ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກົມໃຫຍ່ການເມືອງກອງທັບ ປາຖະກະຖາວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ.

ວັນທີ 08 ເມສາ 2025, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025), ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ຄະນະພັກ- ຄະນະບັນຊາກົມ, ຫ້ອງການ, ກອງ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວກົມໃຫຍ່ການເມືອງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ຍົກໃຫ້ເຫັນປະຫວັດການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າງາມຂອງຊາວໜຸ່ມປະຊາຊົນປະຕິວັດລາວ ຕະຫຼອດ 70 ຜ່ານມາ ເຊິ່ງຍາມໃດຊາວໜຸ່ມແມ່ນມີບົດບາດສຳຄັນໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ກໍຄືຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍສະຫຼະຊີວິດ ເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນແສນຮັກຂອງຕົນໄວ້, ບັນພະບຸລຸດທີ່ລືຊື່ເຊັ່ນ: ຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງສາ, ເຈົ້າໄຊເສດຖາທິລາດ, ເຈົ້າອານຸວົງ, ທ່ານໄກສອນ ພົມວິຫານ ແລະ ທ່ານຜູ້ນໍາອື່ນໆ ເຊິ່ງເຄີຍນຳພາປະເທດຊາດຕໍ່ສູ້ຕ້ານການຮຸກຮານຂອງສັດຕູພາຍນອກ, ນຳເອົາປະເທດຊາດຜ່ານພົ້ນພະຍຸລົມແດງ ແລະ ສາມາດຮັກສາແຜ່ນດິນໄວ້ຢ່າງໝັ້ນຄົງ, ນ້ຳໃຈຮັກເຊື້ອແພງຊາດ, ບໍ່ຍອມຈຳນົນຕໍ່ສັດຕູ. ສະເພາະໄລຍະປະຫວັດສາດ ນັບແຕ່ມື້ສ້າງຕັ້ງພັກປະຊາຊົນ ປະຕິວັດລາວມານີ້, ຊາວໜຸ່ມໄດ້ຖືກຂະໜາມນາມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ, ເປັນຜູ້ສຶບທອດທີ່ຈົ່ງຮັກພັກດີ ຂອງປະເທດຊາດ, ມູນເຊື້ອ ແລະ ວິລະກຳຂອງຊາດໄດ້ຮັບການຜັນຂະຫຍາຍ ກາຍເປັນການກະທຳປະຕິວັດຂອງຊາວໜຸ່ມ ເຊິ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ ຂອງປະເທດຊາດໃຫ້ກ້າວເດີນຕາມເສັ້ນທາງສັງຄົມນິຍົມ, ສະນັ້ນພັກຈຶ່ງຕົກລົງສ້າງຕັ້ງອົງການຈັດຕັ້ງຊາວໜຸ່ມຕະລຸມບອນຂຶ້ນ ໃນຖັນແຖວກຳລັງປະກອບອາວຸດ ໃນວັນທີ 14 ເມສາ ປີ 1955, ອົງການຈັດຕັ້ງດັ່ງກ່າວນີ້ ໄດ້ກາຍເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມ ປະຕິບັດບົດບາດເປັນກຳລັງປະຈັນບານ ໃນທຸກສະໜາມຮົບດ້ວຍມານະຈິດທີ່ວ່າ: ຍອມຕາຍດີກວ່າເສຍເອກະລາດ ເດັດຂາດບໍ່ຍອມໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທຳລາຍ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ຈັດຕັ້ງນໍາພາໂດຍກົງ ເປັນບ່ອນເຕົ້າໂຮມກໍາລັງແຮງຊາວໜຸ່ມລາວບັນດາເຜົ່າ.

ການຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງຊາວໜຸ່ມ ຄົບຮອບ 70 ປີໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານ, ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ການເມືອງກອງທັບ ເຊື່ອມຊຶມກຳໄດ້ມູນເຊື້ອອັນພິລະອາດຫານ ແລະ ການເຕີບໃຫຍ່ເຂັ້ມແຂງຂອງກຳລັງຊາວໜຸ່ມໃນເມື່ອກ່ອນ, ການເສຍສະຫຼະຊີວິດເລືອດເນື້ອເຫື່ອແຮງເພື່ອປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ພ້ອມນີ້ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ, ຍັງໄດ້ຮຽກຮ້ອງມາຍັງພະນັກງານສະມາຊິກຊາວໜຸ່ມຈົ່ງນຳເອົາມູນເຊື້ອອັນດີງາມຂອງຊາວໜຸ່ມໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງຂອງຊາວໜຸ່ມໃຫ້ເກີດດອກອອກຜົນ, ປະຕິບັດເນື້ອໃນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກຕາມເນື້ອໃນຈິດໃຈຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວວາງອອກຢ່າງເຂັ້ມງວດ, ເຂົ້າຮ່ວມຂະບວນການຕ່າງໆຂອງກົມກອງ, ສ້າງຜົນງານປະດັບເອ້ໃຫ້ 3 ວັນປະຫວັດສາດຂອງພັກ, ຂອງຊາດ ໃນປີ 2025 ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງ.

ຂ່າວ-ພາບ: ບິກໄຊ.