ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ I ສະໄໝ VI



ໃນວັນທີ 30 ກັນຍາ 2025, ຢູ່ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ I ສະໄໝ VI ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງເລຂາ, ບັນດາຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດເຂົ້າຮ່ວມ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຄັ້ງທີI ສະໄໝ VI ປະຈຳໄຕມາດ 3 ແລະ ວາງທິດທາງແຜນການນຳພາປະຈຳໄຕມາດ 4 ປີ 2025 ຜ່ານມາໄດ້ມີສິ່ງທ້າທາຍຫຼາຍດ້ານທີ່ສົ່ງຜົນກະທົບຕໍ່ການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ແຕ່ເຖິງຢ່າງໃດກໍຕາມບັນດາສະຫາຍຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ບັນດາໜ້າທີ່ຕ່າງໆ ຂອງກະຊວງປ້ອງກັນປະເທດຢ່າງມີຜົນສໍາເລັດ ເປັນຕົ້ນແມ່ນ: ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ, ໄດ້ສຸມໃສ່ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງ ໂດຍການຫັນເອົາກໍາລັງຫຼວງ-ກໍາລັງທ້ອງຖິ່ນ ສົມທົບກັບອົງການປົກຄອງແຂວງ, ເມືອງ, ບ້ານ ເຮັດວຽກງານ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄດ້ຮັບການພັດທະນາເປັນກ້າວໆ, ນອກນັ້ນຍັງໄດ້ຊີ້ນໍາກໍ່ສ້າງຮາກຖານການເມືອງແບບທາງກ້ວາງຕາມມູນເຊື້ອບັນດາກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ, ສຳເລັດການປະກາດບ້ານໃຫຍ່ຄັງວຽງເປັນຕົວເມືອງນ້ອຍໃນຊົນນະບົດ, ຊີ້ນຳກຳລັງຫຼວງ-ກຳລັງທ້ອງຖິ່ນ ຕິດຕາມກຳແໜ້ນການເຄື່ອນໄຫວຂອງຄົນບໍ່ດີ, ຈັດຕັ້ງກຳລັງອອກເຄື່ອນໄຫວຊອກຄົ້ນໜີບຮັດພວກຄົນບໍ່ດີ, ສະກັດກັ້ນການຂ້າມລອຍ ແລະ ການເຂົ້າ-ອອກຊາຍແດນແບບຜິດ ກົດໝາຍ, ຊີ້ນໍາກໍາລັງທະຫານຊາຍແດນໃນທົ່ວປະເທດ ຕິດຕາມ, ກຳແໜ້ນສະພາບການ, ການເຄື່ອນໄຫວ ຂອງສັດຕູ ແລະ ຄົນບໍ່ດີ ໃນຂອບເຂດທົ່ວປະເທດ, ລົງກວດກາວຽກງານກຽມພ້ອມສູ້ຮົບຢູ່ກົມກອງກຳລັງຫຼວງ ກຳລັງທ້ອງຖິ່ນ ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ໄດ້ຊີ້ນໍາກໍາລັງປ້ອງກັນເວນຍາມ ໂດຍສົມທົບອົງການກ່ຽວຂ້ອງຈັດຕັ້ງກໍາລັງປ້ອງກັນການນໍາພັກ-ລັດ, ແຂກພາຍໃນ-ຕ່າງປະເທດ, ສຳນັກງານອົງການ, ຄ້າຍ, ສາງ, ສະໜາມບິນ, ເສັ້ນທາງ, ເສັ້ນທາງ ລົດໄຟ ລາວ-ຈີນ ແລະ ບັນດາໂຄງການກໍ່ສ້າງຂອງລັດຖະບານ,ຊີ້ນໍາຕິດຕາມການ, ຊີ້ນຳກຳລັງຫຼວງ ແລະກຳລັງທ້ອງຖິ່ນ ຕິດຕາມກຳແໜ້ນການປ່ຽນແປງດິນຟ້າອາກາດ, ກຽມພ້ອມກອບກູ້ ແລະ ແກ້ໄຂໄພພິບັດທີ່ເກີດຂຶ້ນ, ກອງປະຊຸມຄະນະຊີ້ນໍາໂຄງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ປະຈຳປີ 2025 ນອກຈາກນີ້, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຍັງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຕໍ່ໜ້າທີ່ປັບປຸງກໍ່ສ້າງກໍາລັງ, ໜ້າທີ່ຮັບປະກັນພະລາທິການ-ເຕັກນິກ, ໜ້າທີ່ຮັບປະກັນວັດຖຸພາຫະນະເຕັກນິກ, ອາວຸດກະສູນ ແລະ ໜ້າວຽກອື່ນໆອີກມີຜົນສຳເລັດ.
ຈາກນັ້ນ, ບັນດາບັນດາສະຫາຍຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ກໍໄດ້ຜັດປ່ຽນກັນຂື້ນປະກອບຄໍາເຫັນຕໍ່ບັນດາບັນດາໜ້າວຽກຕ່າງໆທີ່ຍັງຄົງຄ້າງທີ່ຂະແກ້ໄຂໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້ ແລະ ວາງທິດທາງວຽກງານແຜນການໃນຕໍ່ໜ້າ.
ໂດຍ: ນົກ ບຸນມາເລີດ