ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກໍລະນີສຶກສາສະແດງໃຫ້ເຫັນວ່າການດື່ມກາເຟສໍາເລັດຮູບເພີ່ມຄວາມສ່ຽງຈໍປະສາດຕາເສື່ອມ700%

ນັກວິຈັຍໄດ້ພົບວ່າການດື່ມກາແຟສຳເລັດຮູບ (instant coffee) ອາດເພີ່ມຄວາມສ່ຽງໃນການເປັນໂຣກຈໍປະສາດຕາເສື່ອມແບບແຫ້ງ (Dry AMD) ໃນຄົນເຖົ້າໄດ້ສູງຮອດ 700% ໂດຍສຶກສາຈາກຂໍ້ມູນຜູ້ເຂົ້າຮ່ວມຫຼາຍກວ່າ 500,000 ຄົນໃນສະຫະລັດອານາຈັກ

  • ຜົນງານຖືກຕີພິມໃນນິຕິສານ Food Science & Nutrition ລະບຸວ່າ ຄົນທີ່ມັກດື່ມກາແຟສຳເລັດຮູບບວກກັບກໍາມະພັນ ແມ່ນສິ່ງທີ່ເປັນປັດໃຈເສີມຄວາມສ່ຽງຂອງໂຣກນີ້
  • ໂຣກ AMD ເປັນໂຣກທີ່ພົບໄດ້ບໍ່ນ້ອຍໃນຄົນເຖົ້າ ແລະຍັງບໍ່ມີວິທີຮັກສາທີ່ຊັດເຈນ ການລົດຫຼືຫຍຸດດື່ມກາແຟສຳເລັດຮູບ ຈຶ່ງເປັນວິທີໜຶ່ງໃນການປ້ອງກັນ
  • ນັກວິຈັຍກຳລັງສຶກສາເພີ່ມເຕີມເພື່ອເຂົ້າໃຈກັບກົນໄກທາງຊີວະວິທະຍາ ແລະຈະນຳຂໍ້ມູນພັນທຸກຳມາພັດທະນາວິທີປ້ອງກັນທີ່ເໝາະສົມກັບແຕ່ລະຄົນ

ສະຫລຸບແລ້ວ ການດື່ມກາແຟສຳເລັດຮູບອາດເພີ່ມຄວາມສ່ຽງໃນການເປັນໂຣກຈໍປະສາດຕາເສື່ອມແບບແຫ້ງສູງ ໂດຍສະເພາະຜູ້ທີ່ມີກໍາມະພັນທີ່ສ່ຽງ ຈຶ່ງຄວນລະວັງ ຫລື ປຶກສາແພດຖ້າພົບວ່າມີຄວາມສ່ຽງດ້ານສາຍຕາ.

ສາລະໜ້າຮູ້ລາວພັດທະນາ