ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຄຸນຄ່າທາງໂພຊະນາການຂອງຜັກແພວ.

ຜັກແພວຜັກພື້ນບ້ານ…ເປັນພືດຜັກທີ່ນິຍົມເອົາມາກິນເປັນຜັກແກ້ມ ກິນກັບລາບ, ຕຳໝາກຫຸ່ງ ຫລື ເຝີ ເປັນຜັກທີ່ມີກິ່ນຫອມສະເພາະໂຕ, ລົດຊາດຮ້ອນແຮງ ນິຍົມເອົາມາກິນກັບລາບ ລວມໄປເຖິງເອົາມາໃຊ້ດັບກິ່ນຄາວ
.
ຄຸນຄ່າທາງໂພຊະນາການຂອງຜັກແພວແມ່ນເຕັມໄປດ້ວຍສານຕ້ານອະນຸມູນອິດສະລະຈຳນວນຫລາຍ ທັງຍັງມີສັບພະຄຸນປ້ອງກັນ ແລະ ຕໍ່ຕ້ານພະຍາດມະເຮັງ, ອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ສຳຄັນໃນປະລິມານສູງຫລາຍກ່ວາພືດຊະນິດອື່ນ ບໍ່ວ່າຈະແມ່ນິຕາມິນ A, ວິຕາມິນ C, ທາດການຊຽມ ແລະ ທາດເຫລັກ ທັງຍັງມີສັບພະຄຸນທາງຢາທີ່ຊ່ວຍເພີ່ມການເຜົາຜານໄຂມັນໃນເລືອດ ເໝາະສົມເປັນພືດສະໝຸນໄພຫລຸດນຳ້ໜັກໄດ້ໂດຍບໍ່ຂາດສານອາຫານ ສາມາດຊ່ວຍບຳລຸງ ແລະ ຮັກສາສາຍຕາ ທັງຍັງຊ່ວຍບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ ແລະ ສິ່ງສຳຄັນນັ້ນຈະຊ່ວຍໃນການຂັບຖ່າຍ ປ້ອງກັນ ແລະ ແກ້ອາການຍື່ງທ້ອງຖ່າຍຍາກ
.
ນອກຈາກນີ້, ຍັງຊ່ວຍປ້ອງກັນພະຍາດມະເຮັງລຳໄສ້ ເພາະເປັນຜັກທີ່ມີໄຟເບີ ຫລື ເສັ້ນໄຍອາຫານຫລາຍເຖິງ 9,7 ກຣາມ ເຊິ່ງຖືວ່າຢູ່ໃນຕະກູນຜັກທີ່ມີເສັ້ນໄຍອາຫານຫລາຍທີ່ສຸດ 10 ອັນດັບຂອງຜັກພືດສະໝຸນໄພນຳອີກ
.
ໃນຜັກແພວປະລິມານ 1 ຂີດ ຈະມີທາດການຊຽມ 191 ມິນລີກຣາມ ຊ່ວຍຫລຸດການສູນເສຍມວນກະດູກ, ຫລຸດຄວາມສ່ຽງຕໍ່ສະພາບກະດູກຜ່ອຍ, ມີຟົສຟໍ 45 ມິນລີກຣາມ, ຊ່ວຍຫລຸດອາການເມື່ອຍງ່າຍ, ມີທາດເຫລັກ ເຊິ່ງເປັນອົງປະກອບສຳຄັນໃນການສ້າງເມັດເລືອດຢູ່ 5,6 ມິນລີກຣາມ ແລະ ເບຕ້າແຄໂຣທີນ 3.718 ໄມໂຄຣກຣາມ.