ໂຮງຮຽນກໍ່ສ້າງນາຍສິບເລກ 1 ປະກາດເລື່ອນຊັ້ນນາຍສິບ ແລະ ປະກາດຈົບທະຫານພັນທະສືບຕໍ່ເຂົ້າເປັນທະຫານອາຊີບ.



ສະຫາຍ ພັນໂທ ສີໄພ ພີມມະວົງ ຫົວໜ້າພະແນກກຳລັງພົນ ໂຮງຮຽນກໍ່ສ້າງນາຍສິບເລກ1 ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດວ້ຍການອະນຸມັດເລື່ອນຊັ້ນນາຍສິບຢູ່ໂຮງຮຽນກໍ່ສ້າງນາຍສິບເລກ1, ອີງຕາມຂໍ້ກຳນົດວ່າດ້ວຍລະບຽບການຂອງນາຍສິບ ແລະ ພົນທະຫານໃນກອງທັບປະຊາຊົນລາວ ( ສະບັບປັບປຸງ ) ສະບັບເລກທີ 1681/ກປທ, ລົງວັນທີ 12 ພຶດສະພາ 2016. ກົມໃຫຍ່ເສນາທິການກອງທັບ ຕົກລົງ: ເລື່ອນຊັ້ນ ສິບເອກ ຂຶ້ນຊັ້ນ ວາທີ ຈຳນວນ 05 ສະຫາຍ, ພ້ອມນັ້ນຍັງໄດ້ຜ່ານເອກະສານແຈ້ງການຂອງກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ, ອີງຕາມກົດໝາຍວ່າດ້ວຍພັນທະປ້ອງກັນຊາດ ສະບັບເລກທີ 25/ສພຊ, ລົງວັນທີ 13/12/2012 ກ່ຽວກັບທະຫານພັນທະປະຈຳປີ 2022 ຕໍ່ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນສືບຕໍ່ເຂົ້າເປັນທະຫານອາຊີບ ເຊິ່ງໄດ້ຮັບອະນຸມັດຂອງກົມໃຫຍ່ເສນາທິການກອງທັບ ຈຳນວນ 14 ສະຫາຍ, ຍິງ 6 ສະຫາຍ ແລະ ຊັບຊ້ອນມອບໝາຍໜ້າທີ່ຢູ່ບັນດາອົງການ-ກົມກອງຕາມວິຊາສະເພາະທີ່ຮຽນມາ.
ໂອກາດນີ້ ສະຫາຍ ພັນໂທ ສົມຈິດ ພູມີພົນ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ ແລະ ເພື່ອເປັນເຂັ້ມຊີ້ທິດເຢືອງທາງໃຫ້ນາຍສິບທີ່ໄດ້ຮັບຊັ້ນໃໝ່ ແລະ ຜູ້ທີ່ຈົບພັນທະໃນຄັ້ງນີ້: ເນັ້ນໜັກໃຫ້ທຸກສະຫາຍຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ຕໍ່ການປະຕິບັດຂໍ້ກຳນົດ, ກົດລະບຽບ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ, ຝຶກຝົນຫຼຫຼ່ໍຫຼອມ ຊອກຮູ້ຮໍ່າຮຽນໃນທຸກດ້ານ ເພື່ອຍົກສູງ ຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນ, ສ້າງຕົນເອງໃຫ້ກາຍເປັນນັກຮົບປະຕິວັດທີ່ເຂັ້ມແຂງຮອບດ້ານ, ເປັນພະນັກງານສືບທອດດີເດັ່ນຂອງກອງທັບ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນແບບຢ່າງທີ່ດີໃນການດຳລົງຊີວິດ ເພີ່ມຜູນປູກຝັງ-ລ້ຽງສັດຕາມທິດ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແກ້ໄຂຊີວິດການເປັຍຢູ່ໃຫ້ດີຂຶ້ນເປັນກ້າວໆ.
ໂດຍ: ຮ.ອ ນ້ອຍຈັນໄພ ແກ້ວວັນເຮືອງ.