ນອນໜ້ອຍ = ຍິ່ງຕຸ້ຍ?

ເດິກດື່ນ ທ່ຽງຄືນ ບໍ່ຍອມຫລັບຍອມນອນ ອາດສົ່ງຜົນຮ້າຍຕໍ່ຮ່າງກາຍໄດ້ ຫາກໄດ້ຮັບການພັກຜ່ອນທີ່ບໍ່ພຽງພໍ ບັນຫາດ້ານສຸຂະພາບກໍຈະຖາມຫາແນ່ນອນ.
ຮູ້ຫລືບໍ່ວ່າການນອນໜ້ອຍມີຜົນຕໍ່ນຳ້ໜັກຕົວຂອງທ່ານນຳ ເຮັດໃຫ້ຕຸ້ຍງ່າຍກ່ວາຄົນທີ່ນອນຕາມເວລາປົກກະຕິ
.
ເພາະການນອນໜ້ອຍ ຫລື ນອນບໍ່ພຽງພໍ ລວມທັງການນອນບໍ່ເປັນເວລາ ຈະສົ່ງຜົນກະທົບເຮັດໃຫ້ຮໍໂມນໃນຮ່າງກາຍມີຄວາມຜິດປົກກະຕິ ສົ່ງຜົນຕໍ່ລະດັບນຳ້ຕານໃນເລືອດ ເຮັດໃຫ້ຮໍໂມນເກຣລິນທີ່ກະຕຸ້ນໃຫ້ຫິວເພີ່ມສູງຂຶ້ນ ແລະ ເຮັດໃຫ້ຮໍໂມນເລັບຕິນ ເຊິ່ງເປັນຮໍໂມນຄວາມອີ່ມຫລຸດລົງ ທັງນີ້ການນອນໜ້ອຍຍັງກະຕຸ້ນໃຫ້ຮູ້ສຶກຫິວອາຫານທີ່ມີໄຂມັນ ແລະ ຄາໂບໄຮເດຣດສູງຂຶ້ນນຳ ດ້ວຍເຫດນີ້ຈຶ່ງເພີ່ມໂອກາດສ່ຽງໃນການເພີ່ມຂຶ້ນຂອງນຳ້ໜັກ ແລະ ເຮັດໃຫ້ທ່ານຕຸ້ຍຂຶ້ນໄດ້ໄວຫລາຍ. ນອກຈາກນີ້ແລ້ວອາດກະທົບຕໍ່ການເຮັດວຽກຂອງແຊນສະໝອງ ເຮັດໃຫ້ສະໝອງຂອງທ່ານຮູ້ສຶກເຄັ່ງຄຽດ ທັງຍັງສົ່ງຜົນຕໍ່ເລື່ອງຂອງສະພາບອາລົມໄດ້ນຳ ເຊິ່ງຄົນນອນໜ້ອຍ ຫລື ນອນບໍ່ພຽງພໍ ຈະມີອາລົມບໍ່ຄົງທີ່, ຫງຸດຫງິດງ່າຍ, ສະມາທິສັ້ນ, ອົດທົນຕໍ່ສິ່ງໃດໄດ້ບໍ່ດົນ ແລະ ອາດຈະສົ່ງຜົນກະທົບຕໍ່ປະສິດທິພາບໃນການເຮັດວຽກ ລວມເຖິງການຮຽນນຳ