ຄົ້ນຄວ້າປຶກສາຫາລືກ່ຽວກັບການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ



ກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ ເພື່ອຂໍ່າຮັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ຈັດຂຶ້ນໃນວັນທີ 25 ເມສາ 2025 , ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນກະຊວງປ້ອງກັນປະເທດ, ມີບັນດາອະນຸກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ນາງ ປາ ວົງສະແຫວງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ບັນດາອະນຸກໍາມະການຮັບຜິດຊອບແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ ແລະ ຜ່ານແຜນການ ແຕ່ງເພງມູນເຊື້ອແມ່ຍິງກອງທັບ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ, ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງ.
ຈຸດປະສົງເພື່ອເປັນການສ້າງບັນຍາກາດ ປູກຈິດສໍານຶກໃຫ້ສະມາຊິກ ສະຫະພັນແມ່ຍິງທົ່ວກອງທັບ ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດມູນເຊື້ອການເຄື່ອນໄຫວ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ເສີມຂະຫຍາຍແນວຄິດຮັກຊາດ, ຮັກການປະຕິວັດ, ຮັບຮູ້ເຖິງບົດບາດອັນສໍາຄັນຂອງແມ່ຍິງລາວ ບັນດາເຜົ່າ, ຮູ້ປົກປັກຮັກສາ ແລະ ສືບທອດຄຸນລັກສະນະທີ່ເປັນມູນເຊື້ອອັນດີງາມຂອງແມ່ຍິງລາວມູນເຊື້ອປະຕິວັດ ແລະ ວັດທະນະທຳອັນດີງາມຂອງຊາດ ໃຫ້ຍືນຍົງຕະຫຼອດໄປ. ເພື່ອສ່ອງແສງເຖິງນໍ້າໃຈຟົດຟື້ນປະຕິວັດ ແລະ ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ, ຄວາມອົດທົນ, ຄວາມເຂັ້ມແຂງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງກອງທັບ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງເລື້ອຍໆ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ ເອົາໃຈໃສ່ເນື້ອໃນບົດເພງໃຫ້ມີຄວາມໝາຍ,ຄວາມສຳຄັນ ແລະ ຄວາມມ່ວນຊື່ນ.