ຄະນະປະຈໍາສະພາແຫ່ງຊາດສະເໜີ ຫຼາຍບັນຫາສຳຄັນໃນການພັດທະນາພະລັງງານໄຟຟ້າ ໃຫ້ມີປະສິດທິພາບ ແລະ ມີຜົນປະໂຫຍດສູງສຸດຕໍ່ປະເທດຊາດ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານພັດທະນາພະລັງງານໄຟຟ້າ ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນປະໂຫຍດສູງສຸດຕໍ່ປະເທດຊາດ, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຕາງໜ້າຄະນະປະຈຳສະພາເເຫ່ງຊາດ, ໄດ້ມີຫຼາຍບັນຫາສະເໜີຕໍ່ລັດຖະບານວ່າ: ສະເໜີໃຫ້ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ ທີ່ໄດ້ເຊັນສັນຍາສຳປະທານ ກັບລັດຖະບານ, ໂຄງການທີ່ຢູ່ໃນຂັ້ນຕອນການຂໍອະນຸມັດເຊັນສັນຍາສຳປະທານ ແລະ ເນື້ອໃນສັນຍາສໍາປະທານໂຄງການ ຕ້ອງກຳນົດໃຫ້ລະອຽດຈະແຈ້ງ ເຖິງການແບ່ງຄວາມຮັບຜິດຊອບ ຂອງສູນກາງ ແລະ ທ້ອງຖິ່ນ, ເອົາໃຈໃສ່ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນ ການມອບເງິນພັນທະຕ່າງໆ ຂອງ ຜູ້ພັດທະນາໂຄງການ ໂດຍໃຫ້ສອດຄ່ອງກັບກົດໝາຍ, ສັນຍາສຳປະທານ, ເອກະສານຊ້ອນທ້າຍ ຂອງໂຄງການ (ຜ່ານມາ…