ອັນຕະລາຍກວ່າທີ່ຄິດ.

ຈູດຂີ້ເຫຍື້ອສົ່ງຜົນຮ້າຍຕໍ່ຮ່າງກາຍ ຮ້າຍແຮງແມ່ນສ່ຽງເປັນມະເຮັງບໍ່ຮູ້ໂຕ
ເນື່ອງຈາກປັດຈຸບັນ, ບັນຫາການຈັດການຂີ້ເຫຍື່ອໃນຫຼາຍໆເຂດຍັງບໍ່ສາມາດຮັບປະກັນໄດ້ ເນື່ອງຈາກປັດໃຈຫຼາຍໆຢ່າງເຊັ່ນ: ລົດເກັບຂີ້ເຫຍື້ອບໍ່ມາຕາມນັດ, ສັດລ້ຽງໄຈ້ຖົງຂີ້ເຫຍື້ອ, ບາງກຸ່ມຄົນເອົາຂີ້ເຫຍື້ອໄປຖິ້ມຢູ່ດິນວ່າງ, ບາງຄົນເລືອກທີ່ຈະຈູດ ແລະ ອື່ນໆ…
ການຈູດຂີ້ເຫຍື້ອ ໂດຍສະເພາະຂີ້ເຫຍື້ອປລາສຕິກ PUV ເຊັ່ນ: ແນວຫໍ່ອາຫານ, ສາຍໄຟ, ສະຫຼາກເຄື່ອງດື່ມ ຜະລິດຕະພັນຕ່າງໆ ຖ້າຈູດໃນອຸນຫະພູມຕ່ຳຈະເຮັດໃຫ້ເກີດກາດສ Dioxin ເຊິ່ງເປັນສານກໍ່ມະເຮັງຕົກຄ້າງຢູ່ໃນທຳມະຊາດໄດ້ເປັນໄພຕໍ່ລະບົບປະສາດ ແລະ ດວງຕາ, ທີ່ສຳຄັນຄືມີຂະໜາດນ້ອຍ, ບໍ່ມີສີ, ບໍ່ມີກິ່ນ ເມື່ອສູດດົມເຂົ້າໄປບໍ່ຮູ້ໂຕ. ອາດຈະເກີດອາການລະຄາຍເຄື່ອງຕໍ່ຮ່າງກາຍໄດ້ ສະນັ້ນ, ບໍ່ຄວນທີ່ຈະຈູດຂີ້ເຫຍື້ອຊະຊາຍ ໂດຍສະເພາະໃນບໍລິເວນຕົວເມືອງ ທີ່ມີປະຊາກອນອາໃສຢູ່ຈຳນວນຫຼາຍ ເຮົາຄວນກຳຈັດຂີ້ເຫຍື້ອໃຫ້ຖືກວິທີ ບໍ່ວ່າຈະເປັນການແຍກປະເພດຂີ້ເຫຍື້ອ ແລະ ໃຫ້ໜ່ວຍງານເກັບກູ້ຂີ້ເຫຍື້ອມາຈັດການ ເພື່ອທຳລາຍຂີ້ເຫຍື້ອໃຫ້ຖືກວິທີ ແລະ ປອດໄພຕໍ່ຄົນເຮົາທີ່ສຸດ.