ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສຳເລັດກອງປະຊຸມໃຫຍ່ ຄັ້ງທິ VI ຂອງກຳມະບານຮາກຖານໂຮງພິມກອງທັບ

ກອງປະຊຸມໃຫຍ່ ຄັ້ງທິ VI ຂອງກຳມະບານຮາກຖານໂຮງພິມກອງທັບ ໄດ້ໄຂຂຶ້ນ ແລະ ສຳເລັດດ້ວຍໝາກຜົນອັນຈົບງາມ, ໃນວັນທີ 8 ພຶດສະພາ 2025, ໂດຍການປະທານຂອງສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຫົວໜ້າຫ້ອງການກຳມະບານກອງທັບ, ມີສະຫາຍ ພັນເອກ ລະຄອນແກ້ວ ແກ້ວກິນນາລີ ເລຂາໜ່ວຍພັກ ອໍານວຍການໂຮງພິມກອງທັບ, ມີບັນດາຄະນະກຳມະບານຮາກຖານ, ພ້ອມດ້ວຍສະມາຊິກກຳມະບານ-ກຳມະກອນໂຮງພິມກອງທັບເຂົ້າຮ່ວມ.

ສະຫາຍ ພັນໂທ ສົມໝາຍ ພົນທິລາດ ປະທານກໍາມະບານຮາກຖານໂຮງພິມກອງທັບ ໄດ້ຜ່ານບົດລາຍງານການເມືອງແຜນພັດທະນາກໍາມະບານ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີ ໃນຕໍ່ໜ້າ ໂດຍຄະນະປະທານກໍາມະບານຮາກຖານໂຮງພິມກອງທັບ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ, ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ສະມາຊິກກຳມະບານ, ກຳມະກອນພາຍໃນໂຮງພິມກອງທັບ ຮັບຮູ້ເຊື່ອມຊຶມຕໍ່ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ກໍຄືຂໍ້ກຳນົດກົດລະບຽບຕ່າງໆ ຂອງຂັ້ນເທິງໄດ້ວາງອອກ ເຮັດໃຫ້ບັນດາສະຫາຍສະມາຊິກກຳມະບານ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ກຳມະບານຮາກຖານໂຮງພິມກອງທັບມີຄວາມສະຫງົບ, ສະແດງອອກ ການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າທີ່ທາງສູນກາງສະຫະພັນກຳມະບານລາວວາງອອກ, ໂດຍຕິດພັນກັບການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະການພິມ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກກຳມະບານຮຽນຮູ້ດ້ານວຽກງານວິຊາສະເພາະການພິມຂອງຕົນ, ມີການພັດທະນາດ້ານສີມືແຮງງານໃຫ້ນັບມື້ຫຼາຍຂຶ້ນສາມາດເຮັດໃຫ້ສະມາຊິກກຳມະບານທັງຮຽນ-ທັງປະຕິບັດຕົວຈິງໄປພ້ອມໆກັນ, ມີຫຼາຍສະຫາຍໄດ້ມີຄວາມຊໍານິຊໍານານໃນການປະຕິບັດໜ້າທີ່ຂອງຕົນສາມາດ ເປັນແບບຢ່າງທີ່ດີໃນການນໍາພາ ແກ້ໄຂວຽກງານວິຊາສະເພາະໃຫ້ແກ່ໝູ່ຄູ່ເພື່ອນຮ່ວມງານເປັນຢ່າງດີ ເຊິ່ງຜົນງານດັ່ງກ່າວ ໃນ 5 ປີຜ່ານມາກໍາມະບານຮາກຖານ ໄດ້ຄົ້ນຄວ້າຕໍ່ສະມາຊິກກໍາມະບານ-ກຳມະກອນຜູ້ທີ່ມີຜົນງານດີເດັ່ນສະເໜີໃຫ້ຫ້ອງການກຳມະບານ ແລະ ສູນກາງສະຫະພັນກຳມະບານລາວ ຄົ້ນຄວ້າຍ້ອງຍໍປະເພດຕ່າງໆເຊັ່ນ: ສະເໜີຫຼຽນກາກຳມະບານລາວມີຈໍານວນ 19 ສະຫາຍ, ຍິງ 05 ສະຫາຍ, ສະເໜີໃບຍ້ອງຍໍມີຈໍານວນ 27 ສະຫາຍ ຍິງ 10 ສະຫາຍ, ໜ່ວຍກຳມະບານຮາກຖານລວມໝູ່ແມ່ນສະເໜີຫຼຽນກາແຮງງານ. ພ້ອມດຽວກັນນີ້ຜູ້ແທນກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບໃຫ້ມີເນື້ອໃນຄົບຖ້ວນ ແລະ ທິດທາງແຜນການວຽກງານທີ່ຈະສຸມໃນຕໍ່ໜ້າ ເພື່ອການປັບປຸງແກ້ໄຂບັນດາຂໍ້ຄົງຄ້າງ ແລະ ເສີມຂະຫຍາຍດ້ານດີ ໃຫ້ມີຜົນສຳເລັດ ແລະ ໄດ້ຮັບໝາກຜົນສູງກວ່າເກົ່າ. ໃນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະປະທານກຳມະບານຮາກຖານຊຸດໃໝ່ 5 ສະຫາຍ, ໂດຍກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ພັນໂທ ຄຳຜິວ ພົມມະຈັນ ເປັນປະທານ, ສະຫາຍ ພັນໂທ ພອນສະຫວັນ ພົມເມືອງ ເປັນຮອງປະທານ, ສະຫາຍ ພັນໂທ ບຸນເພັງ ວັນນະວົງ, ສະຫາຍ ພັນໂທ ຄຳກອນ ສີວົງໄຊ ແລະ ສະຫາຍ ພັນໂທ ນາງ ຄຳພັດ ຟອງສຸກ ເປັນກຳມະການ.

ໂອກາດນີ້, ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງສະຫາຍໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນຂອງຄະນະກໍາມະບານຮາກຖານໂຮງພິມກອງທັບທີ່ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະກໍາມະບານຮາກຖານ ແລະ ສະມາຊິກກໍາມະບານທົ່ວໂຮງພິມກອງທັບ ຈົ່ງຍົກສູງ ແລະ ເຊີດຊູບົດບາດຄວາມຮັບຜິດຊອບການເມືອງຂອງຕົນ, ເອົາໃຈໃສ່ປັບປຸງແບບແຜນວິທີ ເຮັດວຽກ ແບ່ງຄວາມຮັບຜິດຊອບວຽກງານກັນໃຫ້ລະອຽດ, ການນໍາພາຕ້ອງຄ່ອງແຄ້ວ-ຄ່ອງຕົວ ແລະ ສະມາຊິກກຳມະບານທຸກສະຫາຍ ຕ້ອງໄດ້ເອົາໃຈໃສ່ໃນການພັດທະນາຕົນເອງ, ພັດທະນາ ສີມືແຮງງານ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ເພື່ອນໍາເອົາເນື້ອໃນຂອງກອງປະຊຸມຄັ້ງນີ້ນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ໂດຍ: ຄຳອ້າຍ ທອງວັນ.