ຄະນະຜູ້ແທນ ກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ທີ່ ມາເລເຊຍ



ໃນວັນທີ 24 ກັນຍາ 2025, ຄະນະຜູ້ແທນ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ພົນຕີ ໄພວັນ ຈັນທະພົມມາ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM) ທີ່ ໂຈຮໍ ບາຣູ, ມາເລເຊຍ, ໂດຍການເປັນປະທານຂອງ ທ່ານ ລົກແມນ ຮາຄິມ ອາລີ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງມາເລເຊຍ, ເຊິ່ງມີຄະນະຜູ້ແທນຈາກ ບັນດາປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ແລະ ຕີມໍ-ແລັດສະເຕ ເຂົ້າຮ່ວມໃນຖານະປະເທດສັງເກດການ.
ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້: “ຄວາມສາມັກຄີອາຊຽນ ເພື່ອຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກ”, ເຊິ່ງກອງປະຊຸມໄດ້ຮັບຟັງການລາຍງານຜົນສຳເລັດຂອງກອງປະຊຸມໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM WG), ກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ (NADI) ຄັ້ງທີ 21, ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 22.
ນອກນັ້ນ, ກອງປະຊຸມຍັງໄດ້ຕົກລົງເຫັນດີເປັນເອກະພາບ ຕໍ່ບັນດາຮ່າງເອກະສານທີ່ສຳຄັນ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ເພື່ອນຳສະເໜີຕໍ່ກອງປະຊຸມ ADMM ພິຈາລະນາ ແລະ ຮັບຮອງເອົາ ຈຳນວນ 10 ສະບັບ ແລະ 03 ຖະແຫຼງການຮ່ວມຂອງ ກອງປະຊຸມ ADMM ແລະ ADMM-ບວກ. ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບກິດຈະກໍາ ADMM+1 ລວມມີກອງປະຊຸມບໍ່ເປັນທາງການ ແລະ ການຝຶກຊ້ອມທາງທະເລອາຊຽນ ກັບ ບາງປະເທດບວກ (ອິນເດຍ, ສ. ເກົາຫຼີ, ແລະ ຈີນ), ເຊິ່ງຈະຈັດຂຶ້ນໃນປີ 2026 ແລະ 2027. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືດ້ານເນື້ອໃນ ແລະ ວຽກງານບໍລິຫານອື່ນໆ ເພື່ອຮັບປະກັນ ໃຫ້ແກ່ການຈັດກອງປະຊຸມ ADMM ຄັ້ງທີ 19 ແລະ ກອງປະຊຸມ ADMM-ບວກ ຄັ້ງທີ 12, ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 30 ຕຸລາ – 02 ພະຈິກ 2025 ທີ່ ນະຄອນຫຼວງ ກົວລາລຳເປີ, ມາເລເຊຍ ໃຫ້ໄດ້ຮັບຜົນດີ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ໃນຄັ້ງນີ້ ໄດ້ອັດລົງດ້ວຍຜົນສໍາເລັດຕາມຈຸດປະສົງຄາດໝາຍ, ເຊິ່ງບໍ່ພຽງແຕ່ສະແດງໃຫ້ເຫັນເຖິງ ຄໍາໝາຍໝັ້ນຂອງ ບັນດາປະເທດສະມາຊິກອາຊຽນ ໃນການເພີ່ມທະວີຄວາມສາມັກຄີ, ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ເຊິ່ງກັນ ແລະ ກັນ, ແລະ ເສີມສ້າງຂີດຄວາມສາມາດເທົ່າ ນັ້ນ, ແຕ່ຍັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນອີກດ້ວຍ.
ໂດຍ: ທອງມາ