ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ໄຂກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ຢ່າງເປັນທາງການ.

ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 19 ມິຖຸນາ 2025 ທີ່ກະຊວງປ້ອງກັນປະເທດ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ສາດສະດາຈານ ປະລິນຍາເອກ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ສະຫາຍ ມອນໄຊ ລາວມົວຊົງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ມີສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະປະຈຳພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນກະຊວງ. ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະປະທານ. ມີຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຄະນະພັກ-ຄະນະບັນຊາ, ພະນັກງານປະຕິວັດອາວຸໂສບຳນານ, ອົງການພາຄີ, ຄະນະພັກ-ຄະນະບັນຊາ, ຄະນະຊາວໜຸ່ມແຮກສ່ຽວ ພ້ອມດ້ວຍບັນດາຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ມີຄຳເຫັນກ່າວໄຂກອງປະຊຸມວ່າ: ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວບັນດາເຜົ່າພວມເບີກບານມ່ວນຊື່ນ, ອອກແຮງແຂ່ງຂັນສ້າງຜົນງານ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກ, ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ, ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກທີ່ຈະມາເຖິງຢ່າງເປັນຂະບວນຟົດຟື້ນ.

ກອງປະຊຸມໃນຄັ້ງນີ້, ຈະໄດ້ຮັບຟັງຮ່າງລາຍງານການເມືອງສອງພາກ, ສະຫຼຸບຕີລາຄາຜົນການເຄື່ອນໄຫວປະຕິບັດມະຕິກອງປະຊຸມຜູ້ແທນຊາວຫນຸ່ມທົ່ວກອງທັບ ຄັ້ງທີ VIII ໃນໄລຍະຜ່ານມາ, ຊອກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ, ສາຍເຫດ ເພື່ອຖອດຖອນບົດຮຽນ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນແຕ່ປີ 2025-2030. ນອກນີ້, ຍັງຈະໄດ້ຮັບຟັງການປະກອບຄຳເຫັນຂອງອົງການພາຄີ, ຄະນະພັກ-ຄະນະບັນຊາ, ຜູ້ແທນກອງປະຊຸມຈຳນວນໜຶ່ງ ແລະ ຈະໄດ້ຮັບຮອງເອົາຜູ້ແທນສົມບູນ, ສຳຮອງ ໄປຮ່ວມກອງປະຊຸມຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ IX ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.

ໃນກອງປະຊຸມຍັງຈະໄດ້ມອບ-ຮັບຫຼຽນຊາວໜຸ່ມຕະລຸມບອນໃຫ້ການນຳຊາວໜຸ່ມຂັ້ນກະຊວງ, ພະແນກ ແລະ ຂະແໜງການຊາວໜຸ່ມ ແລະ ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ທຸງໄຊນຳໜ້າຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ຊາວໜຸ່ມກອງທັບປະຊາຊົນລາວຢ່າງສົມກຽດ. ຈາກນັ້ນ, ກອງປະຊຸມຍັງຈະໄດ້ເປັນກຽດຮັບຟັງຄຳເຫັນຂອງສະຫາຍ ມອນໄຊ ລາວມົວຊົງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ການໂອ້ລົມຂອງສະຫາຍ ພົນໂທ ສາດສະດາຈານ ປະລິນຍາເອກ ທອງລອຍ ສິລິວົງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

ໂອກາດນີ້, ສະຫາຍ ພັນເອກ ຫົງທອງ ສີຊານົນ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ແລກປ່ຽນບົດຮຽນ, ຄຳເຫັນຢ່າງເລິກເຊິ່ງເຖິງຖອງ, ເຮັດໃຫ້ເນື້ອໃນກອງປະຊຸມອຸດົມສົມບູນ, ເພື່ອເປັນທິດທາງພື້ນຖານໃຫ້ແກ່ການເຄື່ອນໄຫວຂອງວຽກງານ-ຂະບວນການຊາວໜຸ່ມ-ໄວໜຸ່ມທົ່ວກອງທັບໃນຊຸມປີຕໍ່ໜ້າ. ເຊິ່ງກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໃນຄັ້ງນີ້ ແມ່ນຈະໄດ້ດຳເນີນ 1 ວັນເຕັມ ຈຶ່ງຈະສຳເລັດ.

ໂດຍ: ປູນາ + ຄຳອ້າຍ.