ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ປະທານປະເທດ ແຫ່ງ ສ ກູບາ

ໃນວັນທີ 7 ກັນຍາ 2025, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ ກູບາ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025.

ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະເຮັດວຽກກັບ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌, ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການຢ້ຽມຢາມ ສປປ ລາວ ຄັ້ງທີ 3 ແລະ ຖືເປັນນິມິດໝາຍອັນສໍາຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ແລະ ຄວາມສາມັກຄີຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ແລະ ສອງປະເທດ. ພ້ອມກັນນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນຂອງການພົບປະລະຫວ່າງ ສອງຜູ້ນໍາ ລາວ ແລະ ກູບາ ອັນເປັນການຢໍ້າຄືນອີກເທື່ອໜຶ່ງ ເຖິງສາຍພົວພັນທີ່ດີ ແລະ ຄວາມຈິງໃຈຕໍ່ກັນ ລະຫວ່າງພັກ – ລັດ ແລະ ການນໍາສູງສຸດຂອງສອງປະເທດ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ສະແດງຄວາມຮູ້ບຸນຄຸນ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ສ ກູບາ ໃນຂົງເຂດຕ່າງໆ ໂດຍສະເພາະແມ່ນຂົງເຂດການສຶກສາ, ກິລາ ແລະ ສາທາລະນະສຸກ. ພ້ອມກັນນີ້ ສອງຟ່າຍຍັງຈະສືບຕໍ່ຂະຫຍາຍການຮ່ວມມືໃນຂົງເຂດອື່ນໆອີກ ທີ່ສອງຝ່າຍມີທ່າແຮງຮ່ວມກັນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ສອງປະເທດ.

ໂອກາດດຽວກັນນີ້, ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ ກູບາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຊຸກຍູ້ໃຫ້ສອງນາຍົກລັດຖະມົນຕີ ກູບາ ແລະ ລາວ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ກໍໄດ້ຖືໂອກາດເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເດີນທາງໄປຢ້ຽມຢາມ ສ ກູບາ ຢ່າງເປັນທາງການ ໃນເວລາອັນເໝາະສົມ ສໍາລັບສອງຝ່າຍ, ຊຶ່ງ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍິນດີຕອບຮັບຕາມຄໍາເຊື້ອເຊີນດັ່ງກ່າວ.

ຂ່າວ-ພາບ: ສຸກສາຄອນ.