ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ພິທີຊາປະນະກິດສົບ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ.

ພິທີຊາປະນະກິດສົບຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ ໃນວັນທີ 07 ເມສາ 2025, ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍມີບັນດາທ່ານຄະນະເລຂາທິການສູນກາງພັກ, ລັດຖະມົນຕີ, ຮອງລັດຖະມົນຕີ, ປະທານອົງການທຽບເທົ່າ, ຮອງປະທານອົງການ ທຽບເທົ່າ, ເຈົ້າແຂວງ ແລະ ຮອງເຈົ້າແຂວງ, ທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ພ້ອມດ້ວຍ ພໍ່ຂາວ, ແມ່ຂາວ ແລະ ຍາດພີ່ນ້ອງໄດ້ເຂົ້າຮ່ວມສົ່ງທ້າຍໄວ້ອາໄລ.

ພາຍຫຼັງ, ພິທີບວດທາງສາສະໜາ ຢູ່ຫໍປະຊຸມແຫ່ງຊາດ ຈາກນັ້ນກອງກຽດຕິຍົດ ນໍາຫີບສົບ ເຄື່ອນຍ້າຍມາຍັງສະໜາມຫຼວງ ໂດຍມີບັນດາທະຫານ, ຕຳຫຼວດ, ອົງການຈັດຕັ້ງທຸກຂັ້ນ ຕະຫຼອດຮອດພໍ່ແມ່ປະຊາຊົນສົ່ງກຽດຕາມເສັ້ນທາງຢ່າງອາໄລອາວອນໃນຄຸນງາມຄວາມດີ, ຈາກນັ້ນກອງກຽດຕິຍົດເຂົ້າໄປຍັງຫໍພະເມມ ແລະ ຍ່າງອ້ອມ ຫໍພະເມມ 3 ຮອບ ແລ້ວນໍາ ຫີບສົບ ຂຶ້ນຕັ້ງ ຢູ່ເທິງຫໍພະເມມຢ່າງສົມກຽດ.

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານ ຄະນະຮັບຜິດຊອບຊາປະນະກິດສົບລະດັບຊາດ ໄດ້ກ່າວບົດສະດຸດີເຖິງຄຸນງາມຄວາມດີຕໍ່ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ສະຫາຍກ່າວວ່າ: ໃນທ່າມກາງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ, ອະດີດກຳມະການສູນກາງພັກ ສະໄໝທີ I, II, III, IV, V, VI ແລະ VII, ອະດີດກຳມະການກົມການເມືອງສູນກາງພັກ ແລະ ເລຂາທິການສູນກາງພັກ, ອະດີດຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ອະດີດນາຍົກລັດຖະມົນຕີ, ອະດີດປະທານຄະນະບໍລິຫານງານສູນກາງພັກ ແລະ ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນເວລານາທີນີ້ ແລະ ໃນສະຖານທີ່ແຫ່ງນີ້, ພວກເຮົາໄດ້ມາເຕົ້າໂຮມກັນ ເພື່ອອໍາລາ ສະຫາຍ ປະທານ ຄໍາໄຕ ສີພັນດອນ ເປັນຄັ້ງສຸດທ້າຍ.

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ ( ແຂວງຈຳປາສັກ ໃນປັດຈຸບັນ ), ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.

ເວລາອາຍຸ 7 ປີ ໄດ້ຂຶ້ນມາຢູ່ວຽງຈັນ ນຳພໍ່ເຖົ້າມະຫາແກ້ວ ແລະ ໄດ້ເຂົ້າຮຽນຢູ່ຊັ້ນປະຖົມ, ຫຼັງຈາກນັ້ນ ກໍສອບເສັງເຂົ້າຮຽນມັດຖະຍົມປາວີ ( College PAVIE ) ເຊິ່ງເປັນໂຮງຮຽນມັດທະຍົມແຫ່ງດຽວຢູ່ປະເທດລາວໃນສະໄໝນັ້ນ.

– ທ້າຍປີ 1941 ປະທານ ຄຳໄຕ ສີພັນດອນ ໄດ້ຕັດສິນໃຈອອກຈາກໂຮງຮຽນ ແລ້ວເສັງເຂົ້າເຮັດວຽກ ຢູ່ຂະແໜງໄປສະນີ, ຫຼັງຈາກນັ້ນ ໄດ້ໄປຮຽນຕໍ່ວິຊາສະເພາະ 2 ປີ ຢູ່ ໄຊງ່ອນ ( ພາກໃຕ້ຫວຽດນາມ, ນະຄອນໂຮ່ຈີ່ມິງ ໃນປັດຈຸບັນ).

– ປີ 1944 ປະທານ ຄຳໄຕ ສີພັນດອນ ໄດ້ຮັບການແຕ່ງຕັ້ງເປັນນາຍສາຍ ແລະ ໄດ້ໄປປະຈຳການ ຢູ່ແຂວງຜົ້ງສາລີ.

– ປີ 1946 ປະທານ ຄຳໄຕ ສີພັນດອນ ໄດ້ໄປເປັນຫົວໜ້າໄປສະນີ ຢູ່ເມືອງປາກເຊ ແຂວງຈຳປາສັກ.

– ປີ 1947-1948 ເປັນນາຍທະຫານ ປະຈໍາເສນາທິການເຂດໃຕ້ ຢູ່ຊາຍແດນລາວ-ໄທ.

– ປີ 1948 -1950 ເປັນຜູ້ແທນລັດຖະບານລາວອິດສະຫຼະປະຈຳເຂດໃຕ້ ແລະ ຮັບຜິດຊອບ ກໍ່ຕັ້ງທີ່ໝັ້ນການປະຕິວັດ ຢູ່ເຂດໃຕ້.

– ປີ 1950-1952 ເປັນກຳມະການສູນກາງແນວລາວອິດສະຫຼະ.

– ປີ 1952-1955 ເປັນປະທານຄະນະກໍາມະການເຂດ, ທັງຮັບຜິດຊອບການທະຫານເຂດກາງ.

– ປີ 1953 ໄດ້ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ.

– ປີ 1955-1956 ເປັນເສນາທິການກອງທັບຝ່າຍປະເທດລາວ.

– ປີ 1957-1959 ເປັນກຳມະການສູນກາງພັກ, ເປັນຫົວໜ້າຫ້ອງວ່າການສູນກາງພັກ.

– ປີ 1959-1960 ເປັນກຳມະການສູນກາງພັກ, ເຮັດໜ້າທີ່ ໂຄສະນາອົບຮົມ ແລະ ຮັບຜິດຊອບ ຢູ່ວິທະຍຸກະຈາຍສຽງ ຂອງສູນກາງພັກ (ຝ່າຍປະເທດລາວ).

– ປີ 1960-1961 ເປັນກຳມະການສູນກາງພັກ ຮັບຜິດຊອບວຽກງານການທະຫານ, ເປັນຜູ້ບັນຊາການສູງສຸດ ກອງທັບຝ່າຍປະເທດລາວ.

– ປີ 1972 ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເປັນຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ.

– ປີ 1975 ພາຍຫຼັງຢຶດອໍານາດການປົກຄອງໃນທົ່ວປະເທດ ໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ.

– ປີ 1982-1986 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ III ຂອງພັກ ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

– ປີ 1986-1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV ຂອງພັກ ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກອີກເທື່ອໃໝ່, ທັງຮັບຜິດຊອບເປັນລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ.

– ປີ 1991 ກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ສະຫາຍໄດ້ຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ແລະ ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

– ວັນທີ 15/8/1991 ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໄດ້ແຕ່ງຕັ້ງສະຫາຍເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

– ວັນທີ 24 ພະຈິກ ປີ 1992 ກອງປະຊຸມຄົບຄະນະຄັ້ງພິເສດ ຂອງຄະນະບໍລິຫານງານສູນກາງພັກ (ສະໄຫມທີ V) ສະຫາຍໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ ແລະ ທັງເປັນນາຍົກລັດຖະມົນຕີ.

– ປີ 1996 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກ ໄດ້ຖືກເລືອກຕັ້ງເປັນປະທານຄະນະບໍລິຫານງານສູນກາງພັກ.

– ປີ 1998 ໄດ້ຮັບການເລືອກຕັ້ງ ເປັນປະທານປະເທດ ແຫ່ງ ສປປ ລາວ.

-ປີ 2001-2006 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII ຂອງພັກ ໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ, ທັງເປັນປະທານປະເທດ ແຫ່ງ ສປປ ລາວ.

-ປີ 2006 ຍ້ອນອາຍຸກະສຽນສູງ, ເພິ່ນຈຶ່ງສະເໜີພັກຮັບບຳນານ.

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນນັກປະຕິວັດທີ່ມີການເຄື່ອນໄຫວອັນໂດດເດັ່ນຂອງພັກເຮົາ ເຊິ່ງຕະຫຼອດໄລຍະຜ່ານມາ ເພິ່ນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ມີລັກສະນະຮອບດ້ານເຂົ້າໃນການຈັດຕັ້ງນຳພາພາລະກິດປະຕິວັດຂອງພັກ ແລະ ປະຊາຊົນເຮົາ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນນັກຍຸດທະສາດທີ່ມີວິໄສທັດທາງການເມືອງ ແລະ ການທະຫານອັນກວ້າງໄກ, ສາມາດຕີລາຄາ ແລະ ຄາດຄະເນການຜັນແປຂອງສະຖານະການ ເພື່ອເປັນເຈົ້າການໃນການແກ້ໄຂ, ເພິ່ນກາຍເປັນເພື່ອນຮ່ວມຮົບທີ່ໃກ້ຊິດ ແລະ ສະໜິດສະໜົມທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫຼ່ກັບຜູ້ນຳພັກ-ລັດ ຄົນອື່ນໆ ໃນການຄົ້ນຄວ້າກຳນົດແນວທາງ, ແຜນນະໂຍບາຍ ແລະ ຍຸດທະສາດ-ຍຸດທະວິທີປະຕິວັດ ທີ່ຖືກຕ້ອງ, ສອດຄ່ອງໃຫ້ແກ່ການປະຕິວັດລາວໃນແຕ່ລະໄລຍະ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນໍາຂອງພັກເຮົາ ທີ່ກຳຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວປະຕິວັດ ທັງເປັນສັນຍາລັກແຫ່ງຄວາມສາມັກຄີ, ເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ, ມີຄວາມເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫຼັກການແຫ່ງການຈັດຕັ້ງເຄື່ອນໄຫວຂອງພັກ, ມີຈິດໃຈເອື້ອເຟື້ອເຜື່ອແຜ່ຕໍ່ໝູ່ສະຫາຍ ແລະ ຕໍ່ມະຫາຊົນ, ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫຼັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍໃຫ້ມີການປະພຶດປະຕິບັດ ທີ່ເປັນແບບຢ່າງ ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາຄົບນັບຖື ແລະ ເຊື່ອໝັ້ນຈາກການຈັດຕັ້ງ ແລະ ເພື່ອນສະຫາຍຢູ່ອ້ອມຂ້າງຕະຫຼອດມາ.

ດ້ວຍຄຸນງາມຄວາມດີຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ, ພັກ ແລະ ລັດ ໄດ້ຍ້ອງຍໍສັນລະເສີນດ້ວຍຫຼຽນໄຊ, ຫຼຽນກາ ປະເພດຕ່າງໆ ເຊັ່ນ:

1. ຫຼຽນຄຳແຫ່ງຊາດ ຈຳນວນ 02 ຫຼຽນ.

2. ຫຼຽນໄຊພິລະອາດຫານ ຊັ້ນ I ຈຳນວນ 01 ຫຼຽນ.

3. ຫຼຽນໄຊປະຕິວັດຊະນະເລີດຊັ້ນ I ຈຳນວນ 01 ຫຼຽນ.

4. ຫຼຽນກາຕໍ່ຕ້ານຝຣັ່ງ ຈຳນວນ 01 ຫຼຽນ.

5. ຫຼຽນກາຕໍ່ຕ້ານອາເມລິກາ ຈຳນວນ 01 ຫຼຽນ.

6. ຫຼຽນກາລະນຶກ 70 ປີ ຂອງພັກ ຈໍານວນ 01 ຫຼຽນ.

ນອກຈາກນັ້ນ, ຍັງໄດ້ຮັບຫຼຽນດາວຄຳ, ຫຼຽນໄຊ ແລະ ຫຼຽນກາຕ່າງໆ ຈາກປະເທດເພື່ອນມິດຈໍານວນໜຶ່ງ.

ຕະຫຼອດໄລຍະທີ່ຜ່ານມາ, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເຖິງວ່າເພິ່ນ ມີອາຍຸສູງ ແລະ ໄດ້ອອກພັກຜ່ອນແລ້ວກໍຕາມ, ແຕ່ເພິ່ນກໍຍັງມີຄວາມເປັນຫ່ວງເປັນໄຍຢູ່ຕະຫຼອດເວລາ ຕໍ່ການສ້າງສາພັດທະນາປະເທດຊາດ, ຕໍ່ຊີວິດການເປັນຢູ່ ຂອງພະນັກງານ ແລະ ປະຊາຊົນ, ເພິ່ນພະຍາຍາມລົງໄປຊີ້ນໍາ, ຕິດຕາມ, ຊຸກຍູ້ວຽກງານຕ່າງໆ ຢູ່ບັນດາຂະແໜງການ ແລະ ທ້ອງຖິ່ນ ເທົ່າທີ່ເງື່ອນໄຂທາງດ້ານສຸຂະພາບຂອງເພິ່ນອໍານວຍໃຫ້. ແຕ່ໄລຍະຫຼັງໆມານີ້, ຍ້ອນອາຍຸກະສຽນສູງຂຶ້ນ, ສຸຂະພາບຂອງເພິ່ນ ກໍອ່ອນເພຍລົງ. ເຖິງວ່າການຈັດຕັ້ງ ພ້ອມດ້ວຍຄອບຄົວ, ຍາດພີ່ນ້ອງ, ແພດໝໍ ທັງພາຍໃນ ແລະ ປະເທດເພື່ອນມິດ ຕ່າງກໍໄດ້ເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ ແລະ ສຸມໃສ່ປິ່ນປົວຢ່າງສຸດ ຄວາມສາມາດ, ແຕ່ກໍບໍ່ສາມາດກອບກູ້ເອົາຊີວິດຂອງ ສະຫາຍ ປະທານ ຄໍາໄຕ ສີພັນດອນ ໄວ້ໄດ້. ສະຫາຍໄດ້ສິ້ນລົມຫາຍໃຈຈາກພວກເຮົາໄປ ຢ່າງສະຫງົບ ໃນເວລາ 10 ໂມງ 30 ນາທີ ຂອງວັນທີ 2 ເມສາ 2025 ລວມອາຍຸໄດ້ 102 ປີ.

ການຈາກໄປຂອງ ສະຫາຍ ປະທານ ຄໍາໄຕ ສີພັນດອນ ເປັນ ການສູນເສຍຜູ້ເປັນການນໍາຍຸດທະສາດ, ສູນເສຍນັກການເມືອງ ຜູ້ປີຊາສາມາດ, ນັກຍຸດທະສາດການທະຫານ ຜູ້ອົງອາດກ້າແກ່ນ ແລະ ນັກພັດທະນາເສດຖະກິດ-ສັງຄົມ ຜູ້ມີຄວາມສາມາດໂດດເດັ່ນ, ນັກການທູດ ແລະ ການເມືອງຕ່າງປະເທດ ທີ່ແຫຼມຄົມ ຂອງພັກ ແລະ ຂອງຊາດເຮົາໄປຢ່າງບໍ່ມີວັນກັບມາ, ແຕ່ເພິ່ນໄດ້ປະມູນມໍລະດົກຕົກທອດອັນລໍ້າຄ່າ, ຄຸນງາມຄວາມດີ ແລະ ບົດຮຽນອັນປະເສີດ ໄວ້ນໍາ ພວກເຮົາ ນັ້ນຄື: ນໍ້າໃຈຮັກຊາດອັນດູດດື່ມ ແລະ ສູງສົ່ງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນລາວບັນດາເຜົ່າ ແລະ ຕໍ່ລະບອບປະຊາທິປະໄຕປະຊາຊົນ, ຄວາມເຊື່ອໝັ້ນຕໍ່ເສັ້ນທາງກ້າວຂຶ້ນ ຂອງປະເທດຊາດ, ນໍ້າໃຈພິລະອາດຫານ ແລະ ຄວາມເສຍສະຫຼະອັນສູງສົ່ງ, ຖືເອົາຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ ເໜືອກວ່າສິ່ງໃດໝົດ, ອຸທິດເຫື່ອແຮງ, ສະຕິປັນຍາ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຄວາມຢູ່ດີມີສຸກຂອງປະຊາຊົນ ແລະ ຄວາມຈະເລີນວັດທະນາຂອງປະເທດຊາດ, ບົດຮຽນ ພຶດຕິກຳ ໃນການນໍາພາກໍ່ສ້າງ, ປັບປຸງກໍາລັງປະກອບອາວຸດປະຊາຊົນມີໄຫວພິບ, ສະຫຼາດຄ່ອງແຄ້ວ ໃນການບັນຊາສູ້ຮົບ ແລະ ສູ້ຮົບມີໄຊ, ບົດຮຽນ ພຶດຕິກຳໃນການ ກໍ່ສ້າງຮາກຖານການເມືອງ, ສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ ກໍຄື ການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມຂັ້ນ, ຄວາມເອົາໃຈໃສ່ ແລະ ຖືສໍາຄັນຢ່າງສະເໝີຕົ້ນ ສະເໝີປາຍຕໍ່ວຽກງານກໍ່ສ້າງ, ປັບປຸງລະບົບການເມືອງ ຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ, ຄວາມເປັນຫຼັກແຫຼ່ງ ແລະ ຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນລາວ ບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ຂອງຊາດລາວ, ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫຼັກການ ແລະ ລະບຽບວິໄນ ເພື່ອປົກປ້ອງ ຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍ ໃຫ້ມີການປະພຶດປະຕິບັດ ທີ່ເປັນແບບຢ່າງນໍາໜ້າ, ການສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ທີ່ກວ້າງຂວາງ, ເລິກເຊິ່ງ ກັບປະເທດ ເພື່ອນມິດ ໃນພາກພື້ນ ແລະ ສາກົນ ດ້ວຍວິໄສທັດອັນກວ້າງໄກ ແລະ ໜັກແໜ້ນ…

ໃນທ່າມກາງແຫ່ງຄວາມໂສກເສົ້າເສຍດາຍ ຫາອັນປຽບບໍ່ໄດ້ຕໍ່ ການຈາກໄປຂອງ ສະຫາຍ ປະທານ ຄໍາໄຕ ສີພັນດອນ, ພວກເຮົາ ຂໍໃຫ້ຄຳໝັ້ນສັນຍາຕໍ່ດວງວິນຍານຂອງ ສະຫາຍ ວ່າ: ຈະສືບຕໍ່ ປະຕິບັດພາລະກິດປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດທີ່ພວກເຮົາຍາດມາໄດ້ນັ້ນ ໄວ້ຢ່າງໝັ້ນຄົງ ແລະ ຈະສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ພັກ-ລັດ ແລະ ກຳລັງປະກອບອາວຸດ ກໍຄື ຄວາມສາມັກຄີທົ່ວປວງຊົນລາວທັງ ຊາດ ແລະ ສືບຕໍ່ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນ ຂອງພວກເຮົາ, ເຮັດໃຫ້ອຸດົມການຂອງພັກ ແລະ ຄວາມມຸ່ງຫວັງ ຂອງປະຊາຊົນທັງຊາດ ກໍຄື ຂອງສະຫາຍເອງ ໃຫ້ປະກົດຜົນເປັນຈິງ. ພ້ອມນັ້ນ ກໍຈະສືບຕໍ່ເບິ່ງແຍງຄອບຄົວ ແລະ ຊ່ວຍເຫຼືອກໍ່ສ້າງລູກຫຼານຂອງສະຫາຍ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການປະຕິບັດ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ພວກເຮົາສືບຕໍ່ໄປ.

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ທີ່ອາໄລຮັກ, ສະຫາຍ ໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຈະກັບຄືນມາອີກແລ້ວ, ແຕ່ພັກ, ລັດ ແລະ ທົ່ວປວງຊົນລາວທັງຊາດ ຂໍຈົດຈໍາຜົນງານ, ຄຸນງາມຄວາມດີຂອງສະຫາຍ ທີ່ໄດ້ອຸທິດໃຫ້ແກ່ພາລະກິດ ປະຕິວັດ ຕະຫລອດໄລຍະເຄື່ອນໄຫວປະຕິວັດ ຂອງສະຫາຍ ໃນ 80 ກວ່າປີທີ່ຜ່ານມານັ້ນ ໄວ້ຢ່າງບໍ່ມີວັນຫຼົງລື່ມ, ຊື່ສຽງຮຽງນາມ ແລະ ກຽດຕິຄຸນຂອງສະຫາຍ ຈະໄດ້ບັນທຶກໄວ້ໃນປື້ມຄໍາແຫ່ງໜ້າປະຫວັດສາດຂອງຊາດລາວ ຂອງພວກເຮົາຕະຫຼອດໄປ.

ຂໍໃຫ້ດວງວິນຍານຂອງສະຫາຍ ຈົ່ງໄປສູ່ສຸຂະຕິເຖີ້ນ ພວກເຮົາຂໍອໍາລາສະຫາຍເປັນຄັ້ງສຸດທ້າຍ

ຈາກນັ້ນໃນພິທີ ກໍໄດ້ມີພິທີທາງສາສະໜາ ແລະ ວາງເພີງ ສົ່ງທ້າຍໄວ້ອາໄລຢ່າງສຸດຊື້ງຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ທີບໍ່ມີວັນຫວນຄືນ.

ໂດຍ: ສຸກສາຄອນ + ຄຳໄຕ