ລັດຖະທຳມະນູນ ເປັນກົດໝາຍພື້ນຖານແຫ່ງລັດ, ທີ່ຫັນແນວທາງຂອງພັກ ເປັນອັນລະອຽດ.





ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນໝາກຜົນລວມຍອດຂອງການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ; ແມ່ນຜົນງານອັນໃຫຍ່ຫຼວງ ຂອງປະຊາຊົນລາວບັນດາເຜົ່າ ໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ; ເປັນການຢືນຢັນ ເຖິງຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດເຮົາຕໍ່ກັບສາ ກົນ, ທັງສ່ອງແສງຢ່າງຈະແຈ້ງ ແລະ ຄົບຖ້ວນເຖິງຄວາມມຸ່ງມາດປາຖະໜາອັນສູງສົ່ງ ແລະ ຄວາມເດັດ ດ່ຽວຕັດສິນໃຈຢ່າງແຮງກ້າ ຂອງວົງຄະນະຍາດແຫ່ງຊາດລາວ ເພື່ອພ້ອມກັນສູ້ຊົນບຸກບືນສ້າງລັດເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ແນໃສ່ບັນລຸຈຸດໝາຍສ້າງປະເທດຊາດ ມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະ ຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ດັ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ໄດ້ກ່າວໄວ້ວ່າ: ລັດຖະທຳມະນູນ ເປັນກົດໝາຍພື້ນຖານແຫ່ງລັດ, ທີ່ຫັນແນວທາງຂອງພັກ ເປັນອັນລະອຽດ. ລັດຖະທໍາມະນູນຈະລະບຸໄວ້ ເຊິ່ງຜົນງານອັນໃຫຍ່ຫຼວງຂອງການປະຕິວັດ ທີ່ປະຊາຊົນລາວບັນດາເຜົ່າຍາດມາໄດ້ ໃນການຕໍ່ສູ້ຫຼາຍສິບປີທີ່ຜ່ານມາ. ກຳນົດສິດພື້ນຖານຂອງຊາດ, ທາດແທ້ຂອງລັດ, ແນວທາງສ້າງສາເສດຖະກິດ-ສັງຄົມ ໃນໄລຍະໃໝ່ຂອງການປະຕິວັດ, ສິດ ແລະ ພັນທະຂອງພົນລະເມືອງ, ການຈັດຕັ້ງກົງຈັກຂອງລັດ ແລະ ອື່ນໆ, ນອກນິ້ທ່ານໄດ້ກ່າວໄວ້ຕື່ມວ່າ: ໜ້າທີ່ຕົ້ນຕໍຂອງ ສະພາປະຊາຊົນສູງສຸດ ຊຸດນີ້ ແມ່ນສ້າງລັດຖະທໍາມະນູນ ຈາກສະພາບເງື່ອນໄຂດັ່ງກ່າວ, ສະພາປະຊາຊົນສູງສຸດຊຸດທີ II ໄດ້ນໍາພາ-ຊີ້ນໍາ ດໍາເນີນການຄົ້ນຄວ້າ ແລະ ສ້າງຮ່າງລັດຖະທໍາມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ພ້ອມກັນນັ້ນ, ກໍໄດ້ສ້າງ ແລະ ປະກາດໃຊ້ກົດໝາຍທີ່ ຈໍາເປັນຈໍານວນໜຶ່ງ. ມາເຖິງປີ 1991 ລັດຖະທໍາມະນູນສະບັບທໍາອິດ ຂອງສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຈຶ່ງໄດ້ຖືກຮັບຮອງຢ່າງເປັນເອກະສັນຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II. ລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບທຳອິດປີ 1991 ປະກອບດ້ວຍ 10 ໝວດ, 80 ມາດຕາ: ໝວດທີ 1 ວ່າດ້ວຍລະບອບການເມືອງ, ໝວດທີ II ວ່າດ້ວຍລະບອບເສດຖະກິດ, ໝວດທີ III ວ່າດ້ວຍສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ໝວດທີ IV ວ່າດ້ວຍສະພາແຫ່ງຊາດ, ໝວດທີ V ວ່າດ້ວຍປະທານປະເທດ, ໝວດທີ VI ວ່າດ້ວຍລັດຖະບານ, ໝວດທີ VII ວ່າດ້ວຍການປົກຄອງທ້ອງຖິ່ນ, ໝວດທີ VIII ວ່າດ້ວຍອົງການຕຸລາການ, ໝວດທີ IX ວ່າດ້ວຍພາ ສາ, ຕົວອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ ແລະ ນະຄອນຫຼວງ ແລະ ໝວດທີ X ວ່າດ້ວຍບົດບັນຍັດສຸດທ້າຍ ເຊິ່ງຖືເປັນກົດໝາຍແມ່ ແລະ ເປັນບ່ອນອີງທີ່ສໍາຄັນໃນການຫັນມາເປັນກົດໝາຍ ໃນແຕ່ລະຂົງເຂດ ເພື່ອເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາ ຊົນລາວບັນດາເຜົ່າ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ ແລະ ກາຍເປັນການສ້າງຄວາມໝັ້ນໃຈ, ເປັນທີ່ຍອມຮັບຈາກບັນດາປະເທດເພື່ອນມິດ ທັງພາກພື້ນ ແລະ ສາກົນ ໃນການພົວພັນວຽກງານການຕ່າງປະເທດ ແລະ ການຮ່ວມມືໃນໂຄງການລົງທຶນ ທີ່ສ້າງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
ມາເຖິງທ້າຍປີ 1995 ໂດຍໄດ້ຮັບການເຫັນດີ ຈາກກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ V, ສະພາແຫ່ງຊາດ ຊຸດທີ III ຈຶ່ງໄດ້ຕົກລົງກໍານົດເອົາວັນປະກາດໃຊ້ລັດຖະທໍາມະນູນ ໃນວັນທີ 15 ສິງຫາ 1991 ເປັນວັນລັດຖະທໍາມະນູນແຫ່ງຊາດ ແນໃສ່ຫວນຄືນເຖິງຜົນງານການປະຕິ ວັດ, ການສຶກສາອົບຮົມ, ການໂຄສະນາເຜີຍແຜ່ ເພື່ອສ້າງສະຕິເຄົາລົບປະຕິບັດຕາມ ລັດຖະທໍາມະນູນ ແລະ ກົດໝາຍ ໃນທົ່ວສັງຄົມໃຫ້ສູງຂຶ້ນ.
ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບທໍາອິດເປັນເວລາ 12 ປີ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງລັດຖະທໍາມະນູນສະບັບທໍາອິດ ປີ 1991 ໃຫ້ສອດຄ່ອງກັບ ໜ້າທີ່ການເມືອງ ຂອງພັກ ແລະ ການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນໄລຍະໃໝ່, ລັດຖະທໍາມະນູນ ສະບັບທໍາອິດຈຶ່ງໄດ້ຮັບການປັບປຸງໃນປີ 2003. ລັດຖະທໍາມະນູນ ສະບັບປັບປຸງປີ 2003 ປະກອບ ມີ 11 ໝວດ, 98 ມາດຕາ, ໃນນີ້ ໝວດທີ່ເພີ່ມເນື້ອໃນເຂົ້າໃໝ່ແມ່ນໝວດທີ III ວ່າດ້ວຍການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນພັນທະຂອງພົນລະເມືອງທຸກຄົນ ແລະ ໄດ້ປ່ຽນຊື່ຂອງໝວດທີ VIII ຈາກອົງການຕຸລາການມາເປັນສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ, ໄດ້ເພີ່ມສານອຸທອນ ຊຶ່ງເປັນຂັ້ນຕອນໜຶ່ງຂອງການດໍາເນີນຄະດີ.
ມາເຖິງປີ 2015 ຊຶ່ງແມ່ນໄລຍະຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະ ຊາຊົນປະຕິວັດລາວ ທີ່ເລັ່ງທວງໃຫ້ຕ້ອງມີການປັບປຸງບູລະນະອໍານາດລັດຂັ້ນຕ່າງໆ ໃຫ້ມີປະສິດທິພາບສູງຂຶ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງລັດຖະທໍາມະນູນເປັນເທື່ອທີ 2 ໃນປີ 2015, ສໍາລັບລັດຖະທໍາມະນູນ ສະບັບປັບປຸງ ປີ 2015 ປະກອບດ້ວຍ 14 ໝວດ, 119 ມາດຕາ; ການປັບປຸງລັດຖະທໍາມະນູນໃນຄັ້ງນີ້ ຈຸດປະສົງສໍາຄັນແມ່ນການສ້າງຕັ້ງສະພາປະຊາຊົນຂັ້ນທ້ອງຖິ່ນຄືນໃໝ່ ໂດຍໄດ້ກໍານົດເນື້ອໃນກ່ຽວກັບ ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນທ້ອງຖິ່ນ, ໃນນີ້ ໝວດທີ່ເພີ່ມເຂົ້າໃໝ່ແມ່ນ ໝວດທີ VIII ວ່າດ້ວຍສະພາປະຊາຊົນທ້ອງຖິ່ນ, ໝວດທີ XI ວ່າດ້ວຍການກວດສອບແຫ່ງລັດ ແລະ ໝວດທີ XII ວ່າດ້ວຍຄະນະກໍາມະການເລືອກຕັ້ງ.
ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບປັບປຸງປີ 2015 ເປັນເວລາ 10 ປີ ເພື່ອປະກອບສ່ວນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ ແລະປະຕິບັດທິດນໍາ ຂອງພັກ ທີ່ກໍານົດໄວ້ໃນເປົ້າໝາຍທີ 6 ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ວ່າ: “ການຄຸ້ມຄອງ-ບໍລິຫານລັດ ມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທໍາ ແລະໄດ້ຮັບການປົກປ້ອງຕາມທິດການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະເຂັ້ມງວດ” ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງລັດຖະທໍາມະນູນເປັນເທື່ອທີ 3 ໃນປີ 2025 ແລະ ໄດ້ນໍາໃຊ້ມາເຖິງປັດຈຸ ບັນ. ສໍາລັບ ລັດຖະທໍາມະນູນ ສະບັບປັບປຸງປີ 2025 ປະກອບດ້ວຍ 14 ໝວດ, 122 ມາດຕາ; ຈຸດປະສົງສໍາຄັນຂອງການປັບປຸງລັດຖະທໍາມະນູນ ປີ 2025 ແມ່ນເພື່ອບູລະນະອົງການປົກຄອງທ້ອງຖິ່ນ ໃຫ້ໜັກແໜ້ນເຂັ້ມແຂງ, ໄດ້ກໍານົດການສ້າງຕັ້ງຕາແສງ, ປ່ຽນຊື່ອົງການປົກຄອງທ້ອງຖິ່ນມາເປັນຄະນະກໍາມະການ ແລະອື່ນໆ, ໃນນີ້ ມີມາດຕາທີ່ເພີ່ມເຂົ້າໃໝ່ ຄືມາດຕາ 11 ຂອງໝວດທີ I ວ່າດ້ວຍລະບອບການເມືອງ ແລະ ມາດຕາ 103, 104, 105, 106 ຂອງໝວດທີ XI ວ່າດ້ວຍການກວດກາລັດ ແລະ ການກວດສອບແຫ່ງລັດ.
ປັດຈຸບັນ ສະພາແຫ່ງຊາດ ໄດ້ຮັບຮອງກົດໝາຍ ແລະ ປະທານປະເທດ ໄດ້ອອກລັດຖະດໍາລັດປະກາດໃຊ້ກົດໝາຍ 171 ສະບັບ, ໃນນັ້ນ ປະກອບມີ: ລັດຖະທໍາມະນູນ ແລະ ກົດໝາຍ ໄດ້ແບ່ງອອກເປັນ 5 ຂົງເຂດຄື: ຂົງເຂດການປົກຄອງ ແລະ ຍຸຕິທໍາ (ຈໍານວນ 32 ສະບັບ); ຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ (12 ສະບັບ); ຂົງເຂດເສດຖະກິດ ( 77 ສະບັບ); ຂົງເຂດວັດທະນະທໍາ-ສັງຄົມ ( 45 ສະບັບ) ແລະ ຂົງເຂດການຕ່າງປະເທດ ( 5 ສະບັບ) ເພື່ອຍົກສູງບົດບາດ ແລະ ຮັບປະກັນໃຫ້ບັນດາອົງການລັດ ສາມາດຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ເພີ່ມທະວີນິຕິກໍາ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ນັບມື້ສັກສິດ ແລະ ເຂັ້ມງວດຂຶ້ນ ສະພາແຫ່ງຊາດ ຊຸດທີ IX ໄດ້ສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບ ດ້ານມີຫຼັກການຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມາເປັນກົດໝາຍເພື່ອເພີ່ມລະບົບເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ, ໄດ້ສືບຕໍ່ຄົ້ນຄວ້າສ້າງກົດໝາຍໃໝ່ຈໍານວນໜຶ່ງທີ່ມີຄວາມຈໍາເປັນຮີບດ່ວນ ໄປຄຽງຄູ່ກັບການປະເມີນຜົນ ແລະ ປັບປຸງກົດໝາຍທີ່ປະກາດໃຊ້ແລ້ວ ໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະ ກິດ-ສັງຄົມ ຂອງຊາດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນໄລຍະໃໝ່.
ຜ່ານການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ ການເຄົາລົບ, ປະຕິບັດຕາມ ລັດຖະທໍາມະນູນ ແລະ ກົດໝາຍ ໃນໄລຍະຜ່ານມາ ເຫັນວ່າ: ປະເທດຊາດພວກເຮົາມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາ, ປະຊາຊົນລາວບັນດາເຜົ່າໄດ້ດໍາລົງຊີວິດ ແລະ ທໍາມາຫາກິນ ໂດຍມີລັດຖະທໍາມະນູນ ແລະ ກົດໝາຍເປັນສິ່ງຄໍ້າປະກັນ; ອົງການອໍານາດລັດ ນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ຈັດຕັ້ງ ແລະ ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍ, ສະຕິເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍໃນທົ່ວສັງຄົມ ນັບມື້ດີຂຶ້ນ, ບົດບາດອິດທິພົນຂອງພັກ, ລັດ ແລະ ຊາດລາວເຮົາ ໄດ້ຮັບການຍົກສູງຂຶ້ນຢູ່ໃນເວທີພາກພື້ນ ແລະ ສາກົນ.
ໂດຍ: ສຸກສາຄອນ