ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງປະທານສະມາຄົມມິດຕະພາບ ກໍາປູເຈຍ-ລາວ




ວັນທີ 2 ຕຸລາ 2025, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ພົນເອກ ນຽງພາດ ປະທານສະມາຄົມມິດຕະພາບ ກໍາປູເຈຍ-ລາວ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງປະທານສະມາຄົມມິດຕະພາບ ກໍາປູເຈຍ-ລາວ ແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມຄະນະໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນເສີມສ້າງສາຍພົວພັນຄວາມສາມັກຄີມິດຕະພາບ ຂອງສອງຊາດ, ສອງກອງທັບ ລາວ-ກຳປູເຈຍ ທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມທັງອວຍພອນໃຫ້ຄະນະ ຈົ່ງປະສົບຜົນສໍາເລັດໃນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.
ໂອກາດດັ່ງກ່າວ, ທ່ານ ພົນເອກ ນຽງພາດ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມທັງ ຍົກໃຫ້ເຫັນປະຫວັດມູນເຊື້ອແຫ່ງການພົວພັນອັນດີງາມ ຂອງສອງຊາດ ກຳປູເຈຍ ແລະ ລາວ ທີ່ມີມາແຕ່ຍາວນານໃນໄລຍະຜ່ານມາ. ທັງນີ້, ເພື່ອເປັນການສືບຕໍ່ປະກອບສ່ວນເຂົ້າໃນການສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງ ຣາຊະອານາຈັກກຳປູເຈຍ ແລະ ສປປ ລາວ ໃຫ້ນັບມື້ຂະຫຍາຍຕົວ ແລະ ກວ້າງຂວາງຂຶ້ນ.
ໂດຍ: ນາລີ ທະວີພອນ