ເສີມຂະຫຍາຍມູນເຊື້ອອັນດີງາມຂອງນັກຮົບເກົ່າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່








ໃນພາລະກິດຂອງການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ການຕໍ່ສູ້ອັນຍຶດເຍື້ອຍາວນານມີຫຼາຍສະຫາຍໃນກຳລັງປະກອບອາວຸດໄດ້ເສຍສະຫຼະຊີວິດ, ຫຼາຍສະຫາຍຖືກບາດເຈັບເສຍອົງຄະ ເພື່ອແລກເອົາຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນລາວບັນດາເຜົ່າ. ພ້ອມກັນນັ້ນກໍມີຫຼາຍສະຫາຍໄດ້ກາຍເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ກາຍເປັນພະນັກງານການນຳຢູ່ຕາມກະຊວງ, ອົງການ, ກົມກອງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ໃນຂອບເຂດທົ່ວປະເທດ, ສ່ວນຫຼວງຫຼາຍມີອາຍຸສູງ, ໄດ້ອອກພັກຜ່ອນຮັບບຳນານ, ບຳເນັດ ຢູ່ຕາມທ້ອງຖິ່ນຕ່າງໆ, ແຕ່ບັນດາສະຫາຍເຫຼົ່ານັ້ນຍາມໃດກໍຍົກສູງທາດແທ້ມູນເຊື້ອນັກຮົບປະຕິວັດ ແລະ ພ້ອມແລ້ວທີ່ຈະສືບຕໍ່ທຸ່ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ບັນດາສະຫາຍເຫຼົ່ານັ້ນມີຄວາມມຸ້ງມາດປາຖະໜາຢາກໃຫ້ມີການຈັດຕັ້ງເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ເຕົ້າໂຮມຄວາມຄິດເຫັນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ດີຂຶ້ນເລື້ອຍໆ.
ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ (9 ກັນຍາ 2002-9 ກັນຍາ 2025) ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃຫ້ຮູ້ວ່າ: ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງພາລະກິດປະຕິວັດ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ຂອງພວກເຮົາໄວ້ຢ່າງໝັ້ນຄົງນັ້ນ ແລະ ຕອບສະໜອງຄວາມມຸ້ງມາດປາຖະໜາຂອງນັກຮົບເກົ່າ, ເພື່ອເຕົ້າໂຮມຄວາມສາມັກຄີອັນເປັນປຶກແຜ່ນ ແລະ ເບິ່ງແຍງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວລາພົບຄວາມຫຍຸ້ງຍາກສັບສົນຂອງຖັນແຖວນັກຮົບເກົ່າໃນການດຳລົງຊີວິດ ແລະ ການສ້າງເສດຖະກິດຄອບຄົວແກ້ໄຂຄວາມທຸກຍາກ ເພື່ອຕີຖອຍຖ້ອຍທຳນອງທີ່ວ່າ: “ນາແລ້ວຂ້າຄວາຍເຖິກ ເສິກແລ້ວຂ້າຄົນຫານ” ໃຫ້ກາຍມາເປັນຄຳເວົ້າທີ່ວ່າ: “ແລ້ວນາລ້ຽງຄວາຍເຖິກ ແລ້ວເສິກເບິ່ງຄົນຫານ” ພ້ອມກັນນັ້ນ, ກໍເປັນການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊາດ, ຂອງພັກ ແລະ ຂອງກອງທັບ, ທັດສະນະທາດແທ້ນັກຮົບປະຕິວັດ ໃນເມື່ອກ່ອນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່. ມາຮອດ ປີ 2002 ກົມການເມືອງສູນກາງພັກ ໄດ້ອອກມະຕິ ສະບັບເລກທີ 68/ກມສພ; ລົງວັນທີ 9 ກັນຍາ 2002 ວ່າດ້ວຍການສ້າງຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຊິ່ງການຈັດຕັ້ງສະຫະພັນນັກ ຮົບເກົ່າແຫ່ງຊາດລາວ ແມ່ນອົງການຈັດຕັ້ງການເມືອງ-ສັງຄົມໜຶ່ງນອນຢູ່ໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ມີພາລະບົດບາດ, ໜ້າທີ່ເຕົ້າໂຮມບັນດາພະນັກງານນັກຮົບເກົ່າ ເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ເປັນກຳລັງແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຕະຫຼອດໄລຍະ 23 ປີ ພາຍໃຕ້ການຊີ້ນຳ-ນຳພາ ຢ່າງໃກ້ຊິດຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ຄວາມເອົາໃຈໃສ່ ນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະປົກຄອງທ້ອງຖິ່ນແຕ່ລະຂັ້ນ, ການສະໜັບສະໜູນອູ້ມຊູຊ່ວຍເຫຼືອ ຂອງບັນດາກະຊວງ-ອົງການ ແລະ ຊັ້ນຄົນໃນສັງຄົມສະຫະພັນນັກຮົບເກົ່າໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍດ້ານ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສາມາດເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ແລະ ຍາດໄດ້ຜົນງານຫຼາຍດ້ານ ໃນນັ້ນໄດ້ເອົາໃຈໃສ່ເຮັດໜ້າທີ່ສຶກສາອົບຮົມການເມືອງ-ນຳພາແນວຄິດຕໍ່ບັນດາສະຫາຍນັກຮົບເກົ່າ, ພະນັກງານ-ລັດຖະກອນດ້ວຍຫຼາຍຮູບ ຫຼາຍວິທີ, ຫັນລົງຮາກຖານ, ເກັບກຳສະພາບການເມືອງ-ແນວຄິດ, ຮັບຟັງຄຳຄິດເຫັນຂອງແຕ່ລະເປົ້າໝາຍ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ, ຈັດຕັ້ງປາຖະກະຖາມູນເຊື້ອ, ເຜີຍແຜ່ສະພາບການ, ໂຮມຊຸມນຸມສະເຫຼີມສະຫຼອງວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ-ລັດ, ຂອງກຳລັງປະກອບອາວຸດ ແລະ ຂອງອົງການຕົນ, ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງ, ກົດລະບຽບຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວຢ່າງທົ່ວເຖິງ ໄປຄວບຄູ່ກັບການປະຕິບັດຂະບວນການແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບເກົ່າຕິດພັນກັບຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ”.
ພ້ອມນັ້ນ, ຍັງໄດ້ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າ ແລະ ຕິດຕາມ ຊຸກຍູ້, ການປະຕິບັດເງິນນະໂຍບາຍຕ່າງໆເປັນຕົ້ນແມ່ນການປ່ຽນແທນໂກຕາລົດໄລຍະຜ່ານມາ ປະຕິບັດໄດ້ ຈຳນວນ 1.994 ທ່ານ ນະໂຍບາຍຕໍ່ວິລະຊົນແຫ່ງຊາດໄດ້ 51 ທ່ານ, ນັກຮົບແຂ່ງຂັນ 294 ທ່ານ, ນະໂຍບາຍແກ້ໄຂບຳນານຄືນ 2.721 ທ່ານ, ສະເໜີນະໂຍບາຍປຸກສ້າງເຮືອນໃຫ້ນັກຮົບເກົ່າຜູ້ທີ່ທຸກຍາກປ່ຽວພອຍໄດ້ 21 ຫຼັງ, ຍາດແຍ່ງທຶນຊ່ວຍເຫຼືອ ຜ່າຕັດແກ່ນຕາຂຸ້ນໃຫ້ນັກຮົບເກົ່າໄດ້ 232 ຄົນ, ປັດຈຸບັນ ກົງຈັກການຈັດຕັ້ງສະຫະພັນນັກຮົບເກົ່າຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ມີ 18 ອົງການ, ຂັ້ນເມືອງ ແລະ ນະຄອນ ມີ 148 ໜ່ວຍ, ສະຫະພັນນັກຮົບເກົ່າຂັ້ນບ້ານ 1.726 ບ້ານ, ເພີ່ມຂຶ້ນ 536 ໜ່ວຍທຽບໃສ່ປີ 2010, ສະມາຊິກນັກຮົບເກົ່າທັງໝົດ 59.413 ສະຫາຍ, ກວມເອົາ 72,25% ຂອງຈຳນວນນັກຮົບເກົ່າທັງໝົດ, ເພີ່ມຂຶ້ນ 9.231 ສະຫາຍ ທຽບໃສ່ ປີ 2010, ຄະນະບໍລິຫານງານຂັ້ນສູນກາງ 27 ສະຫາຍ, ຂັ້ນແຂວງ 221 ສະຫາຍ, ຂັ້ນເມືອງ 1.608 ສະຫາຍ, ຂັ້ນບ້ານ 3.460 ສະຫາຍ, ສາມາດອອກບັດສະມາຊິກນັກຮົບເກົ່າໄດ້ທັງໝົດ 12.295 ບັດກວມ 20,6% ຂອງສະມາຊິກທັງໝົດ. ອັນພົ້ນເດັ່ນ ໃນປີ 2018 ກົດໝາຍວ່າດ້ວຍສະຫະພັນນັກຮົບເກົ່າລາວ ສະບັບເລກທີ 42/ສພຊ, ລົງວັນທີ 13 ມິຖຸນາ 2018 ໄດ້ຖືກຮັບຮອງເອົາຢ່າງເປັນທາງການ ໃນກອງປະຊຸມສະໄໝສາມັນເທື່ອທີ່ 5 ຂອງສະພາແຫ່ງຊາດ ຊຸດທີ VIII, ເຊິ່ງເປັນຂີດໝາຍປະຫວັດສາດຂອງສະຫະພັນນັກຮົບເກົ່າທີ່ມີນິຕິກຳໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໂດຍແທ້ຈິງ ຕໍ່ພະນັກງານ-ນັກຮົບເກົ່າ, ວຽກງານການສ້າງເສດຖະກິດ, ແກ້ໄຂຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກສະຫະພັນນັກຮົບເກົ່າແຕ່ລະຂັ້ນໄດ້ຖືເອົາການຜະລິດກະສິກຳ ປູກຝັງ-ລ້ຽງສັດ, ການບໍລິການ ຕ່າງໆຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນເຮັດໃຫ້ຄອບຄົວນັກຮົບເກົ່າ ຜູ້ທີ່ທຸກຍາກໄດ້ຮັບການພັດທະນາ ແລະ ປັບປຸງຕົນເອງ ຫຼຸດພົ້ນອອກຈາກຄວາມທຸກຍາກ ໃນນັ້ນບາງຮາກຖານກໍມີການສ້າງກອງທຶນໃນຮູບແບບຕ່າງໆ, ການຮ່ວມມືທຸລະກິດກັບນັກທຸລະກິດກັບພາຍໃນ ແລະ ຕ່າງປະເທດ ມີຫຼາຍແຂວງ, ເມືອງ ແລະ ບ້ານ ມີກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງນັກຮົບເກົ່າ, ເຊິ່ງສາມາດແກ້ໄຂໃນເວລາເຈັບເປັນ ແລະ ພົບຄວາມຫຍຸ້ງຍາກໃນຄອບຄົວ ຮັບປະກັນໃນການປະຕິບັດໜ້າທີ່ການເມືອງປັດຈຸບັນແມ່ນພວມສຸມໃສ່ໂຄງການກໍ່ສ້າງສຳນັກງານສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວຫຼັງໃໝ່ໄດ້ 75%, ຫ້ອງມູນເຊື້ອສຳເລັດ 100%, ຫ້ອງການເຮັດວຽກນັກຮົບເກົ່າຂັ້ນເມືອງຈຳນວນ 27 ເມືອງ ສຳເລັດແລ້ວ 80%, ສ້າງເຮືອນໃຫ້ຜູ້ທຸກຍາກປ່ຽວພອຍ 19 ຫຼັງ ສຳເລັດ 100%.
ວຽກງານພົວພັນຮ່ວມມືກັບຕ່າງປະເທດ ແລະ ສາກົນໄດ້ມີການພົວພັນ, ຮ່ວມມື ກັບສະມາຄົມນັກຮົບເກົ່າຕ່າງປະເທດ, ພາກພື້ນ ແລະ ສາກົນໂດຍສະເພາະແມ່ນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນແບບພິເສດຮອບດ້ານກັບສະມາຄົມນັກຮົບເກົ່າ ສສ ຫວຽດນາມ, ພົວພັນຮ່ວມມືສອງຝ່າຍ ກັບສະມາຄົມນັກຮົບເກົ່າຣາຊະອານາຈັກກຳປູເຈຍ, ນັກຮົບເກົ່າ ສປ ຈີນ ແລະ ສະມາຄົມນັກຮົບເກົ່າຕ້ານຈັກກະພັດອາເມຣິກາ ສປປ ເກົາຫຼີ. ນອກຈາກນັ້ນ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຍັງໄດ້ພົວພັນປະສານງານກັບສະມາຄົມນັກຮົບເກົ່າໂລກ, ສະມາຄົມນັກຮົບເກົ່າ ສ ຣັດເຊຍ, ຝຣັ່ງ, ອົງການຈັດຕັ້ງສາກົນ, ອົງການ ບໍ່ຂຶ້ນກັບລັດຖະບານ (NGOs) ທີ່ພົວພັນເຖິງວຽກງານນັກຮົບເກົ່າ. ວັນທີ 15 ກັນຍາ 2012 ໄດ້ເຂົ້າເປັນສະມາຊິກສະມາຄົມນັກຮົບເກົ່າອາຊຽນຢ່າງເປັນທາງການ ແລະ ໄດ້ຕັ້ງໜ້າປະກອບສ່ວນເຄື່ອນໄຫວຕາມພາລະບົດບາດ, ສ້າງສາຍພົວພັນທີ່ດີກັບບັນດາປະເທດສະມາຊິກຕະຫຼອດມາ. ປີ 2018 ຜ່ານມາ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ເປັນປະທານໝູນວຽນນັກຮົບເກົ່າອາຊຽນ ແລະ ດຳເນີນກອງປະຊຸມໃຫຍ່ນັກຮົບເກົ່າ ຄັ້ງທີ 18 ດ້ວຍໝາກຜົນອັນຈົບງາມ, ເຊິ່ງເຮັດໃຫ້ບົດບາດຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ພົ້ນເດັ່ນຂຶ້ນໃນເວທີພາກພືນ ແລະ ສາກົນ.
ຈາກຜົນງານ ແລະ ໄຊຊະນະທີ່ກ່າວມານັ້ນ ສະຫະພັນນັກຮົບເກົ່າແຫ່ງຊາດລາວໄດ້ຮັບການຍ້ອງຍໍຈາກພັກ, ລັດຖະບານ, ປະເທດເພື່ອນມິດ ແລະ ສາກົນ ດັ່ງນີ້: ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ I ຈຳນວນ 1 ໜ່ວຍ, ຫຼຽນໄຊແຮງງານຊັ້ນ I ຈຳນວນ 1 ໜ່ວຍ, ຫຼຽນກາມິດຕະພາບຈາກ ສະມາຄົມນັກຮົບເກົ່າ ສສ ຫວຽດນາມ 1 ໜ່ວຍ, ຫຼຽນກາປະທານກິດຕິມະສັກສະຫະພັນນັກຮົບເກົ່າອາຊຽນ 1 ໜ່ວຍ, ຫຼຽນກາກຽດຕິຄຸນສະຫະພັນນັກຮົບເກົ່າອາຊຽນ 1 ໜ່ວຍ, ໃບຍ້ອງຍໍຈາກສະມາຄົມນັກຮົບເກົ່າອາຊຽນ 1 ໃບ ແລະ ໃບຍ້ອງຍ້ອງຂັ້ນຕ່າງໆອີກຈຳນວນໜຶ່ງຢ່າງສົມກຽດ.
ບົດຄວາມຈາກ: ໜັງສືພິມກອງທັບ