ປິດຊຸດອົບຮົມການເມືອງ ໄລຍະສັ້ນ ບັນດາກອງສື່ມວນຊົນກອງທັບ ຄັ້ງທີ I.

ພິທີປິດຊຸດອົບຮົມການເມືອງ ໄລຍະສັ້ນ ບັນດາກອງສື່ມວນຊົນກອງທັບ ຄັ້ງທີ I, ຈັດຂຶ້ນໃນວັນທີ 27 ພຶດສະພາ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກໍາມະການຄະນະພັກກົມໃຫຍ່ການເມືອງກອງທັບ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ, ຄູອາຈານ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຜົນສໍາເລັດການຝຶກອົບຮົມຄັ້ງນີ້ຄະນະນໍາກົມໃຫຍ່ການເມືອງກອງທັບ, ກົມໂຄສະນາອົບຮົມ ກໍຄືຄະນະຮັບຜິດຊອບລວມທາງດ້ານເນື້ອໃນແຜນການ, ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຕໍ່ການຈັດຕັ້ງປະຕິບັດແຜນການຝຶກອົບຮົມຄັ້ງນີ້, ພ້ອມນີ້ພະແນກທີ່ກ່ຽວຂ້ອງ, ຄູ-ອາຈານ ໄດ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມໜ້າທີ່, ພາລະບົດບາດຄວາມຮັບຜິດຊອບຂອງຕົນ, ເປັນຕົ້ນການສ້າງແຜນການ,…