ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສຳເລັດກອງປະຊຸມດໍາເນີນຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ.

ວັນທີ 15 ກໍລະກົດ 2025, ກະຊວງປ້ອງກັນປະເທດ ໄດ້ສຳເລັດກອງປະຊຸມດໍາເນີນຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ພາຍຫຼັງດຳເນີນເປັນເວລາ 2 ວັນ, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍ ກຳມະການສູນກາງພັກ, ບັນດາສະຫາຍຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່ ແລະ ຫ້ອງວ່າການກະຊວງ, ບັນດາສະຫາຍເລຂາ, ຮອງເລຂາ ຄະນະພັກບັນດາອົງການ, ຫ້ອງການ, ກົມອ້ອມຂ້າງກະຊວງ, ຄະນະພັກກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.

ຜ່ານການຈັດຕັ້ງປະຕິບັດບັ້ນດໍາເນີນຊີວິດການເມືອງ ຕະຫຼອດໄລຍະເວລາ 2 ວັນ, ເຫັນໄດ້ວ່າ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຊີວິດຊີວາ, ຄະນະພັກ-ຄະນະບັນຊາ ໃນຂັ້ນຕ່າງໆມີ ຄວາມເປັນເອກະພາບສູງຕໍ່ການຕີລາຄາຜົນສໍາເລັດ, ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງ ໃນຊຸມປີທີ່ຜ່ານມາ ໃນສະພາບແວດລ້ອມສາກົນທີ່ມີຄວາມສັບສົນ ແລະ ຄາດຄະເນໄດ້ຍາກ, ສະພາບລວມພາຍໃນປະເທດເຮົາ ກໍຍັງປະເຊີນກັບຄວາມຫຍຸ້ງຍາກຫຼາຍປະການ; ຄະນະບໍລິຫານພັກກະຊວງປ້ອງກັນປະເທດໄດ້ເຄື່ອນໄຫວຊີ້ນໍາກວມລວມ ແລະ ມີລັກສະນະບຸກທະລຸ ສູ່ການຫັນປ່ຽນໃໝ່ໃນການນໍາພາຂອງພັກ ຢ່າງຕໍ່ເນື່ອງຈົນຮອດປັດຈຸບັນ, ລວມທັງການກຳນົດມາດຕະການກຳນົດບັນດາເນື້ອໃນຈຸດສຸມໃນການນໍາພາຂອງພັກ, ການແກ້ໄຂຈຸດຂໍ້ຄົງຄ້າງ ແລະ ວາງທິດທາງ ເພື່ອແກ້ໄຂບັນຫາຕົວຈິງ; ສົມທົບລະຫວ່າງການປັບປຸງລະບອບແບບແຜນໃນການເຄື່ອນໄຫວນໍາພາ ໄປຄຽງຄູ່ກັບການຕີຖອຍປະກົດການຫຍໍ້ທໍ້ຢູ່ພາຍໃນພັກ ເຊິ່ງໃນຖານະຄະນະພັກ – ຄະນະບັນຊາຈະຕ້ອງຫັນບັນຫາດັ່ງກ່າວເຂົ້າໃນມະຕິຄະນະພັກຂັ້ນຂອງຕົນໃຫ້ແທດເໝາະ ແລະ ຈັດຕັ້ງປະຕິບັດໃຫ້ເປັນຈິງຢູ່ໃນກອງທັບເຮົາໃນຊຸມປີຕໍ່ໜ້າ.

ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໂອ້ລົມ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນ ທີ່ເຂົ້າຮ່ວມບັ້ນດໍາເນີນຊີວິດການເມືອງທົ່ວກອງທັບ ໃນຄັ້ງນີ້, ຈົ່ງພ້ອມກັນສືບຕໍ່ຖືເປັນສໍາຄັນວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບພາຍໃນກົມກອງຕົນ, ພ້ອມກັນຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງ, ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເພີ່ມທະວີປັບປຸງລະບຽບວິໄນ, ມະຕິ, ຄຳສັ່ງ, ຂໍ້ກໍານົດ, ກົດລະບຽບຕ່າງໆຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ເປັນແບບຢ່າງນຳໜ້າໃນດ້ານແບບແຜນການນຳພາ, ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ພ້ອມກັນນໍາເອົາຜົນສໍາເລັດຂອງບັ້ນດໍາເນີນຊີວິດ ການເມືອງຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງໃຫ້ປະກົດຜົນເປັນຈິງ.

ໂດຍ: ຄຳອ້າຍ ທອງວັນ