ປະລິມານ ນໍ້າຕານ ທີ່ຄວນໄດ້ຮັບໃນໜຶ່ງມື້ ແຕ່ລະໄວອາຍຸຄວນກິນເທົ່າໃດ ຈຶ່ງບໍ່ຕຸ້ຍ.
ປະລິມານ ນໍ້າຕານ ທີ່ຄວນໄດ້ຮັບໃນໜຶ່ງມື້ ແຕ່ລະໄວອາຍຸຄວນກິນເທົ່າໃດ ຈຶ່ງບໍ່ຕຸ້ຍ
.
ເປັນຫຍັງເຮົາຈຶ່ງບໍ່ຄວນກິນນໍ້າຕານຫລາຍເກີນໄປໃນ 1 ມື້ ເພາະວ່າການກິນນໍ້າຕານຫລາຍເກີນໄປ ຈະກາຍເປັນພະລັງງານສ່ວນເກີນ ເຮັດໃຫ້ຮ່າງກາຍເກັບສະສົມໄວ້ໃນຮ່າງກາຍໃນຮູບແບບໄຂມັນ ສົ່ງຜົນເຮັດໃຫ້ນໍ້າໜັກເພີ່ມຂຶ້ນ
.
ແລ້ວປະລິມານນໍ້າຕານທີ່ຄວນກິນໃນ 1 ມື້ ຕາມຊ່ວງອາຍຸ ຄວນເທົ່າໃດ?
ອົງການອະນາໄມໂລກແນະນໍາວ່າບໍ່ຄວນກິນນໍ້າຕານເກີນ 10% ຂອງພະລັງງານທັງໝົດທີ່ໄດ້ຮັບໃນແຕ່ລະມື້ ຫລື ຄິດໄລ່ເປັນປະລິມານນໍ້າຕານໄດ້ 6 ບ່ວງກາເຟ ຫລື 24 ກຣາມ, ແຕ່ກໍບໍ່ສະເໝີໄປ ເພາະຊ່ວງໄວອາຍຸມີການໃຊ້ພະລັງງານທີ່ຕ່າງກັນ ເຊິ່ງແຕ່ລະໄວອາຍຸຈຶ່ງຄວນກິນນໍ້າຕານໃຫ້ເໝາະສົມດັ່ງນີ້:
- ເດັກນ້ອຍ 6-13 ປີ ທີ່ໃຊ້ພະລັງງານ 1,600 Kcal/ມື້ ບໍ່ຄວນເກີນ 4 ບ່ວງກາເຟ
- ໄວລຸ້ນ 14-25 ປີ ທີ່ໃຊ້ພະລັງງານ 2,000 Kcal/ມື້ ບໍ່ຄວນເກີນ 6 ບ່ວງກາເຟ
- ໄວເຮັດວຽກ 25-60 ປີ ທີ່ໃຊ້ພະລັງງານ 1,600 Kcal/ມື້ ບໍ່ຄວນເກີນ 4 ບ່ວງກາເຟ
- ຄົນອາຍຸສູງ 60 ປີ ຂຶ້ນໄປ ທີ່ໃຊ້ພະລັງງານ 1,600 Kcal/ມື້ ບໍ່ຄວນເກີນ 4 ບ່ວງກາເຟ
- ຍິງ-ຊາຍ ທີ່ໃຊ້ພະລັງງານຫລາຍ 2,400 Kcal/ມື້ ບໍ່ຄວນເກີນ 8 ບ່ວງກາເຟ
.
ແນວໃດກໍຕາມເຖິງແມ່ນວ່າຈະມີການແນະນໍາປະລິມານນໍ້າຕານທີ່ຄວນກິນນີ້ ແຕ່ບາງທີກໍບໍ່ຈໍາເປັນຕ້ອງກິນໃຫ້ຄົບຕາມຈໍານວນກໍໄດ້ ເພາະການກິນປະລິມານນໍ້າຕານ ແມ່ນຂຶ້ນກັບການໃຊ້ແຮງງານ, ກິດກະຈໍາປະຈໍາວັນ ແລະ ພະຍາດຂອງບຸກຄົນອີກດ້ວຍ ແຕ່ຄວນກິນໃນປະລິມານທີ່ເໝາະສົມຈະເປັນການດີ
