ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ການຊັກຖາມຂອງ ສສຊ ກ່ຽວກັບການຄຸ້ມຄອງບັນຊີເງິນຝາກທີ່ເປັນເງິນຕາຕ່າງປະເທດ ຢູ່ ສປປ ລາວ

ຕາມວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຂອງວັນທີ 10 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ. ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ການຊັກຖາມຂອງ ສສຊ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງ ທຫລ ສະບັບເລກທີ 288/ທຫລ, ລົງວັນທີ 3 ເມສາ 2025 ວ່າດ້ວຍການຄຸ້ມຄອງບັນຊີເງິນຝາກທີ່ເປັນເງິນຕາຕ່າງປະເທດ ຢູ່ ສປປ ລາວ ເຫັນວ່າສັງຄົມໃຫ້ຄວາມສົນໃຈ,…