ເມື່ອ ສີ ມີຜົນຕໍ່ຄວາມ ຫິວ ການເລືອກຈານຈຶ່ງສຳຄັນ.
ມະນຸດສາມາດຮັບຮູ້ຄວາມຮູ້ສຶກໄດ້ຫລາຍທາງ ເມື່ອມີສິ່ງຕ່າງໆມາກະຕຸ້ນ ເຊິ່ງສາຍຕາເປັນໜຶ່ງສຳຜັດທີ່ປຸງແຕ່ງສະພາບດ້ານອາລົມໄດ້ດີ, ນັກປຸງແຕ່ງອາຫານສ່ວນຫລາຍໄດ້ເອົາຄວາມແຕກຕ່າງຂອງສີມາເປັນຕົວຊ່ວຍໃນການກະຕຸ້ນຄວາມຢາກອາຫານຂອງຜູ້ບໍລິໂພກ ລວມໄປເຖິງການໃຊ້ພາຊະນະໃສ່ອາຫານ, ການອອກແບບ, ການຕົກແຕ່ງ ແລະ ການສ້າງບັນຍາກາດພາຍໃນເຮືອນ ເຊິ່ງສິ່ງນີ້ສະແດງວ່າສີມີຜົນຕໍ່ຄວາມຮູ້ສຶກທີ່ແຕກຕ່າງກັນອອກໄປນັ້ນເອງ
.
- ສີແດງ : ເປັນສີທີ່ເພີ່ມຄວາມຢາກອາຫານ, ກະຕຸ້ນຄວາມຮູ້ສຶກຢາກລອງ ເນື່ອງຈາກສະໝອງເຂົ້າໃຈວ່າອາຫານລາຍການທີ່ເຫັນນັ້ນ ມີລົດຊາດດຶງດູດ ຕາມສັນຊາດຕະຍານຂອງສັດກິນຊີ້ນ, ຮ້ານອາຫານຈຳນວນບໍ່ໜ້ອຍກະຕຸ້ນລູກຄ້າໂດຍການໃຊ້ສີແດງເທິງໂລໂກ້, ລາຍການອາຫານ, ຜ້າປູໂຕະ ຫລື ຜ້າກັນເປື້ອນ
. - ສີເຫລືອງ : ສີທີ່ໃຫ້ຄວາມຮູ້ສຶກມີຄວາມສຸກ, ສົດໃສ, ສະບາຍໃຈ, ອົບອຸ່ນ, ເພີ່ມພະລັງໃນດ້ານບວກ ຈະເຫັນວ່າອາຫານທີ່ມີສີເຫລືອງເຂັ້ມຈະເບິ່ງເປັນຕາແຊບຫລາຍຂຶ້ນ ຫລື ສັງເກດຈາກໂຄສະນາມັກເຫັນວ່າອາຫານປະເພດຈືນໄກ່, ມັນຝຣັ່ງຈືນ ຫລື ພິດຊ່າ ມັກເນັ້ນຮູບພາບການນັ່ງກິນອາຫານໃນຄອບຄົວ ຫລື ກຸ່ມໝູ່ຢູ່ສະເໝີ
. - ສີຂຽວ : ສີທີ່ເຮັດໃຫ້ຮູ້ສຶກສຸຂະພາບດີ, ປອດໄພຄືກັບຢູ່ກາງທຳມະຊາດ, ລາຍການອາຫານສີຂຽວມັກໃຊ້ໃນກຸ່ມອາຫານເພື່ອສຸຂະພາບ. ດັ່ງນັ້ນ, ຮ້ານອາຫານທີ່ຈຳໜ່າຍອາຫານເພື່ອສຸຂະພາບມັກໃຊ້ຜັກ, ໝາກໄມ້ສີຂຽວໃນການນຳສະເໜີ ເພື່ອກະຕຸ້ນຄວາມຮູ້ສຶກຢາກກິນທີ່ດີຕໍ່ສຸຂະພາບ, ໃຫ້ຄວາມຮູ້ສຶກແຂງແຮງ. ໃນທາກົງກັນຂ້າມ ສຳລັບຜູ້ທີ່ບໍ່ມັກກິນອາຫານປະເພດຜັກຢູ່ແລ້ວ ສີຂຽວອາດບໍ່ກະຕຸ້ນຄວາມຢາກອາຫານ ແລະ ປະຕິເສດຕັ້ງແຕ່ເຫັນທຳອິດ
. - ສີຂາວ : ສີທີ່ສະໝອງຈະບໍ່ຄຳນຶງເລື່ອງຄວາມອັນຕະລາຍ ເຮັດໃຫ້ຜູ້ບໍລິໂພກລືມສັງເກດປະລິມານໃນການກິນ ສັງເກດໄດ້ຈາກເຂົ້າໜົມຫວານ, ເຂົ້າໜົມກິນຫລິ້ນ, ກະແລັມ, ເຂົ້າໜົມເຄັກ ທີ່ມີສີຂາວ ມັກຈະສ້າງຄວາມເພີດເພີນໃນການກິນຈົນລືມຄຳນຶງເຖິງເລື່ອງປະລິມານຂອງການກິນ ແລະ ຈຳນວນກາລໍຣີທີ່ເຂົ້າສູ່ຮ່າງກາຍ
. - ສີຟ້າ, ສີຄາມ, ສີມ້ວງ ແລະ ສີໂທນເຂັ້ມ : ເປັນສີທີ່ຫລຸດຄວາມຢາກອາຫານ ເພາະອາຫານທີ່ມີສີໃນກຸ່ມນີ້ມັກພົບໄດ້ໜ້ອຍໃນທຳມະຊາດ ມີພຽງໝາກໄມ້ ແລະ ຜັກບໍ່ເທົ່າໃດຊະນິດເທົ່ານັ້ນທີ່ມີສີດັ່ງກ່າວ ສີເຫລົ່ານີ້ສົ່ງຜົນຕໍ່ອາລົມ ແລະ ສະໝອງຈະຮູ້ສຶກວ່າອາຫານຊະນິດນັ້ນບໍ່ສົມຈິງ ເຮັດໃຫ້ບໍ່ຄ່ອຍພົບອາຫານສີເຫລົ່ານີ້ໃນໜ້າຫລັກຂອງລາຍການອາຫານໃນຮ້ານອາຫານ
.
