ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ໃຜເປັນແນ່~ ຄວບຄຸມການກິນບໍ່ໄດ້.

ອາການຄວບຄຸມການກິນບໍ່ໄດ້ ອາດສ່ຽງເປັນພາວະກິນບໍ່ເຊົາ (Binge Eating Disorder) ມີອາການກິນໄວ ກິນຫລາຍກວ່າປົກກະຕິໂດຍທີ່ບໍ່ຮູ້ສຶກຫິວ, ມັກກິນອາຫານຄົນດຽວ ແລະ ຈະຮູ້ສຶກເສົ້າຫລັງຈາກກິນ, ຮູ້ສຶກຜິດ ແຕ່ບໍ່ສາມາດຄວບຄຸມຕົວເອງໄດ້ວ່າຄວນກິນອີກ ຫລື ຢຸດກິນ ຈົນນໍ້າໜັກຂຶ້ນ
.
ອາການນີ້ເກີດຂຶ້ນໄດ້ຈາກຫລາຍປັດໄຈ ແລະ ສາມາດເກີດຂຶ້ນໄດ້ກັບຄົນທຸກເພດທຸກໄວ ໂດຍສະເພາະໄວໜຸ່ມຊ່ວງອາຍຸ 20 ປີຕົ້ນໆ ເຊິ່ງເຊື່ອວ່າເກີດຈາກພາວະຄວາມບໍ່ສົມດຸນຂອງສານເຄມີໃນສະໝອງ ໂດຍສະເພາະສານເລບຕິນ (Leptin) ແລະ ສານເກລິນ (Ghrelin) ເຊິ່ງເປັນຮໍໂມນແຫ່ງຄວາມຫິວ ທີ່ຫລັ່ງອອກມາຫລາຍຜິດປົກກະຕິ ຈົນສົ່ງຜົນໃຫ້ຮ່າງກາຍມີຄວາມຢາກອາຫານເພີ່ມຂຶ້ນ
.
ນອກຈາກນີ້ຍັງມີການສຶກສາອື່ນໆທີ່ພົບວ່າ ຄວາມຮູ້ສຶກຄຽດ, ໃຈຮ້າຍ, ໂສກເສົ້າ, ເບື່ອ ຫລື ຄວາມຮູ້ສຶກດ້ານລົບ ກໍສາມາດກະຕຸ້ນການຫລັ່ງສານເຫລົ່ານີ້
.
ຂໍ້ມູນຈາກ ກົມສຸຂະພາບຈິດ

ກິນບໍ່ຢຸດ #ສຸຂະພາບຈິດ #ສາລະໜ້າຮູ້ລາວພັດທະນາ