ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ວຽກງານອົງການຈັດຕັ້ງມະຫາຊົນ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການຍື່ນສານແຕ່ງຕັ້ງຂອງ ຜູ້ຕາງໜ້າອົງການສະຫະປະຊາຊາດ ສໍາລັບເດັກ (UNICEF) ປະຈໍາ ສປປ ລາວ ຄົນໃໝ່

ວັນທີ 12 ສິງຫາ 2024, ທີ່ກະຊວງການຕ່າງປະເທດ, ນະຄອນຫລວງວຽງຈັນ – ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ້ອນຮັບການຍື່ນສານແຕ່ງຕັ້ງຂອງທ່ານ ບີລານ ໂອແຣັງ ເຊບ ດູຣານີ, ຜູ້ຕາງໜ້າຄົນໃໝ່ຂອງອົງການ ອຸຍນີເຊັບ ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ດູຣານີ ທີ່ຖືກແຕ່ງຕັ້ງມາເປັນຜູ້ຕາງໜ້າຄົນໃໝ່ຂອງອົງການ ອຸຍນີເຊັບ ປະຈໍາ ສປປ ລາວ,…