6 ຂໍ້ຄວນປະຕິບັດເວລາຝົນຕົກຟ້າຮ້ອງ ລົດຄວາມສ່ຽງເກີດຟ້າຜ່າ ⚡️⛈

ຟ້າຜ່າເກີດຈາກການສະສົມຂອງປະຈຸໄຟຟ້າພາຍໃນກ້ອນເມກ ເມື່ອກ້ອນເມກມີປະຈຸໄຟຟ້າສະສົມຫຼາຍເກີນໄປ ຈະເກີດກາຍຄາຍປະຈຸເຮັດໃຫ້ເກີດຟ້າເມບ ແລະ ຟ້າຜ່າ ເຊິ່ງການຄາຍປະຈຸໄຟຟ້ານີ້ອາດເກີດຂຶ້ນລະຫວ່າງກ້ອນເມກ ຫຼື ລົງມາທີ່ພື້ນດິນຈຶ່ງເຮັດເຊິ່ງເຮົາເອີ້ນປາກົດການນີ້ວ່າ “ຟ້າຜ່າ”.
ມື້ນີ້ລາວໂພສຈະມາບອກ 6 ຂໍ້ຄວນປະຕິບັດເວລາທີ່ຝົນຕົກຟ້າຮ້ອງເພື່ອລົດອັດຕາສ່ຽງ “ຟ້າຜ່າ”
1.ຫ້າມໃຊ້ໂທລະສັບ, ເນື່ອງຈາກໂທລະສັບມີວັດສະດຸຈໍາພວກໂລຫະເປັນສ່ວນປະກອບ ສາມາດເປັນສື່ນໍາໄຟຟ້າ
2.ຫ້າມນໍາໃຊ້ອຸປະກອນໄຟຟ້າ ແລະ ອຸປະກອນເອເລັກໂຕນິກອື່ນໆ
3.ຄວນນໍາເຄື່ອງປະດັບທີ່ເປັນໂລຫະອອກຈາກຮ່າງກາຍ
4.ຖ້າຫາກເຮົາຢູ່ໃນລົດຕອນຝົນຕົກຟ້າຮ້ອງ ໃຫ້ຈອດລົດຫ່າງຈາກບໍລິເວນທີ່ມີຕົ້ນໄມ້ໃຫ່ຍ, ຕຶກສູງ, ເສົາໄຟຟ້າ, ປ້າຍໂຄສະນາ…
5.ຖ້າຢູ່ໃນຕຶກ ຫຼື ອາຄານຄວນປິດປະຕູ – ປ່ອງຢ້ຽມຽໃຽໃຫ້ໜາແໜ້ນທຸກບານ ພ້ອມຢູ່ຫ່າງຈາກຝາຕຶກ ແລະ ປະຕູ – ປ່ອງຢ້ຽມ
6.ຖອດປັກສຽບອຸປະກອນເຄື່ອງອງໃຊ້ໄຟຟ້າອອກໃຫ້ໝົດ ເພື່ອປ້ອງກັນໄຟຟ້າລັດວົງຈອນອັນເປັນສາເຫດຂອງອັກຄີໄພທີ່ຈະຕາມມາ