລວມທັງອາຫານແປກໆ ທີ່ບໍ່ໄດ້ຜ່ານການປຸງສຸກ ຫຼື…

ໃຜເປັນແນ່~ ຄວບຄຸມການກິນບໍ່ໄດ້.

ອາການຄວບຄຸມການກິນບໍ່ໄດ້ ອາດສ່ຽງເປັນພາວະກິນບໍ່ເຊົາ (Binge Eating Disorder) ມີອາການກິນໄວ ກິນຫລາຍກວ່າປົກກະຕິໂດຍທີ່ບໍ່ຮູ້ສຶກຫິວ, ມັກກິນອາຫານຄົນດຽວ ແລະ ຈະຮູ້ສຶກເສົ້າຫລັງຈາກກິນ, ຮູ້ສຶກຜິດ ແຕ່ບໍ່ສາມາດຄວບຄຸມຕົວເອງໄດ້ວ່າຄວນກິນອີກ ຫລື ຢຸດກິນ ຈົນນໍ້າໜັກຂຶ້ນ.ອາການນີ້ເກີດຂຶ້ນໄດ້ຈາກຫລາຍປັດໄຈ ແລະ ສາມາດເກີດຂຶ້ນໄດ້ກັບຄົນທຸກເພດທຸກໄວ ໂດຍສະເພາະໄວໜຸ່ມຊ່ວງອາຍຸ 20 ປີຕົ້ນໆ ເຊິ່ງເຊື່ອວ່າເກີດຈາກພາວະຄວາມບໍ່ສົມດຸນຂອງສານເຄມີໃນສະໝອງ ໂດຍສະເພາະສານເລບຕິນ (Leptin) ແລະ ສານເກລິນ (Ghrelin) ເຊິ່ງເປັນຮໍໂມນແຫ່ງຄວາມຫິວ ທີ່ຫລັ່ງອອກມາຫລາຍຜິດປົກກະຕິ ຈົນສົ່ງຜົນໃຫ້ຮ່າງກາຍມີຄວາມຢາກອາຫານເພີ່ມຂຶ້ນ.ນອກຈາກນີ້ຍັງມີການສຶກສາອື່ນໆທີ່ພົບວ່າ ຄວາມຮູ້ສຶກຄຽດ, ໃຈຮ້າຍ, ໂສກເສົ້າ, ເບື່ອ ຫລື ຄວາມຮູ້ສຶກດ້ານລົບ ກໍສາມາດກະຕຸ້ນການຫລັ່ງສານເຫລົ່ານີ້.ຂໍ້ມູນຈາກ ກົມສຸຂະພາບຈິດ ກິນບໍ່ຢຸດ #ສຸຂະພາບຈິດ #ສາລະໜ້າຮູ້ລາວພັດທະນາ

ສຳເລັດກອງປະຊຸມດໍາເນີນຊີວິດການເມືອງຄົບຄະນະບໍລິຫານງານພັກ ທ້າຍສະໄໝ ຂອງກະຊວງປ້ອງກັນປະເທດ ສະໄໝທີ V

ກອງປະຊຸມດໍາເນີນຊີວິດການການເມືອງຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ V ໄດ້ອັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 24 ກໍລະກົດ 2025 , ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ໃນກອງປະຊຸມ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ແຕ່ລະສະຫາຍ ໄດ້ຜັດປ່ຽນກັນຜ່ານບົດສຳຫຼວດຕົນເອງ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ຕະຫຼອດຮອດຜົນສຳເລັດ ແລະ ບາງບັນຫາທີ່ຍັງຄົງຄ້າງ ໃນການຈັດຕັ້ງປະຕິບັດນຳພາໃນໄລຍະຜ່ານມາ ພ້ອມນີ້, ກອງປະຊຸມ ຍັງໄດ້ຕີລາຄືນ, ພ້ອມທັງປະກອບຄຳເຫັນຢ່າງກົງໄປກົງມາ ແລະ ເພື່ອເປັນບ່ອນອີງໃນການເສີມຂະຫຍາຍດ້ານດີ…

“ນ້ໍາຂີງ” – ຢາຈາກທໍາມະຊາດໃນຈອກດຽວ

ຂີງ (Zingiber officinale) ເປັນພືດສະຫມຸນໄພທີ່ໃຊ້ໃນທົ່ວໂລກ, ໂດຍສະເພາະໃນອາຊີ. ມັນຖືກນໍາໃຊ້ທັງໃນອາຫານແລະຢາ. ✅ຄຸນປະໂຫຍດຂອງນ້ຳຂີງ: 🍵 ວິທີເຮັດນ້ຳຂີງງ່າຍໆ:

ຄຸນຄ່າທາງໂພຊະນາການຂອງຜັກແພວ.

ຜັກແພວຜັກພື້ນບ້ານ…ເປັນພືດຜັກທີ່ນິຍົມເອົາມາກິນເປັນຜັກແກ້ມ ກິນກັບລາບ, ຕຳໝາກຫຸ່ງ ຫລື ເຝີ ເປັນຜັກທີ່ມີກິ່ນຫອມສະເພາະໂຕ, ລົດຊາດຮ້ອນແຮງ ນິຍົມເອົາມາກິນກັບລາບ ລວມໄປເຖິງເອົາມາໃຊ້ດັບກິ່ນຄາວ.ຄຸນຄ່າທາງໂພຊະນາການຂອງຜັກແພວແມ່ນເຕັມໄປດ້ວຍສານຕ້ານອະນຸມູນອິດສະລະຈຳນວນຫລາຍ ທັງຍັງມີສັບພະຄຸນປ້ອງກັນ ແລະ ຕໍ່ຕ້ານພະຍາດມະເຮັງ, ອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ສຳຄັນໃນປະລິມານສູງຫລາຍກ່ວາພືດຊະນິດອື່ນ ບໍ່ວ່າຈະແມ່ນິຕາມິນ A, ວິຕາມິນ C, ທາດການຊຽມ ແລະ ທາດເຫລັກ ທັງຍັງມີສັບພະຄຸນທາງຢາທີ່ຊ່ວຍເພີ່ມການເຜົາຜານໄຂມັນໃນເລືອດ ເໝາະສົມເປັນພືດສະໝຸນໄພຫລຸດນຳ້ໜັກໄດ້ໂດຍບໍ່ຂາດສານອາຫານ ສາມາດຊ່ວຍບຳລຸງ ແລະ ຮັກສາສາຍຕາ ທັງຍັງຊ່ວຍບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ ແລະ ສິ່ງສຳຄັນນັ້ນຈະຊ່ວຍໃນການຂັບຖ່າຍ ປ້ອງກັນ ແລະ ແກ້ອາການຍື່ງທ້ອງຖ່າຍຍາກ.ນອກຈາກນີ້, ຍັງຊ່ວຍປ້ອງກັນພະຍາດມະເຮັງລຳໄສ້ ເພາະເປັນຜັກທີ່ມີໄຟເບີ ຫລື ເສັ້ນໄຍອາຫານຫລາຍເຖິງ 9,7…

ທະຫານນະຄອນຫຼວງວຽງຈັນ ຫວນຄືມມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ.

ວັນທີ 16 ກໍລະກົດ 2025 ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ວັນທີ (20 ກໍລະກົດ 1955-20 ກໍລະກົດ 2025 ) ໂດຍເປັນກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກສະຫະພັນແມ່ຍິງ ແລະ ເອື້ອຍນ້ອງແມ່ຍິງທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ຫວນຄືນມູນເຊື້ອຕົ້ນກໍາເນີດ,…

ກອງວິທະຍຸກະຈາຍສຽງກອງທັບ ສໍາເລັດການອົບຮົມວຽກງານການເມືອງ – ແນວຄິດ ປະຈຳປີ 2025.

ວັນ 16 ກໍລະກົດ 2025, ກອງວິທະຍຸກະຈາຍສຽງກອງທັບ ໄດ້ສໍາເລັດການອົບຮົມວຽກງານການເມືອງ – ແນວຄິດ ປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ສຽງວຽງ ແນວຮັກພູມສະໄໝ ຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສີສະໝອນ ແສນມິດ ຮອງຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ ໄດ້ລາຍງານຜົນສໍາເລັດໃນການອົບຮົມວຽກງານການເມືອງ – ແນວຄິດ ຂອງກອງວິທະຍຸກະຈາຍສຽງກອງທັບ ປະຈໍາປີ 2025 ເຊິ່ງຄະນະພັກ-ຄະນະບັນຊາ, ຄະນະອະນຸກຳມະການທີ່ຮັບຜິດຊອບ ແຕ່ລະວຽກງານ ໄດ້ຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການນໍາພາຂອງຕົນ…

ໂຮງໝໍສູນກາງ 103 ກອງທັບ ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ.

ວັນທີ 14 ກໍລະກົດ 2025, ໂຮງໝໍສູນກາງ 103 ກອງທັບ ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ. ໂດຍການເປັນປະທານ ແລະ ໃຫ້ກຽດຂຶ້ນປາຖະກະຖາຂອງສະຫາຍ ພັນເອກ ນາງ ປາ ວົງສະແຫວງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີສະຫາຍ ພັນເອກ ໄພວັນ ໄຊພູບານ ຄະນະອໍານວຍການ, ຫົວໜ້າຫ້ອງພະລາທິການ-ເຕັກນິກໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ ,ຫ້ອງ,ພະແນກການຕະຫຼອດເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງໂຮງໝໍສູນກາງ 103 ກອງທັບ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນເອກ ນາງ ປາ ວົງສະແຫວງ ໄດ້ເລົ່າຄືນມູນເຊື້ອການກໍາເນີດ ແລະ…

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ Vl (ຮອບທີ 2) ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ Vl (ຮອບທີ 2) ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2025, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະອໍານວຍການວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີໜ່ວຍງານຈາກກະຊວງປ້ອງກັນປະເທດ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍເລຂາ, ຮອງເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ແລະ ຮ່າງທິດທາງແຜນການໃນຕໍ່ໜ້າ ຂອງຄະນະພັກກະຊວງປ້ອງກັນປະເທດ, ຮ່າງບົດສຳຫຼວດການນໍາພາລວມ, ການປະກອບຄຳຄິດ ເຫັນໃສ່ຮ່າງບົດລາຍງານເມືອງ ແລະ ຮ່າງບົດສຳຫຼວດການນໍາພາລວມ, ຜ່ານຮ່າງນິຕິກຳການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,…

ກໍລະນີສຶກສາສະແດງໃຫ້ເຫັນວ່າການດື່ມກາເຟສໍາເລັດຮູບເພີ່ມຄວາມສ່ຽງຈໍປະສາດຕາເສື່ອມ700%

ນັກວິຈັຍໄດ້ພົບວ່າການດື່ມກາແຟສຳເລັດຮູບ (instant coffee) ອາດເພີ່ມຄວາມສ່ຽງໃນການເປັນໂຣກຈໍປະສາດຕາເສື່ອມແບບແຫ້ງ (Dry AMD) ໃນຄົນເຖົ້າໄດ້ສູງຮອດ 700% ໂດຍສຶກສາຈາກຂໍ້ມູນຜູ້ເຂົ້າຮ່ວມຫຼາຍກວ່າ 500,000 ຄົນໃນສະຫະລັດອານາຈັກ ສະຫລຸບແລ້ວ ການດື່ມກາແຟສຳເລັດຮູບອາດເພີ່ມຄວາມສ່ຽງໃນການເປັນໂຣກຈໍປະສາດຕາເສື່ອມແບບແຫ້ງສູງ ໂດຍສະເພາະຜູ້ທີ່ມີກໍາມະພັນທີ່ສ່ຽງ ຈຶ່ງຄວນລະວັງ ຫລື ປຶກສາແພດຖ້າພົບວ່າມີຄວາມສ່ຽງດ້ານສາຍຕາ. ສາລະໜ້າຮູ້ລາວພັດທະນາ

ຫ້ອງນ້ຳສາທາລະນະ ເປັນສະຖານທີ່ລວມເຊື້ອພະຍາດຫາກໃຊ້ຢ່າງບໍ່ລະມັດລະວັງ.

ນອກຈາກຕ້ອງເລືອກຫ້ອງນ້ຳທີ່ສະອາດເຮັດຄວາມສະອາດລະຫວ່າງມື້ເປັນປະຈຳໆ ເພື່ອຫລຸດການສະສົມຂອງເຊື້ອພະຍາດແລ້ວ ຍັງຕ້ອງລະວັງບໍ່ແຜ່ເຊື້ອພະຍາດຈາກຕົນເອງສູ່ຜູ້ອື່ນພ້ອມ ເຊິ່ງມື້ນີ້ຈະມາແນະນຳວິທີການໃຊ້ຫ້ອງນ້ຳສາທາລະນະໃຫ້ປອດໄພຈາກເຊື້ອພະຍາດເອົາໄວ້ດັ່ງນີ້: 10 ສິ່ງທີ່ຄວນລະວັງ ເມື່ອໃຊ້ຫ້ອງນ້ຳສາທາລະນະ