ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສົກຮຽນ 2025-2026 ວປກ ໄດ້ປັບປຸງໂຄງການຫຼັກສູດການຮຽນ-ການສອນ ໃຫ້ມີຄຸນະພາບກວ່າເກົ່າ

ນັບແຕ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ທັນວາ 1996 ຜ່ານມາ ຄະນະພັກ-ຄະນະອໍານວຍການແຕ່ລະຮຸ້ນ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ໃນການປັບປຸງກໍ່ສ້າງຖັນແຖວພະນັກງານ-ຄູອາຈານ ຢູ່ ວປກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໜັກແໜ້ນ ທາງດ້ານປະລິມານ ແລະ ຄຸນະພາບ, ເວົ້າລວມ ເວົ້າສະເພາະ ກໍແມ່ນການກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ທາງດ້ານທິດສະດີຫຼັກການ, ບົດຮຽນ ແລະ ປະສົບການ ໃນນໍາພາ-ບັນຊາແຕ່ລະຂັ້ນ ເພື່ອປະກອບໃຫ້ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນ ມາຮອດປັດຈຸບັນ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ກໍ່ສ້າງ ແລະ ບໍາລຸງນັກຮຽນ-ນັກສຶກສາ ແຕ່ລະ ລະບົບໄດ້ 6000 ກວ່າສະຫາຍ, ເຊິ່ງບັນດາສະຫາຍດັ່ງກ່າວ ທີ່ຈົບໄປແລ້ວນັ້ນ ລ້ວນແລ້ວແຕ່ໄດ້ເປັນການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ແລະ ຕໍາແໜ່ງສໍາຄັນຕ່າງໆ ຢູ່ອົງການກະຊວງ, ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ.

ເພື່ອສືບຕໍ່ເສີມຂະຫຍາຍຜົນງານດັ່ງກ່າວທີ່ຍາດມາໄດ້ນັ້ນ, ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໃຫ້ສໍາພາດວ່າ: ເພື່ອຮັບປະກັນໃຫ້ການກະກຽມເປີດສົກຮຽນໃໝ່ 2025-2026, ວປກ ກໍໄດ້ປັບປຸງໂຄງການຫຼັກສູດການຮຽນ-ການສອນ ໃຫ້ຮັບການຈັດຕັ້ງປະະຕິບັດ ແລະ ມີປະສິດທິພາບສູງກວ່າເກົ່າ, ພ້ອມນັ້ນ ຄະນະພັກ-ຄະນະອຳນວຍການ ໄດ້ສຸ່ມໃສ່ຊີ້ນໍາບາງວຽກຕົ້ນຕໍສຳຄັນຄື: ໂດຍອີງຕາມ ກົດໝາຍການສຶກສາແຫ່ງຊາດ ສະບັບປັບປຸງ ສະບັບເລກທີ 62/ສພຊ, ລົງວັນທີ 19/7/2016, ອີງຕາມມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ຄັ້ງວັນທີ 7-8/7/2025 ວ່າດ້ວຍວຽກງານ ວິທະຍາຄານ-ໂຮງຮຽນທົ່ວກອງທັບ ນັບແຕ່ປີ 2025-2030, ອິງຕາມແຜນການອົບຮົມ-ກໍ່ສ້າງ ວປກ ປະຈໍາປີ 2025-2026 ໃຫ້ມີຄຸນະພາບສູງກວ່າເກົ່າ ຄະນະພັກ-ຄະນະອຳນວຍການ ວປກ ຈຶ່ງໄດ້ຈັດຕັ້ງຄົ້ນຄວ້າປັບປຸງນິຕິກຳໂຄງການຫຼັກສູດການຮຽນ-ການສອນຈໍານວນໜຶ່ງ ເພື່ອໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງຂອງຍຸກສະໄໝໃນປັດຈຸບັນ ເປັນຕົ້ນແມ່ນ: ຫຼັກສູກການຮຽນ-ການສອນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ການນໍາພັກ-ລັດ ( ພະນັກງານນໍາພາ-ຄຸ້ມຄອງ ) ຈາກ 45 ວັນມາເປັນ 65 ວັນ, ຫຼັກສູດຍຸດທະບັ້ນຮົບ-ຍຸດທະສາດ ລະບົບ 1 ປີ ກໍໄດ້ປັບປຸງເນື້ອໃນການສິດສອນຈໍານວນໜຶ່ງໃຫ້ຖືກຕ້ອງກັບເປົ້າໝາຍ, ຫຼັກສູດປະລິນຍາໂທ-ປະລິນຍາຕີ ແລະ ບັນດາເປົ້າໝາຍຮຽນພື້ນຖານແມ່ນຍັງຮັກສາໄວ້ຄືເກົ່າ ມີແຕ່ປັບປຸງທາງດ້ານເນື້ອໃນຂອງຫຼັກສູດການສິດສອນເພື່ອໃຫ້ແທດເໝາະກັບຕົວຈິງ .

ຕິດພັນກັບການປັບປຸງໂຄງການຫຼັກສູດການຮຽນ-ການສອນທຸກລະບົບແລ້ວ, ຍັງໄດ້ປະສົມປະສານກັບການຮຽນແບບຕັ້ງໜ້າທັນສະໄໝກັບເຕັກໂນໂລຢີ, ບັນດາຂໍ້ມູນຂ່າວສານ ຜ່ານທາງອິນເຕີເນັດ, ເວັບໄຊທີ່ຕິດຕັ້ງຢູ່ບັນດາຫ້ອງຮຽນຂອງວິທະຍາຄານ.

ສໍາລັບບຸກຄະລາກອນທີ່ຈະເຂົ້າມາມາສຶກສາຮໍ່າຮຽນ ໃນສົກຮຽນ 2025-2026, ຈໍານວນໃໝ່ ມີ 110 ຫ້ອງ, ມີຈໍານວນພົນທັງໝົດ 310 ສະຫາຍ, ໄດ້ຜ່ານການຄັດເລືອກມາຈາກບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນ ຜ່ານອະນຸກຳມະການຄົ້ນຄວ້າຂັ້ນກະຊວງເຫັນວ່າຖືກຕ້ອງຕາມເງື່ອນໄຂມາດຖານຂອງວິທະຍາຄານໃນກອງທັບ.

ສໍາລັບຖັນແຖວພະນັກງານ-ຄູອາຈານຢູ່ແຕ່ລະຄະນະວິຊາຄູຄື: ຄະນະວິຊາຄູການທະຫານ, ຄູການເມືອງ, ຄູເຫຼົ່າຮົບ ຄູອາຈານສ່ວນຫຼາຍແມ່ນໄດ້ສຶກສາຮໍ່າຮຽນຢູ່ທັງພາຍໃນ ແລະ ຕ່າງປະເທດ, ມີຄູອາຈານລະດັບການສຶກສາປະລິນຍາເອກກວມເອົາ 20%,ປະລິນຍາໂທກວມເອົາ 40 %, ເຫຼືອນັ້ນແມ່ນຈົບປະລິນຍາຕີ ແລະ ໃນໄລຍະທີ່ຜ່ານມາ ວປກ ໄດ້ຈັດຕັ້ງຝືກອົບຮົມບໍາລຸງຄູໄລຍະສັ້ນ 45 ວັນ ໃຫ້ຄູໃໝ່ໃນແຕ່ລະປີ ແລະ ໄດ້ຈັດຕັ້ງເອົາຄູລົງຝືກຫັດຕົວຈິງຢູ່ກົມກອງທ້ອງຖິ່ນໄລຍະ 3 ເດືອນ ແຕ່ເດືອນ6-8/2025 ເປັນຄັ້ງທໍາອິດ.

ນອກນີ້, ວິທະຍາຄານຍັງຈະສືບຕໍ່ນໍາເອົາຄູອາຈານລົງໄປຝືກຫັດຕົວຈິງຢູ່ກຳລັງຫຼວງ-ກຳລັງທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດ, ມີປະສົບການຕົວຈິງ ເພື່ອມາສິດສິດສອນຢູ່ວິທະຍາຄານ ໃຫ້ມີຄຸນະພາບສູງກວ່າເກົ່າ, ໄດ້ຈັດຕັ້ງກວດກາສອບເສັງຄູສອນດີ-ສອນເກັງປະຈໍປີ 2025 ຈໍານວນ 12 ສະຫາຍ ມາຈາກແຕ່ລະຄະນະວິຊາຄູ ແລະ ຄູອາຈານໄດ້ໄປບໍາລຸງ, ທັດສະນະສຶກສາຢູ່ ສສ ຫວຽດນາມ, ສປ ຈີນ, ໄດ້ຈັດຕັ້ງຄົ້ນຄວ້າສໍາມະນາວິທະຍາສາດບັນດາຫົວຂໍ້ນິຕິກຳຕ່າງໆຂອງແຕ່ລະຄະນະວິຊາຄູ ແລະ ເຂົ້າຮ່ວມກັບ 5 ວິທະຍາຄານ ເພື່ອເປັນການຄົ້ນຄວ້າປັບປຸງຫຼັກສູດການຮຽນ-ການສອນໃຫ້ແທດເໝາະກັບແຕ່ລະເປົ້າໝາຍ, ນອກນັ້ນຍັງມີຄູຊຽວຊານຫວຽດນາມ, ຈີນ ແລະ ຣັດເຊຍ ທີ່ມາສິດສອນຢູ່ ວປກ ຕື່ມອີກ.

ສະຫາຍ ພົນຕີ ພັນແສງ ບຸນພັນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ສໍາລັບການກະກຽມສະຖານທີ່ພັກເຊົາ, ຫ້ອງອາຫານ, ຫ້ອງຮຽນ ແລະ ອຸປະກອນການຮຽນ-ການສອນ ຂອງວິທະຍາຄານ ແມ່ນສາມາດຮັບປະກັນໄດ້ 100% ໃນການໄຂສົກຮຽນ 2025-2026. ສະນັ້ນ, ເພື່ອຮັບປະກັນໃຫ້ແກ່ການຮຽນ-ການສອນ ໃນສົກຮຽນ2025-2026 ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້, ຫົວໜ້າການເມືອງ ວປກ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບນັກສຶກສາ, ຄູ-ອາຈານ ນັກຮຽນ, ນັກສຶກສາ ທຸກສະຫາຍ ທີ່ມາສຶກສາຢູ່ ວປກ ຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽຂອງກອງທັບ ກໍຄືຂອງວິທະຍາຄານໃຫ້ເຂັ້ມງວດ, ເພີ່ມທະວີຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການສຶກສາຮໍ່າຮຽນ ເພື່ອເຮັດໃຫ້ການຮຽນ – ການສອນ ສົກ ຮຽນໃໝ່ນີ້ບັນລຸໄດ້ຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້.

ໂດຍ: ບິກໄຊ ສົມພູ