ໝາກເຜັດແດງ ກັບ ໝາກເຜັດຂຽວ… ສີໃດເຜັດກວ່າກັນ?

Health | ຫຼາຍຄົນອາດຈະເຄີຍສົງໄສ ແລະ ຖຽງກັນມາຕະຫຼອດວ່າ ເວລາເລືອກໝາກເຜັດມາຕຳແຈ່ວ ຫຼື ປຸງແຕ່ງອາຫານ ສີໃດທີ່ຈະໃຫ້ຄວາມເຜັດຈັດຈ້ານກວ່າກັນ? ມື້ນີ້ເຮົາມີຄຳຕອບທາງວິທະຍາສາດມາສະຫຼຸບໃຫ້ຟັງແບບເຂົ້າໃຈງ່າຍໆ ຄຮັບ! 🔬 ຄວາມຈິງທີ່ສາຍກິນເຜັດຕ້ອງຮູ້ຄວາມເຜັດຂອງໝາກເຜັດ ແມ່ນເກີດຈາກສານທີ່ຊື່ວ່າ ແຄບໄຊຊິນ (Capsaicin) ແລະ ສິ່ງທີ່ມີຜົນຕໍ່ປະລິມານຂອງສານນີ້ກໍຄື “ໄລຍະເວລາໃນການຈະເລີນເຕີບໂຕ” 🟢 ໝາກເຜັດຂຽວ: ຄືໝາກເຜັດທີ່ຍັງບໍ່ທັນສຸກເຕັມທີ (Unripe) ຄວາມເຜັດຈະຍັງຄົງມີຢູ່ ແຕ່ຈະມີກິ່ນຫອມແບບພືດສະໝູນໄພ ແລະ ມີຣົດຊາດຂົມປົນໜ້ອຍໜຶ່ງ. 🔴 ໝາກເຜັດແດງ: ຄືໝາກເຜັດທີ່ສຸກເຕັມທີແລ້ວ (Ripe) ເມື່ອມັນຢູ່ເທິງຕົ້ນດົນຂຶ້ນ ສານແຄບໄຊຊິນກໍຈະສະສົມຫຼາຍຂຶ້ນເລື້ອຍໆ ເຮັດໃຫ້ມີຄວາມເຜັດທີ່ຮ້ອນແຮງ ແລະ ຈັດຈ້ານກວ່າ ບວກກັບມີລົດຊາດຫວານປົນມາໜ້ອຍໜຶ່ງ ຍ້ອນນ້ຳຕານໃນໝາກໄມ້ທີ່ສຸກຕາມທຳມະຊາດ. ສະຫຼຸບແບບຊັດເຈນ: ຖ້າທຽບໃນສາຍພັນດຽວກັນ…













