ແມ່ນເລື່ອງປົກກະຕິແທ້ບໍ? ເວລາກິນອາຫານເຜັດແລ້ວແສບທ້ອງຕະຫຼອດ ອາດຈະນໍາໄປສູ່ໂຣກຮ້າຍທີ່ອັນຕະລາຍຕໍ່ສຸຂະພາບໄດ້😥🌶🌶.
ແມ່ນເລື່ອງປົກກະຕິແທ້ບໍ? ເວລາກິນອາຫານເຜັດແລ້ວແສບທ້ອງຕະຫຼອດ ອາດຈະນໍາໄປສູ່ໂຣກຮ້າຍທີ່ອັນຕະລາຍຕໍ່ສຸຂະພາບໄດ້😥🌶🌶
ໃນຊ່ວງໄວລຸ້ນ ຫາ ໄວກາງຄົນ ການກິນເຜັດຖືວ່າເປັນຂອງຄູ່ກັນ ບາງຄົນຕິດກິນເຜັດຈົນຕ້ອງກິນທຸກມື້ ສົ່ງຜົນໃຫ້ບາງຄັ້ງອາດມີອາການແສບທ້ອງ ແລະ ມີອາການເຈັບທ້ອງຮ່ວມນໍາ ເເຕ່ຮູ້ບໍວ່າການກິນເຜັດແລ້ວແສບທ້ອງບໍ່ແມ່ນເລື່ອງປົກກະຕິ ແລະ ບໍ່ຄວນປ່ອຍຜ່ານ ເພາະອາດຈະເປັນສັນຍານເຕືອນຂອງໂຣກທາງເດີນອາຫານເຊັ່ນ:
- ກະເພາະອັກເສບ ແມ່ນການຕິດເຊື້ອເອສໄພໂລໄຣ ຈາກແບັດທີເຣຍທີ່ປົນເປື້ອນໃນອາຫານ ຫຼື ນໍ້າ ທີ່ດື່ມເຂົ້າໄປ ເຊິ່ງຈະມີອາການປວດທ້ອງ, ເເສບທ້ອງ, ຍື່ງທ້ອງ ແລະ ແໜ້ນທ້ອງທັງທີ່ຍັງບໍ່ໄດ້ກິນອາຫານ.
- ລໍາໄສ້ອັກເສບ ເກີດຈາກການທີ່ກິນອາຫານທີ່ມີເຊື້ອໂຣກປົນເປື້ອນ ຕິດເຊື້ອໄວຣັດ ແລະ ມີອາການເຈັບທ້ອງຮ່ວມນໍາ, ເຈັບທ້ອງຮຸນແຮງ ຮ້າຍແຮງອາດຈະເຮັດໃຫ້ລໍາໄສ້ອັກເສບ ຕິດເຊື້ອ ອາດນໍາໄປສູ່ໂຣກມະເລັງລໍາໄສ້ໄດ້.
- ກົດໄຫຼຍ້ອນ ເກີດຈາກພຶດຕິກໍາການໃຊ້ຊີວິດ ແລະ ການກິນອາຫານບໍ່ຕົງເວລາ ໂດຍສະເພາະຄົນທີ່ມັກກິນອາການຕອນເດິກແລ້ວເຂົ້ານອນທັນທີ ເຮັດໃຫ້ນໍ້າຍ່ອຍໃນກະເພາະອາຫານເກີດການໄຫຼຍ້ອນຂຶ້ນມາທີ່ຫຼອດອາຫານ ມີອາການແສບຮ້ອນບໍລິເວນໜ້າເອິກ ດັ່ງນັ້ນຄວນຫຼີກລ່ຽງອາຫານລົດຈັດ ເພາະຖ້າມີພຶດຕິກຳແບບນີ້ຕະຫຼອດ ຮ້າຍແຮງອາດຈະນໍາໄປສູ່ໂຣກມະເຮັງຫຼອດອາຫານໄດ້.
