ຄະນະເຝິກອົບຮົມ ວຽກງານວິທະຍຸ-ໂທລະພາບກອງທັບປະຊາຊົນລາວ ເຄື່ອນໄຫວຢ້ຽມຢາມ ໂຮງງານ Z127


ໃນວັນທີ 2 ສິງຫາ 2024, ຄະນະເຝິກອົບຮົມວຽກງານ ວິທະຍຸ-ໂທລະພາບ ກອງທັບປະຊາຊົນລາວຮ່ວມກັບ ຄະນະສູນວິທະຍຸ-ໂທລະພາບ ກອງທັບປະຊາຊົນຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ໂຮງງານ Z127 ຢູ່ທີ່ແຂວງໄທງວຽນ ສສ ຫວຽດນາມ ນໍາໂດຍສະຫາຍ ພັນເອກພິເສດ ໂງສວນຢາງ ຮອງອໍານວຍການ ສູນວິທະຍຸ-ໂທລະພາບ ກອງທັບປະຊາຊົນຫວຽດນາມ, ມີສະຫາຍ ພັນໂທ ບຸນທະວີ ໜູຈັນດີ ຫົວໜ້າຄະນະເຝິກອົບຮົມ ວຽກງານວິຊາສະເພາະສື່ມວນຊົນ ກອງທັບປະຊາຊົນລາວ ແລະ ນັກຝືກຮົມ ວຽກງານສື່ມວນຊົນໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ພິເສດ ຫງວຽນຢາຈ໋ອງ ອໍານວຍການ ໂຮງງານ Z127 ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນເອກ ພິເສດ ຫງວຽນຢາຈ໋ອງ ໄດ້ລາຍງານຫຍໍ້ກ່ຽວກັບພາລະບົດບາດ ແລະ ຜົນງານການເຄື່ອນໄຫວຂອງກົມກອງຕະຫຼອດໄລຍະຜ່ານມາ.ໂຮງງານz127 ມີພາລະບົດບາດໃນການຜະລິດອຸປະກອນເຕັກນິກ ເຄື່ອງອາໄລ່ລົດຮັບໃຊ້ໃຫ້ແກ່ກອງທັບປະຊາຊົນຫວຽດນາມ ຕາມການມອບໝາຍຈາກຂັ້ນເທິງ ໄປພ້ອມໆ ກັບ ການກໍ່ສ້າງພະນັກງານ-ນັກຮົບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍຕິດພັນກັບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນໄລຍະຜ່ານມາ, ເຊິ່ງຄະນະພັກ-ຄະນະອໍານວຍການໂຮງງານ ໄດ້ເອົາ ໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ຕິດພັນກັບການຍົກລະດັບດ້ານວຽກງານວິຊາສະເພາະ ສາມາດຮັບປະກັນໃນການປະຕິບັດໜ້າທີການເມືອງຂອງກົມກອງຕາມມະຕິ, ຄໍາສັ່ງ ຂອງຂັ້ນເທິງ ແລະ ປະຕິບັດຕາມແຜນການ ຂອງໂຮງງານວາງອອກ.
ຂ່າວຍັງໃຫ້ຮູ້ອີກວ່າ: ໃນວັນທີ 3 ສິງຫາ 2024 ຄະນະດັ່ງກ່າວ, ໄດ້ເຄື່ອນໄຫວຢ້ຽມຢາມ ເຂດທີ່ໝັ້ນການປະຕິວັດ (ATK) ທີ່ເມືອງດິງຮວາ ແຂວງໄທງວຽນ ສສ ຫວຽດນາມ ຕື່ມອີກ.
ໂດຍ:ອາຄົມ ສີພາລາ