ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ຂ່າວພາບ

ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ຊຸດທີ II

ວັນທີ 27 ມີນາ 2025, ກອງວິທະຍຸກະຈາຍສຽງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ຊຸດທີ II, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ແສງວຽງ ແນວຮັກພູມສະໄໝ ຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ສຸກຂີ ວົງພິມ ຮອງຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ, ໄດ້ເຜີຍແຜ່ບົດລາຍງານຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ, ຜ່ານຮ່າງມະຕິກອງປະຊຸມ ແລະ ບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ. ເຊິ່ງໃນກອງປະຊຸມໄດ້ຄົ້ນຄວ້າຕົກລົງຫຼາຍບັນຫາສໍາຄັນ ແລະ…

ກົມໃຫຍ່ເສນາທິການກອງທັບ ສຳເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VII ດ້ວຍໝາກຜົນອັນຈົບງາມ.

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ເສນາທິການກອງທັບ ໄດ້ໄຂຂຶ້ນ ແລະ ສຳເລັດດ້ວຍໝາກຜົນອັນຈົບງາມ ໃນວັນທີ 28 ມີນາ 2025, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈຳພັກກະຊວງ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ແຂກຖືກເຊີນ, ຜູ້ແທນສະມາຊິກພັກສົມບູນ ຈາກຄະນະພັກຮາກຖານ ແລະ ໜ່ວຍພັກ ກົມກອງຮາກຖານທີ່ຂຶ້ນກັບເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພົນຕີ ສາຍໃຈ…