ຈໍປະສາດຕາຂາດ ກັບ 4 ອາການເຕືອນອັນຕະລາຍ ປ່ອຍໄວ້ດົນ ອາດສ່ຽງເຖິງຂັ້ນຕາບອດ! ⚠️👁️

ສາຍຕາຄືສິ່ງສຳຄັນທີ່ສຸດ… ແຕ່ຫຼາຍຄົນມັກເບິ່ງຂ້າມສັນຍານເຕືອນເລັກໆ ນ້ອຍໆ ທີ່ອາດນຳໄປສູ່ການສູນເສຍການເບິ່ງເຫັນຢ່າງຖາວອນ! 🚫✨

ຖ້າທ່ານ ຫຼື ຄົນໃກ້ຕົວ ມີອາການເຫຼົ່ານີ້ ບໍ່ຄວນປ່ອຍຜ່ານ:

🟢ເຫັນແສງແວບຄືຟ້າແມບ: ⚡ ເຖິງຊິຢູ່ໃນບ່ອນມືດ ຫຼື ຫຼັບຕາກໍຍັງເຫັນແສງແວບຂຶ້ນມາ.

🟢ເຫັນຈຸດດຳລອຍໄປມາ: 🪰 ຄືກັບມີຢາກໄຍ່ ຫຼື ແມງໄມ້ຕົວນ້ອຍໆ ລອຍຢູ່ໃນສາຍຕາ (ໂດຍສະເພາະຖ້າຢູ່ຊື່ໆ ກໍມີຫຼາຍຂຶ້ນຜິດປົກກະຕິ).

🟢ເຫັນພາບມືດມົວບາງສ່ວນ: 🌑 ຮູ້ສຶກຄືມີມ່ານດຳມາບັງສາຍຕາ ເຮັດໃຫ້ເບິ່ງເຫັນພາບບໍ່ເຕັມຈໍ.

🟢ພາບບິດເບືອນຮູບຮ່າງຜິດປົກກະຕິ: 〰️ ເບິ່ງເສັ້ນຊື່ແລ້ວເຫັນເປັນເສັ້ນຄົດ ຫຼື ພາບມີລັກສະນະບິດເບືອນໄປຈາກເດີມ.

📢 “ຈໍປະສາດຕາຂາດ” ບໍ່ແມ່ນເລື່ອງໄກຕົວ ໂດຍສະເພາະຄົນທີ່ມີສາຍຕາສັ້ນຫຼາຍ ຫຼື ຜູ້ສູງອາຍຸ. ຖ້າພົບອາການເຫຼົ່ານີ້ ຕ້ອງຟ້າວໄປພົບແພດຜູ້ຊ່ຽວຊານກ່ຽວກັບຕາທັນທີ ເພາະການປິ່ນປົວໄວ ອາດຊ່ວຍປິ່ນປົວການເບິ່ງເຫັນຂອງທ່ານໄວ້ໄດ້! 🏥🩺

ໃຜເຄີຍມີອາການເຫັນແສງແວບ ຫຼື ຈຸດດຳລອຍໄປມາໃນຕາແດ່? ລອງຄອມເມັ້ນແບ່ງປັນປະສົບການ ຫຼື ສອບຖາມກັນໄດ້ເລີຍ ເພື່ອເປັນວິທະຍາທານໃຫ້ໝູ່ເພື່ອນໃນເຟສບຸກນຳກັນ! 👇💬