ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຍົກລະດັບຄວາມຮູ້, ຄວາມສາມາດໃນການນຳພາ, ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກແຕ່ລະຂັ້ນ ເພື່ອເຊີດຊູບົດບາດການນໍາພາຂອງພັກໃຫ້ສູງເດັ່ນຂຶ້ນເລື້ອຍໆ

ໃນໂອກາດເຂົ້າຮ່ວມກອງປະຊຸມດຳເນີນຊີວິດການເມືອງ ໃນການກະກຽມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ໄດ້ສະແດງຄວາມຮູ້ສຶກຂອງຕົນວ່າ: ມີຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ເຂົ້າຮ່ວມກອງປະຊຸມດຳເນີນຊີວິດການເມືອງໃນຄັ້ງນີ້, ເຊິ່ງເປັນການປັບປຸ່ງປົວແປງພາຍໃນພັກ ໂດຍສະເພາະແມ່ນປັບປຸງປົວແປງຄະນະພັກແຕ່ລະຂັ້ນໃຫ້ແກ່ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ເພື່ອແນ່ໃສ່ຍົກລະດັບຄວາມຮູ້, ຄວາມສາມາດໃນການນຳພາ, ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກແຕ່ລະຂັ້ນກໍຄື ສະມາຊິກພັກທຸກສະຫາຍ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ທັງເປັນການກວດກາຄືນຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮັບຜິດຊອບໜ້າທີ່ການເມືອງ, ແບບແຜນນຳພາ-ວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ ແລະ ການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ຕະຫຼອດໄລຍະຊຸມປີຜ່ານມາ ເພື່ອແນ່ໃສ່ສົ່ງເສີມຜົນງານດ້ານດີ ແລະ ປັບປຸງແກ້ໄຂ້ຈຸດຄົງຄ້າງ ພ້ອມທັງຊອກວິທີແກ້ໄຂໃນຕໍ່ໜ້າ. ຜ່ານການຈັດຕັ້ງປະຕິບັດບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ຈະເຮັດໃຫ້ບົດບາດຄວາມສາມາດນຳພາ-ບັນຊາຂອງຄະນະພັກແຕ່ລະຂັ້ນດີຂຶ້ນ ແລະ ທັງເປັນການກະກຽມທຸກເງື່ອນໄຂໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດທີ່ຈະໄດ້ໄຂຂຶ້ນ ແລະ ດຳເນີນໄປຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ພາຍຫຼັງສໍາເລັດການເຂົ້າຮ່ວມກອງປະຊຸມດຳເນີນຊີວິດການເມືອງ ໃນການກະກຽມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃນຄັ້ງນີ້ແລ້ວ ຈະນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ຄະນະພັກ – ຄະນະບັນຊາທຸກຂັ້ນ ກໍຄືພະນັກງານ – ສະມາຊິກພັກທຸກສະຫາຍຢູ່ພາຍໃນກົມກອງໃຫ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ, ເພື່ອແນ່ໃສ່ເຮັດໃຫ້ຖັນແຖວພະນັກງານ-ສະມາຊິກພັກໄດ້ຮັບຮູ້ເຊື່ອມຊືມກຳແໜ້ນແນວທາງຂອງພັກ, ກົດໝາຍຂອງລັດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານສະມາຊິກພັກທີ່ດີເດັ່ນ ມີຄວາມຮູ້-ຄວາມສາມາດ, ຊອກຄົ້ນຄວ້າສຶກສາຮ່ຳຮຽນ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ສຳເລັດຕາມການມອບໝາຍຂອງຂັ້ນເທິງ, ຍົກລະດັບຄວາມຮູ້, ຄວາມສາມາດໃນການນຳພາ, ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກແຕ່ລະຂັ້ນ ເພື່ອເຊີດຊູບົດບາດການນໍາພາຂອງພັກໃຫ້ສູງເດັ່ນຂຶ້ນເລື້ອຍໆ.

ໂດຍ: ຄຳອ້າຍ ທອງວັນ