ສານອວຍພອນ

ຂອງ ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ
ເນື່ອງໃນວັນວິທະຍາສາດແຫ່ງຊາດ 12 ຕຸລາ 2025 ຄົບຮອບ 38 ປີ
(ປັບປຸງວັນທີ 06/10/2025)
ຮຽນ: – ບັນດາທ່ານ ການນໍາພັກ-ລັດ ທີ່ ເຄົາລົບ ແລະ ນັບຖືຢ່າງສູງ,
– ບັນດາທ່ານ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ,
– ບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ສະມາຄົມ ແລະ ຜູ້ປະກອບການ, ນັກຄົ້ນຄວ້າວິທະຍາສາດ, ພະນັກງານ ແລະ ຄູ-ອາຈານ ນັກຮຽນຮູ້, ນັກສຶກສາ ແລະ ພໍ່-ແມ່ ປະຊາຊົນລາວ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ຮັກແພງທັງຫຼາຍ!
ວັນທີ 12 ຕຸລາ ເປັນວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ສໍາລັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນ ວັນປະກາດເອກະລາດ ຈາກການເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ, ວັນການທູດລາວ, ວັນແຫ່ງຊາດຕ້ານຢາເສບຕິດ ແລະ ກໍຍັງເປັນວັນວິທະຍາສາດແຫ່ງຊາດ ຊຶ່ງລັດຖະບານ ໄດ້ຖືເອົາວັນສ້າງຕັ້ງ ສະພາວິທະຍາສາດ-ເຕັກນິກ ແຫ່ງລັດ ຄັ້ງທຳອິດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ວັນທີ 12 ຕຸລາ 1987) ເປັນວັນວິທະຍາສາດແຫ່ງຊາດ ແລະ ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ນັບແຕ່ປີ 2013 ເປັນຕົ້ນມາ ຊຶ່ງປີ 2025 ນີ້ ພໍດີຄົບຮອບ 38 ປີ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ບັນດາທ່ານຜູ້ນໍາພັກ-ລັດ, ບັນດານັກປະຕິວັດອາວຸໂສ, ນັກຄົ້ນຄວ້າ, ນັກຮຽນຮູ້-ປັນຍາຊົນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ອອກເຫື່ອເທແຮງ ແລະ ສະຕິປັນຍາ ເຂົ້າໃນການນຳພາ-ຊີ້ນຳວຽກງານ ແລະ ການປະກອບສ່ວນ ເຂົ້າໃນການຄົ້ນຄວ້າ, ພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ສ້າງນະວັດຕະກຳ ໃນໄລຍະຜ່ານມາ ຢ່າງສຸດອົກສຸດໃຈ !
ໃນຊຸມປີຜ່ານມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງຕໍ່ເນື່ອງ ຊຶ່ງສະແດງອອກ ໃນແນວທາງຂອງພັກ ແລະ ນະໂຍບາຍຂອງລັດ, ບັນດາກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໂດຍໄດ້ເລັ່ງໃສ່ການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງພື້ນຖານໂຄງລ່າງ ສໍາລັບການຄົ້ນຄວ້າ-ພັດທະນາ ແລະ ນໍາໃຊ້ຄວາມກ້າວໜ້າ ທາງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອການພັດທະນາ ຊຶ່ງໄດ້ສ້າງກົດໝາຍ, ນິຕິກໍາລຸ່ມກົດໝາຍ ຈຳນວນຫຼາຍສະບັບ ເພື່ອເປັນພື້ນຖານ ໃນການເຄື່ອນໄຫວຂອງວຽກງານຄົ້ນຄວ້າວິທະຍາສາດ, ອັນພົ້ນເດັ່ນ ແມ່ນໄດ້ສ້າງ ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະນະວັດຕະກໍາ ແຫ່ງຊາດ ໄລຍະ 2026-2040. ນອກຈາກນັ້ນແລ້ວ ຍັງໄດ້ເອົາໃຈໃສ່ກໍ່ສ້າງ, ຍົກລະດັບ ແລະພັດທະນາ ນັກຄົ້ນຄວ້າ, ນັກວິທະຍາສາດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການຄົ້ນຄວ້າວິທະຍາສາດໃນໄລຍະໃໝ່.
ບັນດາທ່ານທີ່ນັບຖື ແລະ ຮັກແພງ
ວິທະຍາສາດ ແມ່ນພື້ນຖານໃຫ້ມະນຸດ ເຂົ້າໃຈຢ່າງເລິກເຊິ່ງ ແລະເປັນເຈົ້າຂອງທໍາມະຊາດ-ສັງຄົມ ເພື່ອໝູນໃຊ້ເຂົ້າໃນການພັດທະນາຄວາມສີວິໄລ, ປັບປຸງຄຸນນະພາບຂອງການດໍາລົງຊີວິດ. ຈາກປະຫວັດສາດ ໄດ້ຢັ້ງຢືນໃຫ້ພວກເຮົາເຫັນວ່າ ການຂະຫຍາຍຕົວຂອງສັງຄົມມະນຸດ ແມ່ນຕິດພັນກັບການຄົ້ນພົບ ແລະ ການຂະຫຍາຍຕົວ ຂອງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງມັນເປັນ ໝາກຜົນໂດຍລວມ ຈາກການອອກແຮງງານຂອງມະນຸດ;
ມີຫລາຍຄົນອາດຈະໃຫ້ຄຳນິຍາມ ກ່ຽວກັບວິທະຍາສາດ ທີ່ມີທັງຄືກັນ ແລະ ແຕກຕ່າງກັນ ແຕ່ສັງລວມແລ້ວ ວິທະຍາສາດມັນແມ່ນ “ເຫດ ແລະ ຜົນ, ຄວາມຈິງ ແລະ ພາວະວິໄສ” ວິທະຍາສາດມັນແມ່ນເລື່ອງກົດເກນ, ມັນແມ່ນເລື່ອງຂອງລະບົບ ແລະ ຕັກກະ;
ສປປ ລາວ ໃນເງື່ອນໄຂຂອງການເຊື່ອມໂຍງກັບພາກພື້ນ ແລະສາກົນ ຍິ່ງມີຄວາມຕ້ອງການສູງໃນການພັດທະນາຊັບພະຍາກອນມະນຸດ ໃຫ້ທ່ຽມທັນກັບພາກພື້ນ ແລະສາກົນ ຊຶ່ງໃນນັ້ນ ສິ່ງທີ່ຂາດບໍ່ໄດ້ໃນການພັດທະນາຊັບພະຍາກອນມະນຸດ ແມ່ນຕ້ອງຮູ້ຈັກຄົ້ນຄວ້າ, ໝູນໃຊ້ວິທະຍາສາດ ເຂົ້າໃນການພັດທະນາຄົນ, ພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໂດຍສອດຄ່ອງກັບສະພາບ ແລະເງື່ອນໄຂຕົວຈິງຂອງປະເທດເຮົາ. ດັ່ງນັ້ນ, ໃນໂອກາດ ວັນວິທະຍາສາດແຫ່ງຊາດ 12 ຕຸລາ 2025 ຄົບຮອບ 38 ປີ ໃນປີນີ້ ຂ້າພະເຈົ້າ ມີຄວາມມຸ້ງຫວັງ ຢາກໃຫ້ນັກຄົ້ນຄວ້າ-ນັກວິະທະຍາສາດລາວ “ຮູ້ປະດິດສ້າງ ແລະຮູ້ໝູນໃຊ້ ວິທະຍາສາດ ເຂົ້າໃນການພັດທະນາເສດຖະກິດເອກະລາດ ເປັນເຈົ້ົ້າຕົນເອງ ນັບມື້ນັບແຂງແຮງ ແລະທົ່ວເຖິງ” ຍ້ອນແນວນັ້ນຈິ່ງຂໍຮຽກຮ້ອງມາຍັງ ບັນດາທ່ານ ດັ່ງນີ້:
1. ພວກເຮົາທຸກຄົນ ຈົ່ງປະດິດສ້າງ ແລະ ກະທຳຕາມຫຼັກວິທະຍາສາດ, ນໍາໃຊ້ກົດເກນທາງວິທະຍາສາດ ເຂົ້າໃນການແກ້ໄຂບັນຫາ, ການຜະລິດ, ການດຳລົງຊີວິດ ແລະ ໃນການພັດທະນາ ຢູ່ໃນທຸກການເຄື່ອນໄຫວຂອງຕົນ; ບໍ່ຝືນກົດເກນທາງທຳມະຊາດ ແລະ ກົດເກນສັງຄົມ;
2. ບັນດາທ່ານຜູ້ປະກອບການ, ນັກຄົ້ນຄວ້າວິທະຍາສາດ, ກະຊວງ-ອົງການ ຂັ້ນສູນກາງ ແລະອົງການປົກຄອງທ້ອງຖິ່ນ ຈົ່ງຮ່ວມແຮງ, ຮ່ວມໃຈກັນ ສົ່ງເສີມ ແລະພັດທະນາ ວຽກງານຄົ້ນຄວ້າວິທະຍາສາດ ໃຫ້ເປັນຂະບວນຟົດຟື້ນ ແລະແຂງແຮງໃນຂອບເຂດທົ່ວປະ ເທດ.
3. ເສີມຂະຫຍາຍຄວາມຮູ້-ພູມປັນຍາ ດ້ານວິທະຍາສາດ, ເຕັກໂນໂລຊີ ຂອງບັນພະບູລຸດລາວບັນດາເຜົ່າ ໃຫ້ໄດ້ຮັບການຮັກສາ, ຟື້ນຟູ, ພັດທະນາຕໍ່ຍອດ ແລະ ສາມາດນຳໃຊ້ເຂົ້າໃນການແກ້ໄຂບັນຫາ, ການດໍາລົງຊີວິດ ແລະ ຕອບສະໜອງຄວາມຮຽກ ຮ້ອງຕ້ອງການໃນການພັດທະນາ ໃນປັດຈຸບັນ ແລະ ອະນາຄົດ;
4. ສ້າງຈິດສໍານຶກ, ປູກຝັງໃຫ້ລູກຫຼານ, ນັກຮຽນ-ນັກສຶກສາ ເຂົ້າໃຈ ແລະສົນໃຈ ວິທະຍາ ສາດ ໃຫ້ນັບມື້ນັບຫຼາຍຂຶ້ນ ຕິດພັນກັບການສ້າງໃຫ້ເຂົາເຈົ້າ ຮັກ-ມັກ ໃນການຮຽນ-ການອ່ານ, ການຄົ້ນຄວ້າ ເພື່ອສ້າງສັງຄົມແຫ່ງການຮຽນຮູ້ຕະຫຼອດຊີວິດ.
ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາການນຳພັກ-ລັດ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກຮຽນຮູ້ ແລະ ປັນຍາຊົນທຸກຖ້ວນໜ້າ ຕະຫຼອດຮອດນັກຮຽນ-ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າຈົ່ງມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງບັນດາທ່ານ.
ຊົມເຊີຍວັນວິທະຍາສາດແຫ່ງຊາດ 12 ຕຸລາ ຢ່າງສຸດໃຈ !
( ຂໍຂອບໃຈ )