ຊາວໜຸ່ມ ກມທ ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາວໜຸ່ມເຂົ້າສູ່ຊີວິດຕົວຈິງດ້ວຍໝາກຜົນອັນຈົບງາມ.






ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025) ທີ່ຈະໝູນວຽນມາເຖິງນີ້, ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວວ່າ: ໃນຕະຫຼອດ 70 ປີ ຕໍ່ຜົນງານອັນໃຫຍ່ຫຼວງຂອງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ສ້າງມາໃນແຕ່ລະໄລຍະ, ເຊິ່ງຊາດລາວເຮົາມີມູນເຊື້ອທີ່ອົງອາດ ກ້າຫານ ແລະ ມີປະຫວັດສາດອັນຍາວນານໃນການເຕົ້າໂຮມ ຄວາມສາມັກຄີການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດທີ່ສືບທອດກັນມາແຕ່ດຶກດຳບັນ, ຕະຫຼອດໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ ຊາວໜຸ່ມເຮົາຈໍານວນບໍໜ້ອຍໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນທີ່ແສນຮັກຂອງຕົນໄວ້. ເຊິ່ງພັກປະຊາຊົນປະຕິວັດລາວ ໄດ້ຂະໜານນາມໃຫ້ຊາວໜຸ່ມວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກຳປະຫວັດສາດທີ່ຈົງຮັກພັກດີຕໍ່ພັກ, ທັງໝົດນັ້ນ ແມ່ນມູນເຊື້ອ ອັນລວມຍອດຂອງຊາວໜຸ່ມລາວ ທີ່ໄດ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ໃນການເຮັດສໍາເລັດພາລະກຳປະຫວັດສາດຂອງຕົນຄື: ປົດປ່ອຍປະເທດຊາດ ແລະ ເສີມຂະຫຍາຍ ບົດບາດປະຈັນບານເຂົ້າໃນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມ.
ຕະຫຼອດ 70 ປີແຫ່ງການເຕີບໃຫຍ່ຂະຫາຍຕົວຂອງຊາວໜຸ່ມປະຊາຊົນປະຕິວັດລາວ ຊາວໜຸ່ມກົມໃຫຍ່ການເມືອງກອງທັບ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຊາວໜຸ່ມ ທົ່ວກົມໃຫຍ່ການເມືອງກອງທັບ ເອົາໃຈໃສ່ເຄື່ອນໄຫວວຽກງານຂະບວນການດ້ານຕ່າງໆຢ່າງແຂງແຮງ ແລະ ກວ້າງຂວາງ ເວົ້າສະເພາະໃນຖັນແຖວກົມໃຫຍ່ການເມືອງກອງທັບ ໄດ້ສືບທອດເສີມຂະຫຍາຍມູນເຊື້ອຂອງຜູ້ເປັນອ້າຍ, ເປັນເອື້ອຍເດັດດ່ຽວເດີນຕາມແນວທາງອັນສະຫວ່າງ ສະໄຫວຂອງພັກ, ເອົາຊີວິດອັນສົດໃສ, ກຳລັງແຮງອັນໜຸ່ມແໜ້ນ, ສະຕິປັນຍາ ແລະ ຊີວິດເລືອດເນື້ອ ຂອງຕົນເຂົ້າຮ່ວມການຕໍ່ສູ້ຢ່າງພິລະອາດຫານ ແລະ ເຕັມໄປດ້ວຍການເສຍສະຫຼະອັນສູງສົ່ງ ເພື່ອຄວາມ ຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ ແລະ ສ້າງວິລະກຳອັນລ້ຳເລີດ ໄວ້ໃນປະຫວັດສາດຂອງກອງທັບເຮົາ ແລະ ຍັງໄດ້ຈັດຕັ້ງປາຖະກະຖາໂຄສະນາມູນເຊື້ອ ໄປທ່ຽວຊົມຫໍມູນເຊື້ອຕ່າງໆ ຢ່າງຕໍ່ເນື່ອງ ໂດຍສຸມໃສ່ການປັບປຸງລະບຽບວິໃນຂອງກອງທັບໃຫ້ເຂັ້ມງວດ ຮັບປະກັນວຽກງານວິຊາສະເພາະກະກຽມຈັດຕັ້ງຂະບວນການສ້າງຜົນງານ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກ , ຂອງຊາດ ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາ, ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ຕິດພັນກັບສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ຂະບວນການສ້າງກົມກອງປອດໃສ ປອດໄພ ປອດຄະດີ ແລະ ການສ້າງນັກຮົບວັດທະນະທຳ-ກົມກອງວັດທະນະທຳ, ນອກນັ້ນ ຍັງໄດ້ຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ຢ່າງຕໍ່ເນື່ອງ ແລະ ເປັນຂະບວນຟົດຟື້ນ ແລະ ເຮັດສຳເລັດໜ້າທີ່ຕາມພາລະບົດບາດຂອງຕົນ ເກີດມີການຈັດຕັ້ງຊາວໜຸ່ມ, ໜ່ວຍ ແລະ ສະມາຊິກຊາວໜຸ່ມນໍາໜ້າ 4 ບຸກ ເພີ່ມຂຶ້ນຫຼາຍກ່ວາເກົ່າ ເຊິ່ງໄດ້ຮັບການຍ້ອງຍໍ ນາມມະຍົດ 4 ບຸກ ຂັ້ນພະແນກ 01 ໃບ, ຄະນະບໍລິຫານງານ 05 ໃບ, ຂັ້ນໜ່ວຍ ຈໍານວນ 33 ໃບ ແລະ ບຸກຄົນ ຈໍານວນ 935 ໃບ.
ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຍັງໄດ້ຕາງໜ້າໃຫ້ຊາວໜຸ່ມກົມໃຫຍ່ການເມືອງກອງທັບ ອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ການນໍາກົມໃຫຍ່ການເມືອງກອງທັບ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ການນໍາຊາວໜຸ່ມກອງທັບ ເນື່ອງໃນໂອກາດ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ນີ້ ຂໍໃຫ້ທຸກທ່ານຈົ່ງມີພາລະນາໄມສົມບູນ ສືບຕໍ່ຊີ້ນໍາ-ນໍາພາ ຊາວໜຸ່ມ ປປລາວ ເວົ້າລວມ ເວົ້າສະເພະກໍ່ຄື ຊາວໜຸ່ມກົມໃຫຍ່ການເມືອງກອງທັບໃຫ້ມີຜົນສໍາເລັດອັນໃໝ່ ແລະ ມີຄວາມເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ຄຳອ້າຍ ທອງວັນ+ຄຳໄຕ ຈັນນະຄອນ